ຈະໃຊ້ທຶນ 6,7 ຕື້ກວ່າກີບ ໃຊ້ໃນການປົກປັກຮັກສາສິ່ງແວດລ້ອມໃນ 10 ໂຄງການຢູ່ປະເທດເຮົາ

194

ວັນທີ 10 ທັນວາ 2021 ໄດ້ມີພິທີເຊັນສັນຍາສະໜອງທຶນ ລະຫວ່າງ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ກປສ) ແລະ ຜູ້ຮັບທຶນຈາກສະຖາບັນຄົ້ນຄວ້າ ແລະ ສະຖິຕິ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ (2 ໂຄງການ), ສູນກາງສະຫະພັນແມ່ຍິງລາວ (2 ໂຄງການ), ພະແນກ ກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ (1 ໂຄງການ), ພະແນກຄຸ້ມຄອງປ່າສະຫງວນ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ (1 ໂຄງການ), ຫ້ອງວ່າການ ກະຊວງປ້ອງກັນປະເທດ (1ໂຄງການ), ກົມໂຄສະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (1 ໂຄງການ) ແລະ ຫ້ອງການແຜນການ ແລະ ການລົງທຶນ ນະຄອນປາກເຊ, ແຂວງ ຈຳປາສັກ (2 ໂຄງການ) ລວມທັງໝົດ 10 ໂຄງການ ມູນຄ່າທັງໜົດ 6.744.600.000 ກີບ (ຫົກຕື້ເຈັດຮ້ອຍສີ່ສິບສີ່ລ້ານຫົກແສນກີບ).

ພິທີດັ່ງກ່າວ ແມ່ນໄດ້ຈັດຂື້ນທີ່  ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ໂດຍທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍ ບັນດາຫົວໜ້າກົມ ແລະ ຮອງກົມ ຈາກ ກົມກອງທີ່ກ່ຽວຂ້ອງ ລວມໄປເຖິງ ຄະນະຊີ້ນໍາໂຄງການ ແລະ ຫົວໜ້າໂຄງການ ເພື່ອເຂົ້າຮ່ວມເປັນສັກຂີພິຍານ ລວມທັງໝົດປະມານ 50 ທ່ານ.

ໃນພິທີເຊັນສັນຍາດັ່ງກ່າວແມ່ນໃຫ້ກຽດລົງນາມເຊັນສັນຍາໂດຍ ນາງ ພັກກາວັນ ພິດສະໄໝ, ວ່າການຫົວໜ້າຫ້ອງການ ກອງທຶນປົກປັກຮັກສາສິ່ງແວດລ້ອມ (ຕາງໜ້າຜູ້ໃຫ້ທຶນ) ແລະ ຜູ້ຕາງໜ້າຈາກ 10 ໂຄງການ ທີ່ໄດ້ຮັບທຶນ ຄື:

1) ໂຄງການທີ 1: “ໂຄງການສ້າງຄວາມເຂັ້ມແຂງ ແລະ ພັດທະນາສະຖິຕິ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ”, ຈັດຕັ້ງປະຕິບັດໂດຍ ສະຖາບັນຄົ້ນຄ້ວາ ແລະ ສະຖິຕິ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມູນຄ່າໂຄງການ: 455.000.000 ກີບ (ສີ່ຮ້ອຍຫ້າສິບຫ້າລ້ານກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 3 ປີ.

ຈຸດປະສົງໂຄງການ: ສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານວິຊາການຢູ່ຂັ້ນສູນກາງ, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການເກັບກຳ, ສັງລວມຂໍ້ມູນມືສອງ, ສະໜອງຂໍ້ມູນເພື່ອຜະລິດປື້ມສະຖິຕິ ຊສ ປະຈໍາປີ ແລະ ສັງລວມເຂົ້າລະບົບ ຂໍ້ມູນ-ຂ່າວສານ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ.

