7 ຄົນ, ເສຍຊີວິດໃໝ່ ຈາກໂຄວິດ 19 ໃນນັ້ນ ມີໜຸ່ມໄວ 22 ປີ R.I.P

0
224

ມາຮອດວັນທີ 09 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 86.148 ຄົນ, ເສຍຊີວິດສະສົມ 231 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 653 ຄົນ, ກໍາລັງປິ່ນປົວ 11.906 ຄົນ. ລາຍລະອຽດຜູ້ເສຍຊີວິດໃໝ່ 07 ຄົນ ມີດັ່ງນີ້


1 ເພດຊາຍ, ອາຍຸ 56 ປີ, ບ້ານຢູ່ປະຈຸບັນບ້ານກິ່ວກະຈຳ, ເມືອງ ຊຽງເງິນ ແຂວງ ຫຼວງພະບາງ ພະຍາດປະຈຳໂຕ: ເບົາຫວານ, ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19
ເຂົ້າໂຮງໝໍ ວັນທີ່ 06 ທັນວາ 2021, ຄົນເຈັບອິດເມື່ອຍ ແລະ ຜົນກວດພົບເຊື້ອພະຍາດໂຄວິດ-19 ແລະ ສະພາບຄົນເຈັບອິດເມື່ອຍອ່ອນເພຍຫຼາຍພາຍຫຼັງຟອກໄຂ່ຫຼັງ ແລະ ໄດ້ເຂົ້ານອນຕິດຕາມຢູ່ຫ້ອງມໍລະສຸມ
ມາຮອດເວລາ 23:20 ນາທີຂອງວັນທີ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ


2 ເພດຍິງ, ອາຍຸ 35 ປີ ອາຊີບ ປະຊາຊົນ, ບ້ານຢູ່: ສັງຄະໂລກ ເມືອງ ຫຼວງພະບາງ ແຂວງຫຼວງພະບາງ ພະຍາດປະຈຳໂຕ ບໍ່ເຄີຍກວດສຸຂະພາບ ໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ຄົບ ຄົນເຈັບມີອາການອິດເມື່ອຍຮາກຫຼາຍກ່ວາ 3 ວັນ ຈົນຮອດເວລາ 11:20 ນາທີ ຂອງວັນທີ່ 07 ທັນວາ 2021 ຄົນເຈັບງ່ວງຊຶມ ໄດ້ສົ່ງເຂົ້າມາໂຮງໝໍກວດພົບເຊື້ອພະຍາດໂຄວິດ-19 ແລ້ວສົ່ງເຂົ້ານອນໂຮງໝໍ ແລະ ສະພາບຄົນເຈັບບໍ່ໄດ້ສະຕິ ອາການ ບໍ່ດີ
ມາຮອດເວລາ 5:15ໂມງ ຂອງວັນດຽວກັນ ຄົນເຈັບ ໄດ້ເສຍຊີວິດ


3 ເພດຊາຍ, ອາຍຸ 85 ປີ, ບ້ານ ຫ້ວຍຊາຍໃຕ້, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.
ພະຍາດປະຈຳຕົວ ເປັນອຳມະພາດ ນອນຕິດຕຽງ 4 ປີ + ເບົາຫວານ ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19.
ວັນທີ 06 ທັນວາ 2021 ຄົນເຈັບເຂົ້າມານອນໂຮງໝໍຍ້ອນວ່າ ໄຂ້ ໄອ ຫັນໃຈຝືດ ເປັນຢູ່ບ້ານໄດ້ 3 ມື້ ແລະ ຜົນກວດພົບເຊື້ອ covid-19.

.
ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 06-09 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 04 ວັນ
ຮອດເວລາ 10:50 ນາທີ ຂອງວັນທີ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ


4 ເພດຍິງ, ອາຍຸ 74 ປີ, ອາຊີບ: ແມ່ເຮືອນ, ບ້ານ ນໍ້າຫໍ້ໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.
ພະຍາດປະຈຳຕົວ ພະຍາດປອດ. ບໍ່ໄດ້ສັກຢາກັນພະຍາດໂຄວິດ-19. ວັນທີ 29 ພະຈິກ 2021 ຄົນເຈັບເຂົ້າມາກວດຢູ່ໂຮງໝໍຍ້ອນອາການອິດເມື່ອຍ, ໄຂ້, ໄອ, ຫັນໃຈຝືດ ແລະ ຜົນກວດພົບເຊື້ອ covid-19.

.
ໄລຍະເວລາໃນການປິ່ນປົວຢູ່ໂຮງໝໍ ວັນທີ່ 29 ພະຈິກ 2021 – 07 ທັນວາ 2021: ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມເປັນເວລາ 09 ວັນ ມາຮອດເວລາ 24:30 ນາທີ ຂອງວັນທີ່ 07 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ


5 ເພດຊາຍ, ອາຍຸ 22 ປີ, ນັກໂທດຢູ່ຄຸມຂັງເມືອງ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ.ພະຍາດປະຈຳຕົວ ແຂງແຮງດີ + ມີປະຫວັດເສບຢາເສບຕິດ ບໍ່ໄດ້ສັກຢາກັນພະຍາດ ໂຄວິດ 19. ວັນທີ 08 ທັນວາ 2021 ຄົນເຈັບໄດ້ເຂົ້າມາໂຮງໝໍຍ້ອນອາການເມື່ອຍ, ໄອ, ຫັນໃຈຍາກ, ກະວົນກະວາຍ ແລະ ຜົນກວດພົບເຊື້ອ ໄລຍະເວລາເຂົ້າມານອນປິ່ນປົວຢູ່ໂຮງໝໍ ວັນທີ່ 08-09 ທັນວາ 2021 ໄດ້ເຂົ້ານອນປິ່ນປົວຢູ່ຫ້ອງມໍລະສຸມ ເປັນເວລາ 02 ມື້
ມາຮອດເວລາ 20:20 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ


6 ເພດຊາຍ, ອາຍຸ 65 ປີ, ບ້ານຮອ່ງສຸພາບ, ເມືອງໄຊເສດຖາ, ນະຄອນຫລວງ ພະຍາດປະຈຳຕົວ: ຄວາມດັນເລືອດສູງ ແລະ ໄຂ່ຫລັງຊຸດໂຊມຂັ້ນສຸດທ້າຍ ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19 ຄົບ ຄົນໃນຄອບຄົວຕິດເຊື້ອ
ເວລາ 13:30 ນາທີຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຫອບ, ອ່ອນເພ່ຍ ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
ມາຮອດເວລາ 18:30 ນາທີ ຂອງວັນທີ່ 09 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ


7 ເພດຍິງ, ອາຍຸ 87 ປີ, ບ້ານສີບຸນເຮືອງ, ເມືອງຈັນທະບູລີ, ນະຄອນຫລວງ ພະຍາດປະຈຳຕົວ ຄວາມດັນເລືອດສູງ ບໍ່ໄດ້ຮັບການສັກຢາກັນພະຍາດ ໂຄວິດ -19 ຄົນໃນຄອບຄົວຕິດເຊື້ອ
ວັນທີ 08 ທັນວາ 2021 ຄົນເຈັບ ໄດ້ມາກວດຢູ່ໂຮງໝໍ 103 ພ້ອມທັງເກັບຕົວຢ່າງກວດຊອກຫາເຊື້ອພະຍາດໂຄວິດ-19, ຜົນກວດພົບເຊື້ອ ແລະ ຮັບຄົນເຈັບເຂົ້ານອນປີ່ນປົວ
ວັນທີ 09 ທັນວາ 2021 ຍ້າຍຄົນເຈັບມາປີ່ນປົວຢູ່ຕຶກໂຄວິດ-19: ຄົນເຈັບມີອາການບໍ່ຮູ້ສະຕິ, ຫາຍໃຈຫອບແລະມາຮອດເວລາ 19:50 ນາທີ ຂອງມື້ດຽວກັນ ຄົນເຈັບ ໄດ້ເສຍຊີວິດ

LEAVE A REPLY

Please enter your comment!
Please enter your name here