ສາຍທ່ຽວຢ່າພາດ! ງານ “Let’s Travel ບິນ ກິນ ທ່ຽວຄົບຈົບໃນງານດຽວ”10-12 ທັນວານີ້ ທີ່ສູນການຄ້າວຽງຈັນເຊັນເຕີ

342

ເພື່ອເປັນການສົ່ງເສີມການທ່ອງທ່ຽວພາຍໃນ ພ້ອມຍັງຊຸກຍູ້ທຸລະກິດ ທ້ອງຖິ່ນໃຫ້ກັບມາຄຶກຄື້ນ ພາຍໃຕ້ວິກິດການທີ່ເກີດຂຶ້ນ; ສະນັ້ນ ສູນການຄ້າວຽງຈັນເຊັນເຕີ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບໍລິສັດ ເອັກໂຊຕີຊີໂມ ຕຣາເວີນລາວ ຈຳກັດ ແລະ ລັດວິສາຫະກິດການບິນລາວ ໄດ້ຈັດງານ ສົ່ງເສີມການທ່ອງທ່ຽວພາຍໃນຂຶ້ນ ໃນວັນທີ 10ທັນວາ 2021 ພາຍໃຕ້ຊື່ງານ “Let’ Travel ບິນ ກິນ ທ່ຽວ ຄົບຈົບໃນງານດຽວ “ ເຊິ່ງງານດັ່ງກ່າວນີ້ແມ່ນຈັດຂຶ້ນເປັນເວລາ 3ວັນ ແຕ່ວັນທີ 10-12 ທັນວາ 2021 ທີ່ສູນການຄ້າວຽງຈັນເຊັນເຕີ.

ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄໍາຫລ້າ ພົມສຸວັນ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທັງເປັນຜູ້ອໍານວຍການບໍລິສັດ ການບິນລາວ; ມີທ່ານ ນາງ ນວນສີ ມະຫັດທະນະວິໂຣດ ຮອງຜູ້ອໍານວຍການ ສູນການຄ້າວຽງຈັນເຊັນເຕີ ພ້ອມດ້ວຍບັນດາແຂດຖືກເຊີນ ແລະ ພາກສ່ວນກ່ຽວຂອງເຂົ້າຮ່ວມ.

ທ່ານ ຄໍາຫລ້າ ພົມສຸວັນ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ທັງເປັນຜູ້ອໍານວຍການບໍລິສັດ ການບິນລາວ ໄດ້ກ່າວໃນງານຄັ້ງນີ້ວ່າ: ງານໃນຄັ້ງນີ້ແມ່ນຈັດຂຶ້ນເປັນປີທີ3ແລ້ວ ແລະ ໄດ້ປະສົບຜົນສໍາເລັດໃນລະດັບດີພໍສົມຄວນ ຈຸດປະສົງຫລັກກໍເພື່ອສົ່ງເສີມການທ່ອງທ່ຽວ ລາວທ່ຽວລາວ ໃນສະພາບທີ່ເກີດມີສະຖານະການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຈະພົບຄວາມຫຍຸ້ງຍາກ ແຕ່ມັນກໍມີກະລະໂອກາດ. ດັ່ງນັ້ນ, ທາງພາກສ່ວນກ່ຽວຂ້ອງເອງ ກໍໄດ້ມີການຄົ້ນຄວ້າປຶກສາຫາລືກັນ ຈຶ່ງໄດ້ເຮັດໃຫ້ເກີດມີງານ Let’s Travel ນີ້ຂຶ້ນມາ ແລະ ຫວັງວ່າຈະເປັນການກະຕຸ້ນການທ່ອງທ່ຽວ ໃຫ້ກັບມາຄຶກຄື້ນ ເພາະຈາກການເບິ່ງສະພາບລວມ ພາຍໃນນະຄອນຫລວງວຽງຈັນນັ້ນກໍເຫັນໄດ້ວ່າຕົວເລກການສັກວັກຊີນແມ່ນສູງແລ້ວ ດັ່ງນັ້ນທາງສະພາການຄ້າ ຈຶ່ງໄດ້ສະເຫນີ ກະຊວງຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວໃນເປີດເປີດທ່ອງທ່ຽວແບບສີຂຽວ ແລະ ໄດ້ຮັບຮອງແບບພື້ນຖານແລ້ວ ຈາກນັ້ນກໍຈະໄດ້ມີແຜນເປີດການທ່ອງທ່ຽວແບບເປັນບາດກ້າວຕາມລຳດັບ.