2) ໂຄງການທີ 2: “ໂຄງການສ້າງເຄືອຂ່າຍການຄວບຄຸມມົນລະພິດທາງອາກາດ ແລະ ຈຸດສະສົມຄວາມຮ້ອນ ຢູ່ 4 ແຂວງ ພາກເໜືອ (ອຸດົມໄຊ, ໄຊຍະບຸລີ ຫຼວງພະບາງ ແລະ ຫົວພັນ) ໂດຍນຳໃຊ້ເຕັກໂນໂລຊິສືບຢັ່ງທາງໄກ ແລະ ລະບົບຂໍ້ມູນດ້ານພູມສາດ”, ຈັດຕັ້ງປະຕິບັດໂດຍ ສະຖາບັນຄົ້ນຄ້ວາ ແລະ ສະຖິຕິ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ມູນຄ່າໂຄງການ: 353.000.000 ກີບ (ສາມຮ້ອຍຫ້າສິບສາມລ້ານກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸດປະສົງໂຄງການ: ເພື່ອສ້າງເຄືອຂ່າຍ ແລະ ຄວບຄຸມແຫຼ່ງກຳເນີດມົນລະພິດທາງອາກາດ ແລະ ກໍານົດຈຸດສະສົມຄວາມຮ້ອນທີ່ເກີດຈາກການຖາງປ່າເຮັດໄຮ່ ແລະ ໄຟໄໝ້ລາມປ່າຢູ່ໃນ 4 ແຂວງພາກເໜືອຄື: ອຸດົມໄຊ, ໄຊຍະບຸລີ. ຫຼວງພະບາງ ແລະ ຫົວພັນ.

3) ໂຄງການທີ 3 : “ໂຄງການສົ່ງເສີມການນໍາໃຊ້ສີທໍາມະຊາດ ເພື່ອຫຼຸດຜ່ອນສານເຄມີຍ້ອມສີ”, ຈັດຕັ້ງປະຕິບັດໂດຍ ພະແນກອານຸລັກ ແລະ ສົ່ງເສີມມູນເຊື້ອວັດທະນະທໍາຂອງແມ່ຍິງລາວ, ສູນຂໍ້ມູນຂ່າວ ສານ ແລະ ຫໍມູນເຊຶ້ອແມ່ຍິງລາວ, ສູນກາງສະຫະພັນແມ່ຍິງລາວ, ມູນຄ່າໂຄງການ: 410.000.000 ກີບ (ສີ່ຮ້ອຍສິບລ້ານກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 3 ປີ.

ຈຸດປະສົງໂຄງການ: ເພື່ອສົ່ງເສີມບົດບາດຍິງ-ຊາຍ ໃນການຄຸ້ມຄອງການນໍາໃຊ້ສານເຄມີຍ້ອມສີໃຫ້ຫຼຸດຜ່ອນຜົນກະທົບຕໍ່ສິ່ງແວດລ້ອມ ແລະ ຫັນມານໍາໃຊ້ການຍ້ອມສີທໍາມະຊາດ.

4) ໂຄງການທີ 4: “ໂຄງການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດ ທີ່ເອົາໃຈໃສ່ບົດບາດຍິງ-ຊາຍ ເພື່ອຫຼຸດຜ່ອນຄວາມສ່ຽງໄພພິບັດໃນ ສປປ ລາວ”, ຈັດຕັ້ງປະຕິບັດໂດຍ ພະແນກສົ່ງເສີມແມ່ຍິງ ແລະ ຄອບຄົວ, ກົມພັດທະນາແມ່ຍິງລາວ, ສູນກາງສະຫະພັນແມ່ຍິງລາວ, ມູນຄ່າໂຄງການ: 798.600.000 ກີບ (ເຈັດຮ້ອຍເກົ້າສິບແປດລ້ານຫົກແສນ ກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸດປະສົງໂຄງການ: ເພື່ອປັບປຸງຊີວິດການເປັນຢູ່ຂອງແມ່ຍິງ ທີ່ໄດ້ຮັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ແລະ ຍົກລະດັບຄວາມສາມາດໃນການເຊື່ອມທັດສະນະບົດບາດຍີງຊາຍເຂົ້າໃນການຄຸ້ມຄອງການປ່ຽນແປງດິນຟ້າອາກາດ.

