3 ຂໍ້ຄວນຮູ້ກ່ອນກິນອາຫານເສີມ “ວິຕາມິນຊີ”

473

ແພດແນະນຳ 3 ຂໍ້ຄວນຮູ້ກ່ອນການກິນອາຫານເສີມວິຕາມິນຊີ ເພື່ອໃຫ້ການກິນວິຕາມິນຊີຂອງເຮົາໄດ້ປະໂຫຍດສູງສຸດ ແລະ ຄຸ້ມຄ່າ.

ວິຕາມິນຊີ ຫຼື Ascorbic Acid ເປັນສານອາຫານທີ່ຊ່ວຍສ້ອມແຊມເນື້ອເຍື່ອ ເຮັດໃຫ້ຮ່າງກາຍຈະເລີນເຕີບໃຫຍ່ສົມໄວ ມີພູມຄຸ້ມກັນເພີ່ມຂຶ້ນ ບັນເທົາອາການຫວັດ ແມ້ວ່າຈະເປັນກົດປະເພດໜຶ່ງທີ່ມີປະໂຫຍດຕໍ່ຮ່າງກາຍຫຼາຍ ແລະ ຍັງມີຄວາມປອດໄພສູງ ແຕ່ຫາກບໍ່ມີຄວາມຮູ້ຄວາມເຂົ້າໃຈຫຼາຍພຽງພໍ ອາດເຮັດໃຫ້ເຮົາບໍ່ໄດ້ຮັບປະໂຫຍດຈາກວິຕາມິນຊີເທົ່າທີ່ຄວນຈະເປັນ.

1. ກິນວິຕາມິນຊີຫຼາຍເກີນໄປ ກໍໃຫ້ໂທດຕໍ່ຮ່າງກາຍ

ການກິນວິຕາມິນຊີຫຼາຍໆ ຈົນເຖິງຫຼາຍເກີນໄປ ບໍ່ໄດ້ຊ່ວຍເພີ່ມພູມຄຸ້ມກັນຫຼາຍຂຶ້ນເລື່ອຍໆ ແຕ່ຢ່າງໃດ ຫາກເຮົາກິນວິຕາມິນຊີຫຼາຍເກີນກວ່າທີ່ຮ່າງກາຍຕ້ອງການ ອາດເຮັດໃຫ້ເກີດຄວາມຜິດປົກກະຕິຕໍ່ຮ່າງກາຍ ເຊັ່ນ

• ລະຄາຍເຄືອງກະເພາະອາຫານ ເພາະວິຕາມິນຊີທີ່ເຮົາກິນເຂົ້າໄປ ບໍ່ໄດ້ຖືກດູດຊຶມໄປໃຊ້ໄດ້ທັງໝົດ ເຊັ່ນ ຫາກກິນວິຕາມິນ 1000 ມິນລິກຣາມ ອາດຈະດູດຊຶມໄປໃຊ້ໃນຮ່າງກາຍໄດ້ພຽງ 50% ເທົ່ານັ້ນ ວິຕາມິນຊີສ່ວນທີ່ຕົກຄ້າງອາດເຮັດໃຫ້ເຮົາເກີດອາການແສບກະເພາະອາຫານ ທ້ອງອືດ ເປັນຕະຄິວຢູ່ທ້ອງ ບໍ່ສະບາຍທ້ອງ ເປັນຕົ້ນ.

• ຮ່າງກາຍດູດຊຶມທາດເຫຼັກເກີນໄປ ເຮັດໃຫ້ໃນຮ່າງກາຍມີທາດເຫຼັກຫຼາຍເກີນໄປ ເຊິ່ງເຮັດໃຫ້ເກີດອາການປຸ້ນທ້ອງ ປວດຮາກ ວິນຫົວ ໄປຈົນເຖິງຜິວພັນມີສີດຳເຂັ້ມ.

• ວິຕາມິນຊີສ່ວນເກີນຖືກຂັບອອກທາງຍ່ຽວ ເຊິ່ງອາດເຮັດໃຫ້ເກີດຕະກອນ ແລະ ອາດການເປັນໜິ້ວໃນໝາກໄຂ່ຫຼັງໄດ້ໃນອະນາຄົດ.

2. ຄວນກິນວິຕາມິນຊີໃຫ້ເໝາະສົມທັງປະລິມານ ແລະ ຊ່ວງເວລາທີ່ກິນ

ປົກກະຕິແລ້ວໃນເດັກຕ້ອງການວິຕາມິນຊີພຽງ 20-50 ມິນລິກຣາມຕໍ່ມື້ ຜູ້ຍິງແມ່ນຢູ່ທີ່ 50-100 ມິນລິກຣາມ ເຮົາສາມາດຮັບວິຕາມິນຊີໃນແຕ່ລະມື້ໄດ້ຢ່າງພຽງພໍຜ່ານໝາກໄມ້ລົດສົ້ມ (ລວມເຖິງ ໝາກສີດາ ທີ່ເປັນໝາກໄມ້ທີ່ບໍ່ໄດ້ມີລົດສົ້ມແຕ່ມີວິຕາມິນຊີສູງ) ວິຕາມິນຊີທີ່ຂາຍໃນຮູບແບບຂອງອາຫານເສີມໃນທ້ອງຕະຫຼາດມັກມີປະລິມານ 200-1000 ມິນລິກຣາມ ອາດບໍ່ໄດ້ຫຼາຍເກີນໄປຈົນເປັນອັນຕະລາຍຕໍ່ຮ່າງກາຍ ແຕ່ຮ່າງກາຍກໍບໍ່ໄດ້ມີຄວາມຈຳເປັນທີ່ຈະຕ້ອງຮັບວິຕາມິນຊີຫຼາຍຂະໜາດນັ້ນ ແຕ່ໃນ 1 ມື້ບໍ່ຄວນກິນວິຕາມິນຊີເກີນ 3000 ມິນລິກຣາມ.

ເພື່ອໃຫ້ຮ່າງກາຍໄດ້ຮັບວິຕາມິນຊີຊະນິດເມັດໄດ້ຢ່າງເຕັມທີ່ທີ່ສຸດ ຮ່າງກາຍດູດຊຶມນຳໄປໃຊ້ໄດ້ເກືອບທັງໝົດ ແນະນຳໃຫ້ກິນວິຕາມິນຊີປະລິມານ 200-500 ມິນລິກຣາມ ໃນຊ່ວງເວລາເຊົ້າ ແລະ ແລງ.

3. ເກັບຮັກສາວິຕາມິນຊີຢ່າງຖືກຕ້ອງ

ການເກັບວິຕາມິນຊີຜິດວິທີອາດເຮັດໃຫ້ວິຕາມິນຊີເສື່ອມສະພາບ ສູນເສຍຄວາມສາມາດຂອງມັນໄປໄດ້ ບໍ່ຄວນເກັບວິຕາມິນຊີໄວ້ໃນບ່ອນທີ່ມີແສງແດດແຮງ ແລະ ມີຄວາມຊື້ນ ດັ່ງນັ້ນ ແນະນຳເກັບວິຕາມິນຊີເອົາໄວ້ໃນກະປຸກ ໂດຍສະເພາະກະປຸກສີຊາ ສີນນ້ຳຕານທີ່ກອງແສງໄດ້ ແລະ ບໍ່ຄວນເກັບໃນບ່ອນທີ່ມີອາກາດຮ້ອນແຮງ ເຊັ່ນ: ໃນລົດ, ໃນຫ້ອງຮ້ອນໆ ເປັນຕົ້ນ.