ຂົວຂ້າມນ້ຳພູນສຳເລັດ ຄືຜົນງານອ້າຍນ້ອງທະຫານກອງພັນໃຫຍ່ 201

382

ໃນວັນທີ 7 ທັນວາ 2021 ກອງພັນໃຫຍ່201 ໄດ້ລົງມືການສ້າງຂົວຂ້າມນ້ຳພູນ ຂົວແບບໃຊ້ຊົ່ວຄາວໃນລະດູແລ້ງ ແລະ ສໍາເລັດລົງໃນວັນດຽວກັນ ລະຫວ່າງ ກອງພັນໃຫຍ່ 201 ຫາ ບ້ານສຸວັນນະພູມ, ເຊີ່ງນໍາພາໂດຍ ທ່ານ ພັອ ບຸນພົບ ວິໄລສັກ ຄະນະພັກກອງພົນ ເລຂາຄະນະພັກ ຫົວໜ້າການເມືອງ 201 ແລະ ທ່ານ ພັນໂທ ຄໍາແສງ ພັນອິນດາ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງພັນໃຫຍ່ 201, ພ້ອມດ້ວຍຄະນະພັກຄະນະບັນຊາກອງພັນໃຫຍ່ 201, ກໍາລັງມາສ້າງຂົວໃນຄັ້ງນີ້ ແມ່ນແຮງງານມາຈາກ ພະນັກງານ-ນັກຮົບ, ພະແນກການ, ກອງຮ້ອຍ, ໝວດ, ກອງ ພັນນ້ອຍທີ່ຂຶ້ນກັບກອງພັນໃຫຍ່201.


ສະຫາຍ ພັຕ ເພັດສອນ ອິນສະໜາ ຫົວໜ້າຂະແໜງຊ່າງແສງກອງພັນໃຫຍ່ 201 ຜູ້ຊີ້ນໍາການສ້າງຂົວໃນຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ເພື່ອປະຕິບັດຄໍາສັ່ງຂອງຄະນະພັກ-ຄະນະບັນຊາກອງພັນໃຫຍ່ 201 ມອບໝາຍໃຫ້, ໃນນາມວິຊາການຊີ້ນໍາລວມ ເຮັດຂົວຂ້າມນໍ້າພູນຄັ້ງນີ້ ແມ່ນໄດ້ຈັດຕັ້ງນຳພາ ກຳລັງໄປຕັດໄມ້ 1.150 ລໍາ, ໄມ້ປ່ອງ 700 ກວ່າລໍາ, ໄມ້ຈິງ 450 ລໍາ ແລະ ມາຮອດມື້ນີ້, ເປັນມື້ລົງມືເຮັດຕົວຈິງ.

ຫຼັງຈາກນັ້ນ ຈຶ່ງໄດ້ແຈ້ງໃຫ້ບັນດາອ້າຍນ້ອງທົ່ວກອງພັນໃຫຍ່ 201 ເຂົ້າຮ່ວມຂະບວນການທັງໝົດ 545 ສະຫາຍ, ສະຫະພັນແມ່ຍິງ 35 ສະຫາຍ, ການສ້າງຂົວແມ່ນໄດ້ແບ່ງໝ້າວຽກໃຫ້ແຕ່ລະຈຸສານແຕະ, ເຮັດເປັນກະຈວຍ, ມີຄວາມກວ້າງ 1,20 ແມັດ, ຍາວ 72 ຊັງຕີແມັດ, ແຕ່ລະປີຫລັງຈາກສີ້ນສຸດລະດູຝົນແລ້ວ ຄະນະພັກ-ຄະນະບັນຊາກອງພັນໃຫຍ່ ແມ່ນໄດ້ຄົ້ນຄວ້າຕົກລົງໃຫ້ຂະ ແໜງຊ່າງແຊ່ງຂຶ້ນແຜນເຮັດຂົວຂ້າມນ້ຳພູນ, ເພື່ອເຮັດໃຫ້ພະນັກງານ-ນັກຮົບ-ປະຊາຊົນ ໄປມາຫາສູ່ໄດ້ສະດວກສະບາຍຫລາຍຂຶ້ນ.

ຂົວນ້ຳພູນ ທີ່ສ້າງມາດ້ວຍນ້ຳເຫື່ອ ແລະແຮງງານຂອງອ້າຍນ້ອງທະຫານກອງພັນໃຫຍ່ 201 ນີ້ແມ່ນຕ້ອງຢູ່ເມືອງປາກລາຍ ແຂວງໄຊຍະບູລີ.


ຂ່າວ: ນາງໄພວັນ
ພາບ:ເກດ ອານຸສອນ