ງານດັ່ງກ່າວແມ່ນຈັດຂຶ້ນເປັນຄັ້ງທີ 3ແລ້ວ ແລະ ໃນປີນີ້ແມ່ນຈັດຂຶ້ນ ໃນວັນທີ 10-12 ທັນວາ 2021; ເນື່ອງຈາກສະຖານະການໂຄວິດ-19 ທີ່ແກ່ຍາວມາ ທາງສູນການຄ້າວຽງຈັນເຊັນເຕີ ແລະ ຄູ່ຮ່ວມຈັດງານຈຶ່ງໄດ້ມີການປັບປ່ຽນຮູບແບບງານໃຫ້ເຂົ້າກັບສະຖານະການປະຈຸບັນ ໂດຍເພີ່ມຊ່ອງທາງປະຊາສໍາພັນຜ່ານທາງOnline ເປັນຊ່ອງທາງຫຼັກ ແຕ່ເຖິງຢ່າງໃດກໍຕາມພາຍໃນງານກໍຍັງມີການຈຳໜ່າຍ Package ທ່ອງທ່ຽວໃນລາຄາພິເສດ ແລະ ລວບລວມຮ້ານອາຫານຫຼາກຫຼາຍຮ້ານຄ້າ ພ້ອມຍັງມີກິດຈະກຳ ແຈກຂອງລາງວັນ, ທີ່ພັກໂຮງແຮມ ແລະ ຂອງລາງວັນອື່ນໆຢ່າງຫລວງຫລາຍ ເຊິ່ງງານດັ່ງກ່າວນີ້ແມ່ນໄດ້ຮັບການສະຫນັບສະຫນູນຈາກຫລາຍພາກສ່ວນ ໃນການສົ່ງເສີມການທ່ອງທ່ຽວເຊັ່ນ: ບໍລິສັດ ຕັນຈົງ ມໍເຕີ(ລາວ) ຈຳກັດ ຕົວແທນຈຳໜ່າຍລົດ NISSAN ໃນລາວຢ່າງເປັນທາງການ, ບໍລິສັດ Lao telecom ແລະ ບໍລິສັດ Silk Road Media.

ພາຍໃນງານ ໄດ້ລວບລວມໂປໂມຊັ້ນຢ່າງຫຼາກຫຼາຍ ຈາກ 12ພາກສ່ວນ ທີ່ໃຫ້ບໍລິການທີ່ພັກ ແລະ ໂຮງແຮມໃຫ້ທຸກທ່ານເລືອກຊົມບໍ່ວ່າຈະເປັນໂປໂມຊັນຈາກທາງ LAO AIRLINE, EXO Travel Lao, Lao Thiao Lao, Sanctuary Hotels, Elephant Park Pakbeng, Riverside Boutique VVG, Crowne Plaza, Inthira Hotel, Sofitel 3 Nagas, Pullman, Belle Rive Boutique, Kiridara .

ໃນນີ້ຍັງມີຮ້ານອາຫານຫຼາກຫຼາຍຮ້ານຄ້າໃຫ້ໄດ້ເລືອກຊິມເລືອກຊື້ບໍ່ວ່າຈະເປັນຮ້ານ The Green House, ເຈ້ນ້ອຍອົ່ວແຊບສຸດບູຮານ, ຮ້ານຫວານຫວານ, ຮ້ານແມ໋ກຫົວຟູ, ຮ້ານປັງປຸ໋ຍ, ຮ້ານຊູຊີເອັມລານ, ຮ້ານເຂົ້າຈີ່ແມ່ໄພວັນ, ຮ້ານກະແລ້ມກະທິສົດ ແລະ ຮ້ານເຄ Bakeryອີກດ້ວຍ.

ຂ່າວ+ພາບ: ຈັນນະພາ