5) ໂຄງການທີ 5: “ໂຄງການປ້ອງກັນ ແລະ ເຝົ້າລະວັງໄຟໄໝ້ລາມປ່າ ເຂດປ່າສະຫງວນແຫ່ງຊາດ ພູພະນັງ ໃນເຂດ ນະຄອນຫຼວງວຽງຈັນ ແລະ ແຂວງ ວຽງຈັນ”, ຈັດຕັ້ງປະຕິບັດໂດຍ ພະແນກຄຸ້ມຄອງປ່າສະຫງວນ, ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້, ມູນຄ່າໂຄງການ: 795.000.000 ກີບ (ເຈັດຮ້ອຍເກົ້າສິບຫ້າລ້ານກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸດປະສົງໂຄງການ: ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ ກອງປ່າສະຫງວນຂັ້ນແຂວງ, ໜ່ວຍງານປ່າສະຫງວນຂັ້ນເມືອງ, ບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການເຝົ້າລະວັງໃນການປ້ອງກັນໄຟໄຫມ້ລາມປ່າ ແລະ ການຟື້ນຟູປ່າ ທີ່ຖືກທຳລາຍ ໃຫ້ໄດ້ຢ່າງໜ້ອຍ 80% ຫລື ປະມານ 1.470 ຮຕ ຂອງເນື້ອທີ່ທັງ ໝົດ 1.838 ຮຕ ພາຍໃນໄລຍະເວລາ 2 ປີ ( ກັນຍາ 2021 – ສິງຫາ 2023).

6) ໂຄງການທີ 6: “ໂຄງການຄຸ້ມຄອງປ່າໄມ້ ແລະ ພັດທະນາຊີວິດການເປັນຢູ່ ຂອງປະຊາຊົນ ໃນເຂດປ່າປ້ອງກັນແຫ່ງຊາດ ນໍ້າງຽບ-ນໍ້າມັງ ເມືອງບໍລິຄັນ ແຂວງ ບໍລິຄໍາໄຊ”, ຈັດຕັ້ງປະຕິບັດໂດຍ ພະແນກ ກະສິກຳ ແລະ ປ່າໄມ້ແຂວງບໍລິຄຳໄຊ, ມູນຄ່າໂຄງການ: 733.000.000 ກີບ (ເຈັດຮ້ອຍສາມສິບສາມລ້ານກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸດປະສົງໂຄງການ: ເພື່ອປັບປຸງຄວາມອາດສາມາດໃຫ້ແກ່ບ້ານ ໃນການຄຸ້ມຄອງປ່າໄມ້ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.

7) ໂຄງການທີ 7: “ໂຄງການສ້າງຄວາມເຂັ້ມແຂງໃຫ້ຊຸມຊົນ ໃນການຮັບມືກັບການປ່ຽນແປງດິນຟ້າອາກາດ, ການປ້ອງກັນ ແລະ ຫຼດຜ່ອນຄວາມສ່ຽງຈາກໄພພິບັດ”, ຈັດຕັ້ງປະຕິບັດໂດຍ ຫ້ອງວ່າການ ກະຊວງປ້ອງກັນປະເທດ, ມູນຄ່າໂຄງການ: 800.000.000 ກີບ (ແປດຮ້ອຍລ້ານກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸຸດປະສົງໂຄງການ: ເພື່ອສ້າງຄວາມເຂັ້ມແຂງໃຫ້ຊຸມຊົນໃນເຂດພື້ນທີ່ເປົ້າໝາຍ ໃຫ້ມີຄວາມຮູ້ຄວາມສາມາດ ໃນການປັບຕົວ ແລະ ຮັບມືກັບຜົນກະທົບຈາກການປ່ຽນແປງດິນຟ້າອາກາດ ກໍຄື ການຫຼຸດຜ່ອນຄວາມສ່ຽງຈາກໄພພິບັດ ກ້າວສູ່ການພັດທະນາຄຸນນະພາບຊີວິດທີ່ດີ ແລະ ຍືນຍົງ, ໂດຍການຍົກລະດັບຄວາມສາມາດ ຂອງກຳລັງ ປກຊ-ປກສ ໃນຂັ້ນທ້ອງຖີ່ນ ເພື່ອນຳພາຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

ໂຄງການທີ 8: “ໂຄງການສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງຖະແຫລ່ງຂ່າວ, ວັດທະນະທຳທ່ອງທ່ຽວ ແລະ ພາກທຸລະກິດທ່ອງທ່ຽວ ກ່ຽວກັບວຽກງານປົກປັກຮັກສາສິ່ງແວດລ້ອມເພື່ອການທ່ອງທ່ຽວທີ່ຢືນຍົງ”, ຈັດຕັ້ງປະຕິບັດໂດຍ ກົມໂຄສະນາການທ່ອງທ່ຽວ, ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມູນຄ່າໂຄງການ: 800 ລ້ານກີບ ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸດປະສົງຂອງໂຄງການ: ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານຂະແໜງ ຖະແຫລ່ງຂ່າວ, ວັດທະນະທຳ, ທ່ອງທຽວ ແລະ ພາກທຸລະກິດທ່ອງທ່ຽວ ກ່ຽວກັບຄວາມສໍາຄັນ ແລະ ຈໍາເປັນຂອງການປົກປັກຮັກສາສິ່ງແວດລ້ອມ ແນ່ໃສ່ເພື່ອການມີສ່ວນຮ່ວມຂອງພາກສ່ວນຕ່າງໆ ເອົາໃຈໃສ່ປະກອບສ່ວນປົກປັກການຮັກສາສິ່ງແວດລ້ອມທາງ ທໍາມະຊາດໃຫ້ຄົງຢູ່ ເພື່ອການທ່ອງທ່ຽວທີ່ຍືນຍົງ.

