ກະຊວງອຸດສາຫະກຳ ແລະ ການຄ້າ ປະກາດພະນັກງານການນໍາຂັ້ນສູງອອກຮັບອຸດໜູນບໍານານ ແລະ ປະກາດແຕ່ງຕັ້ງ ທ່ານ ມະໂນທອງ ວົງໄຊ ເປັນຮອງລັດຖະມົນຕີ

818

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດພິທີປະກາດພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ, ຍົກຍ້າຍພະນັກງານການນໍາຮັບໜ້າທີ່ໃໝ່ ແລະ ປະກາດການແຕ່ງຕັ້ງຮອງຫົວໜ້າກົມ ຂຶ້ນໃນຕອນບ່າຍວັນທີ 10 ທັນວາ 2021 ໂດຍການເປັນປະທານຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງ ອຄ, ມີຮອງລັດຖະມົນຕີ, ຜູ້ຕາງໜ້າ ຄະນະຈັດຕັ້ງສູນກາງພັກ, ຫົວໜ້າກົມ-ຮອງຫົວໜ້າກົມ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ໃນພິທີໄດ້ປະກາດ ທ່ານ ສົມຈິດ ອິນທະມິດ ອະດີດກຳມະການປະຈຳ ຄະນະພັກກະຊວງ, ອະດີດຮອງລັດຖະມົນຕີ ອອກພັກການ-ຮັບອຸດໜູນບໍານານ; ແຕ່ງຕັ້ງ ທ່ານ ມະໂນທອງ ວົງໄຊ ມາເປັນກຳມະການຄະນະພັກ, ຮອງລັດຖະມົນຕີກະຊວງ ອຄ ທີ່ໄດ້ຍົກຍ້າຍມາຈາກ ກະຊວງແຜນການ ແລະ ການລົງທຶນ.


ປະກາດການແຕ່ງຕັ້ງຮອງຫົວໜ້າກົມ 3 ທ່ານ ຄື: ທ່ານ ສົມຊາຍ ນົງລາດ ຫົວໜ້າພະແນກກວດກາການຄ້າ, ເປັນຮອງຫົວໜ້າກົມການຄ້າພາຍໃນ; ທ່ານ ວ່າງໄຈ ວ່າງ ຫົວໜ້າພະແນກບໍລິຫານການນຳເຂົ້າ ແລະ ສົ່ງອອກ, ເປັນຮອງຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ແລະ ທ່ານ ຕຸລາຄຳ ພົມແສງສະຫວັນ ຫົວໜ້າພະແນກແຜນການ ແລະ ສະຖິຕິ, ເປັນຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ.


ທ່ານ ຄໍາແພງ ໄຊສົມແພງ ໄດ້ໂອ້ລົມຕໍ່ພິທີວ່າ: ການປະກາດພະນັກງານການນໍາຂັ້ນສູງອອກພັກການ-ຮັບອຸດໜູນບໍານານ, ປະກາດການຍົກຍ້າຍພະນັກງານການນໍາຮັບໜ້າທີ່ໃໝ່ ແລະ ປະກາດການແຕ່ງຕັ້ງຮອງຫົວໜ້າກົມສັງກັດຢູ່ ກະຊວງ ອຄ ໃນຄັ້ງນີ້ ແມ່ນປະຕິບັດຕາມ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 614/ນຍ ລົງວັນທີ 21 ຕຸລາ 2021 ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 651/ນຍ ລົງວັນທີ 06 ທັນວາ 2021.

ການແຕ່ງຕັ້ງ, ການສັບຊ້ອນ, ຍົກຍ້າຍປ່ຽນແທນ ແລະ ອອກຮັບອຸດໜູນບຳນານ ຂອງພະນັກງານ-ລັດຖະກອນ ເປັນການປະຕິບັດ ເປັນປົກກະຕິຂອງການຈັດຕັ້ງໃນທົ່ວລະບົບການເມືອງ ຂອງພັກ ແລະ ລັດ, ເປັນການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍ ພະນັກງານ-ລັດຖະກອນ ແລະ ບັນດາ ມະຕິ, ຄໍາສັ່ງຕ່າງໆ ຂອງວຽກງານພະນັກງານ-ລັດຖະກອນ ວາງອອກ.

ຂ່າວ-ພາບ: ສັນຕິ