ທ່ານ ໂອລາຟ ໂຊລ ສາບານຕົນເຂົ້າຮັບຕຳແໜ່ງນາຍົກລັດຖະມົນຕີເຢຍລະມັນຄົນໃໝ່

224

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານ ໂອ​ລາ​ຟ ໂຊ​ລ ໄດ້​ສາ​ບານ​ຕົນ​ເຂົ້າ​ຮັບ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອ​ງ​ເຢຍ​ລະ​ມັນ​ຄົນ​ໃໝ່ ເປັນ​ການ​ສິ້ນ​ສຸດ​ການ​ບໍ​ລິ​ຫານ​ປະ​ເທດ​ຂອງ ທ່ານນາງ ອັງ​ເກີລາ ແມ​ເຄີ້​ລ ທີ່​ດຳ​ລົງ​ຕຳ​ແໜ່ງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຍາວ​ນານ​ເຖິງ 16 ປີ.

ທັງ​ນີ້ ທ່ານ ໂອ​ລາ​ຟ ໂຊ​ລ ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ​ເມື່ອ​ວັນ​ທີ 8 ທັນ​ວາ​ຜ່ານ​ມາ ກ່ອນ​​ຈະ​ກັບ​ເຂົ້າ​ໄປ​ຍັງ​ສະ​ພາ​ເຢຍ​ລະ​ມັນ ເພື່ອ​ກ່າວ​ປະ​ຕິ​ຍານ​ຕົນ​ເອງ​ຕໍ່​ສະ​ພາ​ໃນ​ການ​ຮັບ​ໜ້າ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຢ່າງ​ເປັນ​ທາງ​ການ.

ທ່ານ ໂຊ​ລ ກ່າວ​ວ່າ: ຈະ​ທຸ່ມ​ເທ​ສຸດ​ຄວາມ​ສາ​ມາດ ເພື່ອ​ນຳ​ພາ​ເຢຍ​ລະ​ມັນ​ມີ​ໃບ​ໜ້າ​ໃໝ່​ທີ່​ກ້າວ​ໜ້າ​ຂຶ້ນ​ເລື້ອຍໆ ພ້ອມ​ທັງ​ກ່າວ​ສະ​ແດງ​ຄວາມ​ຊົມ​ເຊີຍ ທ່ານນາງ ອັງ​ເກີລາ ແມ​ເຄີ້​ລ ວ່າໄດ້​ສ້າງ​ຊື່​ສຽງ​ໃຫ້​ແກ່​ເຢຍ​ລະ​ມັນ​ຢ່າງຫຼວງຫຼາຍ.

ຂະ​ນະ​ທີ່ ທ່ານນາງ ອັງ​ເກີລາ ແມ​ເຄີ້​ລ ເຊິ່ງ​ຢູ່​ໃນ​ແວດ​ວົງ​ການ​ເມືອງ​ຂອງ​ເຢຍ​ລະ​ມັນ​ມາ​ຍາວ​ນານ​ເຖິງ 31 ປີ ໄດ້ ກ່າວ​ຕໍ່ ທ່ານ ໂຊ​ລ ວ່າ ຂໍ​ໃຫ້​ມີ​ຄວາມ​ສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໜ້າ​ທີ່​ອັນ​ມີ​ກຽດ ແລະ ສູງ​ສົ່ງ ພ້ອມ​ທັງ​ນຳ​ພາ​ເຢຍ​ລະ​ມັນ​ກ້າວ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ.