ກຸ່ມບໍລິສັດໂຄລາວ ມອບລົດຮັບໃຊ້ຊົ່ວຄາວ ໃຫ້ນະຄອນຫຼວງວຽງຈັນ ໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19

252

ໃນຕອນບ່າຍ ວັນທີ 8 ທັນວາ 2021 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໄດ້ມີພິທີ ມອບ-ຮັບ ລົດຮັບໃຊ້ຊົ່ວຄາວ ຈຳນວນ 5 ຄັນ ພ້ອມນ້ຳມັນລົດ ລວມມູນຄ່າ 220 ລ້ານກີບ ພາຍໃຕ້ໂຄງການແບ່ງປັນນໍ້າໃຈໃຫ້ສັງຄົມລາວ ໃຫ້ອົງການນະຄອນຫຼວງວຽງຈັນ ໃຊ້ເຂົ້າໃນວຽກງານຕ້ານພະຍາດໂຄວິດ-19ໃ


ຕາງໜ້າມອບໂດຍ ທ່ານ ດຣ. ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ແລະ ກ່າວຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ.


ທ່ານ ດຣ. ຄຳຂັນ ນະພາວົງ ຮອງປະທານໃຫຍ່ ກຸ່ມບໍລິສັດໂຄລາວ ກ່າວວ່າ: ການຊ່ວຍເຫຼືອໃນຄັ້ງນີ້ ອາດເປັນການຊ່ວຍເຫຼືອທີ່ມີຈຳນວນບໍ່ຫຼາຍ ແຕ່ກໍເກີດຈາກນ້ຳໃຈທາງກຸ່ມບໍລິສັດໂຄລາວ ທີ່ເຫັນໄດ້ເຖິງຄວາມສຳຄັນໃນການຊ່ວຍເຫຼືອແກ່ສັງຄົມ ກໍຄືພັກ ແລະ ລັດຖະບານ ໃນການຕ້ານພະຍາດໂຄວິດ-19 ທີ່ກຳລັງບະບາດຢູ່ໃນປັດຈຸບັນ ເຊິ່ງຫວັງວ່າການຊ່ວຍເຫຼືອຂອງພວກເຮົາໃນຄັ້ງນີ້ຈະສາມາດແບ່ງເບົາ ແລະ ບັນເທົາຄວາມຫຍຸ້ງຍາກຂອງບຸກຄະລາກອນ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄປໄດ້ບໍ່ຫຼາຍກໍໜ້ອຍ ແລະ ທາງກຸ່ມບໍລິສັດໂຄລາວກໍຈະສືບຕໍ່ຊ່ວຍເຫຼືອເທົ່າທີ່ຈະຊ່ວຍໄດ້ຈົນກວ່າສະພາບໂຄວິດ-19 ຈະດີຂຶ້ນ.


ໃນໂອກາດດັ່ງກ່າວ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ກໍໄດ້ກ່າວສະແດງຄວາມຂອບໃຈ ຕໍ່ທາງກຸ່ມບໍລິສັດໂຄລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອມາໂດຍຕະຫຼອດ ແລະ ຄັ້ງນີ້ກໍໄດ້ມອບລົດຕູ້ຮັບໃຊ້ຊົ່ວຄາວໃນການຂົນສົ່ງຄົນເຈັບເພີ່ມອີກຈຳນວນ 5 ຄັນ ພ້ອມເງິນນ້ຳມັນ ລວມທັງໝົດ 220 ລ້ານກີບ ເຊິ່ງເປັນການປະກອບສ່ວນອັນສໍາຄັນໃຫ້ແກ່ ນະຄອນຫຼວງວຽງຈັນ ໃນການຮັບໃຊ້ວຽກງານຕ້ານ, ສະກັດກັ້ນ ແລະ ການແຜ່ລະບາດຂອງພະຍາດໂຄວິດ-19.