3 ບໍລິສັດ ຮ່ວມໃຈສະໜັບສະໜູນ 30 ທຶນ ໃຫ້ແກ່ນັກສຶກສາດ້ອຍໂອກາດໃນຂະແໜງວິຊາຊີບຍຸຕິທຳ

373

ບໍລິສັດ ພູສີ ກຣຸບ ຮ່ວມກັບກຸ່ມບໍລິສັດໂຊກໄຊ ແລະ ບໍລິສັດ ເອໄອເອັຟ ກຣຸບ ໄດ້ສະໜັບສະໜູນທຶນການສຶກສາໃຫ້ແກ່ນ້ອງນັກຮຽນທີ່ເປັນເພດຍິງທີ່ດ້ອຍໂອກາດ ຈໍານວນ 30 ທຶນ ລວມມູນຄ່າຫຼາຍຮ້ອຍລ້ານກີບ.

ມີພິທີມອບ-ຮັບທຶນການສຶກສາ ໃຫ້ແກ່ນັກສຶກສາເພດຍິງຜູ້ດ້ອຍໂອກາດໃນຂະແໜງວິຊາຊີບຍຸຕິທຳ ຈັດຂຶ້ນໃນວັນທີ 07 ທັນວາ 2021 ທີ່ສະຖາບັນຍຸຕິທໍາແຫ່ງຊາດ ໂດຍການເຂົ້າຮ່ວມຂອງທ່ານ ບຸນຕາ ສໍພາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ, ທ່ານ ພົນຕີ ບຸນມີ ແສງຄຳຢອງ ຮອງຜູ້ອໍານວຍການອາວຸໂສ ບໍລິສັດ ເອໄອເອັຟ ກຣຸບ, ທ່ານ ສີທາ ພົມມະຈິດ ຮອງປະທານສະພາບໍລິຫານ ບໍລິສັດ ພູສີ ກຣຸບ; ທ່ານ ໂຊກໄຊ ສົມໃຈນຶກ ປະທານກຸ່ມບໍລິສັດໂຊກໄຊ, ພ້ອມດ້ວຍຫົວໜ້າພະແນກ, ຫົວໜ້າພາກວິຊາ ແລະ ຄູອາຈານຂອງສະຖາບັນຍຸຕິທຳແຫ່ງຊາດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ບຸນຕາ ສໍພາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ກໍໄດ້ກ່າວຍ້ອງຍໍຊົມເຊີຍມາຍັງ ສາມບໍລິສັດ ທີ່ໄດ້ໃຫ້ການສະໜັບສະໜູນທຶນການສຶກສາໃນຄັ້ງນີ້ ໃຫ້ແກ່ນັກສຶກສາສະຖາບັນຍຸຕິທຳແຫ່ງຊາດ ຕະຫຼອດໄລຍະ 1 ປີ ໂດຍສະເພາະແມ່ນນັກສຶກສາເພດຍິງທີ່ດ້ອຍໂອກາດ; ຊຶ່ງເປັນການປະກອບສ່ວນຊ່ວຍເຫຼືອທາງດ້ານປັດໄຈເຂົ້າໃນວຽກງານສ້າງລັດ ສປປ ລາວ ໃຫ້ກາຍເປັນລັດທີ່ປົກຄອງດ້ວຍກົດໝາຍເທື່ອລະກ້າວ.