ປັດຈຸບັນລາວເຮົາ ມີຍອດຜູ້ເສຍຊີວິດສະສົມ 224 ຄົນ ໃນນັ້ນໃໝ່ 5 ຄົນລາຍລະອຽດຕາມນີ້

145

ມາຮອດວັນທີ 08 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 83.294 ຄົນ, ເສຍຊີວິດສະສົມ 224 ຄົນ (ໃໝ່ 05), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 751 ຄົນ, ກໍາລັງປິ່ນປົວ 12.151 ຄົນ.

ລາຍລະອຽດຜູ້ເສຍຊີວິດໃໝ່ 05 ຄົນ ມີດັ່ງນີ້:

1 ເພດຊາຍ, ອາຍຸ 55 ປີ, ບ້ານ ຫ້ວຍຊາຍໃຕ້. ເມືອງ ຫ້ວຍຊາຍ. ແຂວງ ບໍ່ແກ້ວ.

ພະຍາດປະຈຳຕົວ: ເບົາຫວານ, ບໍ່ໄດ້ສັກຢາກັນພະຍາດໂຄວິດ 19. ວັນທີ 3 ທັນວາ 2021: ກວດພົບເຊື້ອ covid-19.
ເບື້ອງຕົ້ນໄດ້ນອນຕິດຕາມປິ່ນປົວຢູ່ບ້ານ ຮອດວັນທີ່ 07 ທັນວາ 2021 ເວລາ 4ໂມງເຊົ້າ ໄດ້ເຂົ້າມານອນໂຮງໝໍຍ້ອນມີອາການໄອ, ຫັນໃຈຝືດແຮງ, ນອນພຽງບໍ່ໄດ້ ແລະ ໄດ້ຮັບເຂົ້ານອນຫ້ອງມໍລະສຸມ

ໄລຍະທີ່ນອນປີ່ນປົວຢູ່ໂຮງຫມໍ ວັນທີ່ 07-08 ທັນວາ 2021, ເປັນເວລາ 2 ມື້ມາຮອດເວລາ 10:30 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

2 ເພດຍິງ ອາຍຸ 67 ປີ, ຢູ່ບ້ານ ດົງ, ເມືອງ ທຸລະຄົມ ແຂວງ ວຽງຈັນ (ນັບເປັນຄົນເຈັບນະຄອນຫລວງ)ພະຍາດປະຈໍາຕົວ ຄວາມດັນເລືອດສູງ, ເບົາຫວານ ແລະ ເກົາ, ໄດ້ສັກຢາກັນພະຍາດໂຄວິດ 19 ຄົບສອງເຂັມ
ເຂົ້າມາໂຮງໝໍມະໂຫສົດ ເວລາ 12:47 ນາທີ ຂອງວັນທີ 06 ທັນວາ 2021 ແລະ ໄດ້ນໍາສົ່ງມາໂຮງໝໍເຊດຖາທິຣາດວັນທີ 07 ທັນວາ 2021 ເວລາ 14:45 ນາທີ ດວ້ຍອາການໜັກ ແລະ ມາຮອດເວລາ 19:20 ນາທີ ຂອງວັນທີ 08 ທັນວາ 2021 ຄົນເຈັບ ໄດ້ເສຍຊີິວິດ.

3) ເພດຍິງ, ອາຍຸ 51 ປີ, ບ້ານຊຽງຍຶນ, ເມືອງຈັນທະບູລີ, ນະຄອນຫລວງ

ພະຍາດປະຈຳໂຕ: ຄວາມດັນເລືອດສູງ ແລະ ເບົາຫວານ ມາໄດ້ 5 ປີ ກິນຢາປະຈໍາ, ໄດ້ສັກຢາກັນພະຍາດໂຄວິດ-19ຄົບ
ເວລາ 18:00 ໂມງຂອງວັນທີ 25 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ, ຫາຍໃຈຝຶດ ແລະ ແໜ້ນໜ້າເອີກ ໄດ້ເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ

ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 25 ພະຈິກ 2021-08 ທັນວາ 2021, ລວມເປັນ 14 ວັນ ມາຮອດເວລາ 05:10 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

4 ເພດຊາຍ, ອາຍຸ 46 ປີ, ບ້ານໂພນສົມບູນ, ເມືອງສີໂຄດຕະບອງ, ນະຄອນຫລວງພະຍາດປະຈຳໂຕ: ພະຍາດຫົວໃຈ ແຕ່ບໍ່ໄດ້ກວດສຸຂະພາບເປັນປະຈໍາ, ບໍ່ໄດ້ສັກຢາກັນພະຍາດໂຄວິດ-19 ເວລາ 12:00 ໂມງຂອງວັນທີ 27 ພະຈິກ 2021: ຄົນເຈັບມາກວດຢູ່ໂຮງໝໍ 103 ດ້ວຍອາການໄຂ້, ໄອ ແລະ ຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງມາກວດພະຍາດໂຄວິດ-19 ແມ່ນໃຫ້ຜົນບວກ ແລະ ຮັບຄົນເຈັບເຂົ້ານອນໂຮງໝໍ ໄລຍະເວລານອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແຕ່ທີ່ 27 ພະຈິກ 2021-08 ທັນວາ 2021, ລວມເປັນ 12 ວັນ ມາຮອດເວລາ 11:00 ນາທີ ຂອງວັນທີ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

5) ເພດຊາຍ, ອາຍຸ 86 ປີ, ບ້ານສະຫວ່າງ, ເມືອງ ຈັນທະບູລີ, ນະຄອນຫລວງ. ພະຍາດປະຈຳໂຕ: ຄວາມດັນເລືອດສູງແລະ ຄົນເຈັບເປັນອຳມະພາດມາກ່ອນບໍ່ໄດ້ສັກຢາກັນພະຍາດໂຄວິດ-19 ຜົນກວດຢັ້ງຢືນ: ວັນທີ 30 ພະຈິກ 2021 ເວລາ 19:30 ຂອງວັນທີ 01 ທັນວາ 2021 ມາດ້ວຍອາການງ່ວງຊຶມ, ຖ່າຍເປັນເລືອດສີແດງສົດ, ຫາຍໃຈມີການຈ່ອງດຶງ (ກ່ອນໜ້ານີ້ ໄອມາໄດ້ 7 ວັນ, ໄຂ້, ເມື່ອຍ ແລະ ກິນດື່ມໄດ້ໜ້ອຍ) ໄລຍະເວລາປີ່ນປົວຢູ່ໂຮງໝໍດັ່ງກ່າວ: ວັນທີ 30 ພະຈິກ 2021-08 ທັນວາ 2021, ລວມເປັນ 10 ວັນ ຮອດເວລາ 13:00 ໂມງ ຂອງວັນທີ່ 08 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.