ທີມຊາດລາວ ມີໂອກາດຍິງ 2 ຄັ້ງເຂົ້າເປົ້າຈາກ ບິລລີ ນັດພົບ ຫວຽດນາມ, ບິລລີ ພູມໃຈ(ຄລິບ)

413

ທີມຊາດລາວ ຊຸດໃຫຍ່ ໃຊ້ລະບົບການຫຼິ້ນຕັ້ງຮັບເຖິງ 5 ຄົນນັດໃນການລຸ້ນປະຕູ ໃນນັດທີ່ເສຍໃຫ້ກັບ ແຊັມເກົ່າ ຫວຽດນາມ 0-2 ໃນນັດທໍາອິດຂອງການແຂ່ງຂັນບານເຕະ AFF SUZUKI CUP 2020 ປະຈໍາວັນທີ 6 ທັນວາ 2021 ທີ່ປະເທດສິງກະໂປ

ສະຖິຕິຫຼັງເກມ ຫວຽດນາມ ຄອງເກມໄດ້ເຖິງ 76,2%, ສ້າງໂອກາດຍິງ 17 ຄັ້ງ ໃນນັ້ນຍິງເຂົ້າເປົ້າ 6 ຄັ້ງ ເປັນປະຕູ 2 ໜ່ວຍ, ສ່ວນ ລາວ ຄອງເກມໄດ້ພຽງ 23,8% ສ້າງໂອກາດຍິງໄດ້ 4 ຄັ້ງ ໃນນັ້ນຍິງເຂົ້າເປົ້າ 2 ຄັ້ງ ຈາກລູກໂໝ່ງ ແລະ ລູກຫຼຸດດ່ຽວຂອງ ບິລລີ ຄື:
-ນາທີໆ 60 ທີມຊາດລາວ ໄດ້ລູກຟຣີຄິກ ແລະ ເປັນ ບຸນພະຈັນ ເປີດໃຫ້ ບິລລີ ໂໝ່ງແຕ່ບານຊື່ຜູ້ຮັກສາປະຕູຫວຽດນາມ ຮັບໄວ້ສະບາຍໆຖືເປັນໂອກາດທີ່ໃຫ້ຄຽງທີ່ສຸດຂອງທີມຊາດລາວ.

-ນາທີໆ 72 ທີມຊາດລາວ ໄດ້ໂອກາດໂຕ້ກັບ ບຸນພະຈັນ ບຸນກອງ ສົ່ງບານທະລຸໃຫ້ກັບ ບິລລີ ຫຼຸດດ່ຽວກ່ອນຍິງໄປຕິດຜູ້ຮັກສາປະຕູ ຫວຽດນາມ ອົດໄດ້ປະຕູຢ່າງໜ້າເສຍດາຍ (ເບິ່ງຄລິບການຈັງຫວະດັ່ງກ່າວລຸ່ມນີ້ )

ຫຼັງຈົບການແຂ່ງຂັນ ບິລລີ ໃຫ້ສໍາພາດກັບ ສະຫະພັນບານເຕະແຫ່ງຊາດລາວ ວ່າ: ຂ້ອຍຮູ້ສຶກເປັນກຽດ ແລະ ພູມໃຈທີ່ໄດ້ລົງສະໜາມຮັບໃຊ້ທີມຊາດລາວ ເປັນຄັ້ງທໍາອິດ ເຖິງວ່າຜົນງານຈະບໍ່ເປັນດັ່ງທີ່ຫວັງກໍຕາມ, ແຕ່ພວກເຮົາຂໍສູ້ຈົນເຖິງທີ່ສຸດ…(ເບິ່ງຄລິບການຈັງຫວະດັ່ງກ່າວລຸ່ມນີ້ )

ຂອບໃຈຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