ນ້ຳໃຈຈາກປະເທດເພື່ອນມິດ ມາເລເຊຍ ສົ່ງວັກຊິນຊ່ວຍ ສປປ ລາວ

173

ວັກຊີນ Astra Zeneca ຈຳນວນ 283.400 ໂດສ໌ ຈາກລັດຖະບານແຫ່ງມາເລເຊຍ ໄດ້ຮອດ ສປປ ລາວ ແລ້ວໃນຕອນຄ່ຳວັນທີ 8 ທັນວາ 2021 ຜ່ານມາທີ່ສະໜາມບິນສາກົດວັດໄຕ ເພື່ອຊ່ວຍປະເທດເຮົາອີກແຮງໜຶ່ງໃນການສ້າງພູມຄຸ້ມກັນແກ່ປະຊາຊົນ.

ໂດຍໃຫ້ກຽດເຂົ້ນຮ່ວມຂອງທ່ານ ປອ.ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ນາງ Rafiqa Hazura Md Ridzuan ອຸປະທູດຊົ່ວຄາວ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ.

ວັກຊິນທີ່ໄດ້ຮັບໃນຄັ້ງນີ້ແມ່ນຈະນຳເອົາມາເສີມຂະຫຍາຍຂະບວນການສັກວັກຊີນກັນພະຍາດໂຄວິດ-19, ໂດຍສະເພາະໃນປັດຈຸບັນນີ້ທີ່ ສປປ ລາວ ໄດ້ກໍານົດເປົ້າໝາຍໃໝ່ຂອງການສັກວັກຊີນໃຫ້ໄດ້ 70 ເປີເຊັນ ຂອງປະຊາກອນທັງໝົດໃນທ້າຍປີ 2021 ນີ້.