ຍອດຜູ້ຕິດເຊື້ອໂຄວິດ 19, ມື້ນີ້ສູງ 1.645 ຄົນ, ນະຄອນຫຼວງວຽງຈັນ 924 ຄົນ

129

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານ ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈໍາວັນທີ 10 ທັນວາ ປີ ວ່າ ມາຮອດວັນທີ 09 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.734 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.645 ຄົນ (ຕິດເຊື້ອພາຍໃນ ມີ 1,644 ຄົນ ແລະ ຕິດເຊື້ອນໍາເຂົ້າ 01 ຄົນ).


ຂໍ້ມູນໂດຍຫຍໍ້ກ່ຽວກັບ ການຕິດເຊືື້ອພາຍໃນໃໝ່ ທັງໝົດ 1.644 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງຈະລຽງລຳດັບແຕ່ແຂວງຫຼາຍຫາໜ້ອຍມີລາຍລະອຽດ ດັ່ງນີ້


ນະຄອນຫຼວງ 924 ຄົນ ໃນ 180 ບ້ານ ແລະ 9 ເມືອງ, ຫຼວງນໍ້າທາ ມີ 141 ຄົນ, ອຸດົມໄຊ ມີ 108 ຄົນ, ບໍ່ແກ້ວ ມີ 84 ຄົນ, ຊຽງຂວາງ ມີ 70 ຄົນ, ຫຼວງພະບາງ ມີ 64 ຄົນ, ແຂວງວຽງຈັນ ມີ 48 ຄົນ, ຫົວພັນ ມີ 43 ຄົນ, ໄຊສົມບູນ ມີ 40 ຄົນ, ບໍລິຄຳໄຊ ມີ 39 ຄົນ


ຈຳປາສັກ ມີ 31 ຄົນ, ໄຊຍະບູລີ ມີ 21 ຄົນ, ສະຫວັນນະເຂດ ມີ 19 ຄົນ, ຄຳມ່ວນ ມີ 14 ຄົນ, ຜົ້ງສາລີ ມີ 14 ຄົນ, ເຊກອງ ມີ 11 ຄົນ, ສາລະວັນ ມີ 5 ຄົນ, ອັດຕະປື ມີ 1 ຄົນ

.
ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 1 ຄົນ, ຈາກແຂວງສະຫວັນນະເຂດໄດ້ເຂົ້າຈຳກັດສູນຈຳກັດບໍລິເວນກ່ອນກວດພົບເຊື້ອ ແລະ ສົ່ງໄປປີ່ນປົວຢູ່ຕາມສະຖານທີ່ປີ່ນປົວທີ່ກຳນົດໄວ້.


ມາຮອດວັນທີ 09 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 86.148 ຄົນ, ເສຍຊີວິດສະສົມ 231 ຄົນ (ໃໝ່ 07), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 653 ຄົນ, ກໍາລັງປິ່ນປົວ 11.906 ຄົນ.