9) ໂຄງການທີ 9: “ໂຄງການປັບປຸງສະພາບສິ່ງແວດລ້ອມສີຂຽວຕາມເສັ້ນທາງເລກທີ 13, ເລກທີ 42 ແລະ ທາງເຊື່ອມຕໍ່ຈາກທາງເລກທີ 13 ຫາ ເສັ້ນທາງສາລາຂຽວດົງຈອງ ຄວາມຍາວ 3.709 ແມັດ ນະຄອນປາກເຊ”, ຈັດຕັ້ງປະຕິບັດໂດຍ ຫ້ອງການແຜນການ ແລະ ການລົງທຶນ ນະຄອນປາກເຊ, ແຂວງ ຈຳປາສັກ, ມູນຄ່າໂຄງການ: 799.720.000 ກີບ (ເຈັດຮ້ອຍເກົ້າສິບເກົ້າລ້ານເຈັດແສນຊາວພັນກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸດປະສົງໂຄງການ: ເພື່ອປັບປຸງສະພາບສິ່ງແວດລ້ອມ ຕາມເສັ້ນທາງ ແລະ ສ້າງເປັນທາງສີຂຽວຕາມເສັ້ນທາງເລກທີ 13,42 ເຊື່ອມຕໍ່ຈາກເສັ້ນທາງສາລາຂຽວດົງຈອງ ຄວາມຍາວ 3, 709 ແມັດ ນະຄອນ ປາກເຊ ໃຫ້ມີຄວາມເປັນລະບຽບ, ສວຍງາມ ກາຍເປັນນະຄອນຕົວແບບ ໃຫ້ແກ່ບັນດາເມືອງຕ່າງໆ ພ້ອມທັງ ສ້າງນະຄອນປາກເຊໃຫ້ມີພື້ນທີ່ປົກຫຸ້ມດ້ວຍຕົ້ນໄມ້ໃນອະນາຄົດ ໃຫ້ໄດ້ 60%-70% ຂອງພື້ນທີ່ທັງໝົດ ໃຫ້ຊຸມຊົນ ໃນນະຄອນປາກເຊມີອາກາດປອດໂປ່ງ.

10) ໂຄງການທີ 10: “ປັບປຸງສະພາບສີ່ງແວດລ້ອມສີຂຽວຕາມເສັ້ນທາງຫຼວງໃຈກາງເມືອງ ແລະ ສວນສາທາລະນະ ນະຄອນ ປາກເຊ, ແຂວງ ຈໍາປາສັກ”, ຈັດຕັ້ງປະຕິບັດໂດຍ ຫ້ອງການແຜນການ ແລະ ການລົງທຶນ ນະຄອນປາກເຊ, ແຂວງຈຳປາສັກ, ມູນຄ່າໂຄງການ: 799.600.000 ກີບ (ເຈັດຮ້ອຍເກົ້າສິບເກົ້າລ້ານຫົກແສນກີບ), ໄລຍະຈັດຕັ້ງປະຕິບັດໂຄງການ: 2 ປີ.

ຈຸດປະສົງໂຄງການ: ເພື່ອສ້າງສະພາບແວດລ້ອມສີຂຽວຕາມເສັ້ນທາງສາລາຂຽວ-ດົງຈອງ ແລະ ສວນສາທາລະນະໃນຕົວເມືອງ ແນ່ໃສ່ເພີ້ມພື້ນທີ່ສີຂຽວລຽບຕາມເສັ້ນທາງ ມີຄວາມຍາວທັງໝົດ 4050 ແມ້ດ ແລະ ສວນສາທາລະນະ 2 ເຮັກຕາ.