ທະນາຄານຮ່ວມພັດທະນາ ໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ

297

ເພື່ອເປັນການເພີ່ມທະວີການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ, ສືບຕໍ່ຈັດຕັ້ງຜັນຂະຫຍາຍແຜນພັດ ທະນາຂະແໜງການເງິນເປັນດິຈິຕອນກໍຄືແຜນພັດທະນາຫັນວຽກງານຄັງເງິນເປັນທັນສະໄໝແຕ່ປີ 2021-2025, ໃນວັນທີ 9 ທັນວາ 2021 ໄດ້ມີພິທີເຊັນສັນຍາລະຫວ່າງຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທະນາຄານຮ່ວມພັດທະນາ (JDB) ວ່າດ້ວຍການໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ.


ໂດຍການເຊັນຕາງໜ້າຂອງທ່ານ ນາງ ວັນພອນ ພົມມະສອນ ຫົວໜ້າຄັງເງິນແຫ່ງຊາດ ກະຊວງການເງິນ ກັບ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ (JDB), ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ແລະ ທ່ານ ເອກະພັນ ພະພິທັກ ປະທານສະພາບໍລິຫານທະນາຄານຮ່ວມພັດທະນາ(JDB), ມີທ່ານ ຮອງລັດຖະມົນຕີກະຊວງການເງິນ, ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງຂອງກະຊວງການເງິນ, ສະມາຊິກສະພາບໍລິຫານ, ຄະນະອໍານວຍການທະນາຄານຮ່ວມພັດທະນາເຂົ້າຮ່ວມ.


ການໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ JDB, ເປັນການພັດ ທະນາການເຊື່ອມຕໍ່ໂດຍກົງລະຫວ່າງລະບົບການຮັບຊໍາລະພັນທະຂອງທະນາຄານ ກັບ ລະບົບຄຸ້ມຄອງຂໍ້ມູນຂ່າວ ສານ ຄັງເງິນ (ລະບົບ RTIS) ແລະ ລະບົບ Tax Ris ຂອງກົມສ່ວຍສາອາກອນ, ຊຶ່ງໃນການພັດທະນາດັ່ງກ່າວ ແມ່ນໃຊ້ໄລຍະເວລາສັ້ນເທົ່ານັ້ນ.


ນອກຈາກການໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດຂອງ JDB ສໍາເລັດແລ້ວ, ໃນຕໍ່ໜ້າຄັງເງິນແຫ່ງຊາດ ແລະ JDB ພວມຂຸ້ນຂ້ຽວສຶບຕໍ່ໃນການພັດທະນາ, ປັບປຸງລະບົບການເຊື່ອມຕໍ່ການຊໍາລະສະສາງບັນດາລາຍຈ່າຍງົບປະມານແຫ່ງລັດຕື່ມອີກ, ຊຶ່ງວຽກງານດັ່ງກ່າວແມ່ນໜຶ່ງໃນຄາດໝາຍສູ້ຊົນ ໃນແຜນພັດທະນາຂະແໜງຄັງເງິນໄລຍະ ປີ 5 ( 2021-2025) ໃນການພັດທະນາ ແລະປະຕິຮູບວຽກງານຄັງເງິນ ຫັນເປັນທັນສະໄໝ ແລະ ສາມາດເຊື່ອມຕໍ່ກັບຂະແໜງລາຍຮັບ, ທະນາຄານທີ່ໃຫ້ບໍລິການ ແລະ ຫົວໜ່ວຍງົບ ປະມານ, ແນ່ໃສ່ຮັບປະກັນການລວມສູນທຸກແຫຼ່ງເງິນຂອງລັດຜ່ານລະບົບຄັງເງິນໃນຂອບເຂດທົ່ວປະເທດດ້ວຍການນຳໃຊ້ເຄື່ອງມືທັນສະໄໝ ແລະ ປັບປຸງຂອດການບໍລິການໃຫ້ມີຄວາມສະດວກ, ວ່ອງໄວ, ຍຸຕິທຳ, ໂປ່ງໃສ, ສາມາດກວດສອບໄດ້ ແລະ ສາມາດສະຫຼຸບລາຍງານໄດ້ທັນກຳນົດເວລາ ຫຼື ແບບ Auto Real Time.
ສໍາລັບການເປີດໃຫ້ບໍລິການຮັບຊໍາລະການມອບພັນທະຕ່າງໆເຂົ້າບັນຊີງົບປະມານແຫ່ງລັດ ເບື້ອງຕົ້ນຈະເປີດໃຫ້ບໍລິການຮັບຊໍາລະຜ່ານຊ່ອງທາງປ່ອງບໍລິການຂອງ JDB ຈໍານວນ 62 ໜ່ວຍບໍລິການໃນຂອບເຂດທົ່ວປະເທດ,ຊຶ່ງຈະເລີ່ມຈັດຕັ້ງປະຕິບັດເລີ່ມຕັ້ງແຕ່ວັນທີ 15 ທັນວາ 2021 ເປັນຕົ້ນໄປ. ນອກຈາກການໃຫ້ບໍລິການຮັບຊໍາລະຜ່ານຊ່ອງທາງປ່ອງບໍລິການຂອງ JDB ແລ້ວ; JDB ຍັງຈະໄດ້ສືບຕໍ່ພັດທະນາການຊໍາລະພັນທະອາກອນຜ່ານຊ່ອງທາງ JDB Yes Mobile Banking ແລະ ຈະສືບຕໍ່ພັດທະນາປັບປຸງລະບົບການຊໍາລະຮ່ວມກັບຄັ້ງເງິນແຫ່ງຊາດ ໂດຍສະເພາະແມ່ນການຊໍາລະບັນດາລາຍຈ່າຍງົບປະມານແຫ່ງລັດຄາດຈະໃຫ້ສໍາເລັດໃນຕົ້ນປີ 2022.


JDB ເປັນອີກຊ່ອງທາງໜຶ່ງໃນການປະກອບສ່ວນເຂົ້າໃນການຮັບຊໍາລະການມອບພັນທະຕ່າງໆເຂົ້າງົບປະ ມານແຫ່ງລັດ., ຊຶ່ງໄລຍະຜ່ານຜູ້ປະກອບການ ຫຼື ຜູ້ມີໜ້າທີ່ມອບພັນທະເຂົ້າງົບປະມານແຫ່ງລັດ, ສາມາດດຳເນີນຜ່ານຊ່ອງທາງຂອງ 5 ທະນາຄານທຸລະກິດເຊັ່ນ: ທະນາຄານການຄ້າຕ່າງປະເທດລາວມະຫາຊົນ, ທະນາຄານພັດທະ ນາລາວ, ທະນາຄານສົ່ງເສີມກະສິກໍາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານຫວຽດຕິນ, ເພື່ອສ້າງຄວາມສະດວກສະບາຍໃຫ້ຜູ້ປະກອບການ ຫຼື ຜູ້ມອບພັນທະເຂົ້າງົບປະມານແຫ່ງລັດໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກໍານົດເວລາ.

ໃນໂອກາດດັ່ງກ່າວ, ທະນາຄານຮ່ວມພັດທະນາ ຍັງໄດ້ປະຕິບັດການມອບພັນທະອາກອນປະຈໍາປີ 2021 ລວມມູນຄ່າ 40,38 ຕື້ກວ່າກີບ. ໃນນັ້ນ, ມອບອາກອນກໍາໄລລວງໜ້າຈໍານວນ 19 ຕື້ກີບ, ໂດຍການມອບຂອງ ທ່ານ ວິໄລ ສີພະພອນ ຜູ້ອໍານວຍການໃຫຍ່ທະນາຄານຮ່ວມພັດທະນາ ແລະ ກ່າວຮັບຂອງທ່ານ ທໍາມະລົດ ຣາຊະພົນ ຮັກສາການຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ.