ຍິ້ນແຕ່ລະຄັ້ງເຮັດໃຫ້ໂລກສົດໃສເລີຍ ມີສະເຫນ່ແຮງສໍາລັບນ້ອງຄົນນີ້ ຜູ້ມາພ້ອມດ້ວຍຄວາມສາມາດ ໃນເວທີປະກວດນາງສາວລາວ ຫລື Miss Laos 2021 ນັ້ນເອງ ສໍາລັບສາວງາມທີ່ກຳລັງເວົ້າເຖິງຢູ່ນີ້ມີຊື່ວ່າ ເສັ້ຍຢ່າງ ຊາວາ ຫຼື ຊີນ ML3 ປັດຈຸບັນອາຍຸ 20 ປີ ມາຈາກແຂວງໄຊສົມບູນ ແລະ ກຳລັງສຶກສາຢູ່ສະຖາບັນທະນາຄານປີ2 ແລະ ວິທະຍາໄລ ລາວ-ເມກາ ປີ2 ແລະ ຍັງບໍ່ພໍເທົ່ານັ້ນ ໃນປີ 2019 ຈົບພາສາຫວຽດຈາກມະຫາວິທະຍາໄລ ໂຕນດຶກຖັງ, ປະເທດຫວຽດນາມອີກດວຍ.
ນ້ອງຊີນໄດ້ໃຫ້ສໍາພາດວ່າ: ສຳລັບການມາປະກວດໃນເວທີນາງສາວລາວຄັ້ງນີ້ກໍເປັນຄັ້ງທີ 2 ແລ້ວ ເພາະປີກາຍຊີນກໍໄດ້ມາປະກວດຄືກັນ ແລະ ການມາຄັ້ງທີສອງນີ້ ແນ່ນອນວ່າຊີນມີຄວາມໃຝ່ຝັນ ແລະ ຢາກທີ່ຈະບັນລຸເປົ້າໝາຍທີ່ຕົນເອງວາງໄວ້ເປັນຢ່າງຍີ່ງ ນັ້ນກໍຄືການດຳລົງຕຳແໜ່ງນາງສາວລາວ 2021 ສ່ວນທາງດ້ານວົງການບັນເທີງຊີນກໍໃຫ້ຄວາມສົນໃຈຫລາຍ ແລະ ຊີນເອງກໍຫວັງວ່າຈະມີໂອກາດເຂົ້າມາຫາຊີນເຊັ່ນດຽວກັນ.
ສຳລັບຄະຕິປະຈຳໃຈຂອງຊີນແມ່ນ “Don’t judge a book by its cover” ເຊີ່ງໝາຍຄວາມວ່າຢ່າຕັດສີນຄົນຈາກພາຍນອກ ເພາະຊີນເອງກໍເຄີຍເປັນຄົນທີ່ຖຶກຕັດສີນຈາກພາຍນອກມາຫລາຍ ກໍເລີຍຢາກຈະເອົາຄຳເວົ້ານີ້ມາເປັນແຮງພັກດັນ ແລະ ເປັນແຮງບັນດານໃຈໃຫ້ຕົນເອງ ແລະ ອີກຫລາຍໆຄົນນຳ ຊີນເຊື່ອວ່າຄວາມງາມທີ່ແທ້ຈິງຄືງາມຈາກພາຍໃນເຊີ່ງລວມໄປເຖິງທັດສະນະຄະຕິ ແລະ ແນວຄວາມຄິດ.
ຖ້າຖາມຊີນວ່າເປັນຫຍັງຈຶ່ງເລືອກປະກວດເວທີນີ້ ຊີນກໍຈະຕອບຢ່າງພູມໃຈເລີຍວ່າ ເວທີນີ້ນີ້ເປັນເວທີທີ່ຄອງຄວາມເປັນເອກະລັກຂອງຄວາມເປັນລາວໄວ້ໄດ້ຫຼາຍທີ່ສຸດ ເຊີ່ງຊີນເຫັນວ່າມັນເປັນການດີທີ່ເຮົາສົ່ງເສີມຄວາມເປັນລາວໃຫ້ຢູ່ຄຽງຄູ່ກັນຕະຫລອດໄປ ເພາະສິ່ງທີ່ແພງທີ່ສຸດ ແລະ ເງິນຊື້ບໍໄດ້ນັ້ນກໍຄື ເອກະລັກວັດທະນະທຳຄວາມເປັນລາວ ແລະ ອີກເຫດຜົນ 1 ທີ່ຕັດສີນໃຈກັບມາເວທີນີ້ ກໍຄືຊີນເຄີຍປະກວດເວທີນີ້ມາແລ້ວຄັ້ງ 1 ເຊິ່ງຊີນເຫັນໄດ້ວ່ານີ້ເປັນເວທີທີ່ທ່ຽງທຳ ແລະ ຕັດສີນດ້ວຍຄວາມສາມາດໂດຍແທ້ຈີງ.
ສຳລັບການປະກວດໃນປີນີ້ ມີຄວາມແຕ່ງຕ່າງຈາກປີກາຍກໍຄືມີຮອບສະແດງຄວາມສາມາດ ນ້ອງກໍໄດ້ສະແດງຮ້ອງແພງ ແລະ ເຕັ້ນແຄນ, ແຕ່ຖ້າມື້ໜ້າໄດ້ມີໂອກາດສະແດງອີກນ້ອງຢາກຈະສະແດງທັກສະການເວົ້າ ຫລື ວາທະສິນນັ້ນເອງ ເພາະຊີນເປັນຄົນມັກເວົ້າ ແລະ ມັກກິດຈະກຳທີ່ກ່ຽວກັບການເວົ້າຫລາຍ.
ສຳລັບຈຸດເດັ່ນຂອງຊີນນັ້ນຊີນຄິດວ່າມີຫລາຍຢ່າງເລີຍ ທີ່ເຮັດໃຫ້ຊີນຊະນະໃຈກຳມະການ ເຊັ່ນ ທັດສະນະຄະຕິ, ໄຫວພິບ ແລະ ອັນທີ່ພິເສດທີ່ສຸດຂໍເກັບເປັນຄວາມລັບກ່ອນໄວ້ຮູ້ກັນມື້ຕັດສີນ. ໃນເລື່ອງຂອງການກຽມຕົວແມ່ນ ຊີນໄດ້ກຽມຫລາຍຢ່າງຫລາຍບໍ່ວ່າຈະເປັນເລື່ອງຂອງຈິດໃຈ, ຄວາມຮູ້ຄວາມສາມາດ, ແນວຄິດ ແລະ ລວມໄປເຖິງການເວົ້າ,ການຕອບຄຳຖາມອີກດ້ວຍ
ຖ້າໄດ້ຕຳແຫນ່ງນ້ອງຢາກປະກອບສ່ວນເພື່ອຊ່ວຍເຫລືອສັງຄົມຄື ໃນນາມທີ່ນ້ອງຍັງເປັນນັກສຶກສາ ແລະ ເປັນຊາວຫນຸ່ມຜູ້ຫນຶ່ງທີ່ປຽບເໝືອນແຂນຂວາຂອງພັກ ຖ້ານ້ອງໄດ້ຮັບຕຳແໜ່ງ ນາງສາວລາວ ສີ່ງທີ່ນ້ອງຢາກປະກອບສ່ວນທີ່ສຸດຄື ດ້ານການສຶກສາ ໂດຍສະເພາະແມ່ນພາກສ່ວນທີ່ຍັງຂາດແຄນ ແລະ ເຂົ້າບໍເຖິງການສຶກສາ ເພາະນ້ອງເຊື່ອວ່າການສຶກສາແມ່ນເສັ້ນທາງດຽວທີ່ຈະນຳພາເຮົາສຳເລັດໄດ້ໄວທີ່ສຸດ ດັ່ງຄຳເວົ້າໃນພາສາຫວຽດທີ່ວ່າ ” học tập là con đường duy nhất dẫn đến thành công “. ແລະ ນອກຈາກນີ້ກໍເປັນການສົ່ງເສີມບຸກຄະລາກອນລາວໃຫ້ມີປະສິດທິພາບຫລາຍຂື້ນ ເພື່ອການຂະຫຍາຍຕົວຂອງເສດຖະກິດ ແລະ ພັດທະນາປະເທດຊາດ.
ທ້າຍນີ້ຊີນເອງ ຂໍຝາກເຖິງແຟນໆນາງງາມທຸກຄົນຊ່ວຍເຊຍ, ໃຫ້ກຳລັງໃຈ ແລະ ໂຫວດໃຫ້ຊີນແນ່ເດີ້ ML03 ສາມາດຕິດຕາມຜົນງານໄດ້ຜ່ານທາງເຟສບຸກສ່ວນຕົວ Shiayang Zawa.
ຮູບ: Shiayang Zawa