ເຖິງບໍ່ໄດ້ຕຳແຫນ່ງແຕ່ກໍ່ໄດ້ໃຈແຟນໆທັງປະເທດໄປເຕັມໆ ດາວມີໄຊ ພະຈັນສິດທິ Miss Grand Laos 2021

310

ແຟນໆສົ່ງກຳລັງໃຈ ແລະ ພະລັງບວກໃຫ້ຢ່າງລົ້ນຫລາມເລີຍ ສໍາລັບ ສາວຂີ້ດື້ແຕ່ແຝງໄປດ້ວຍຄວາມສາມາດ ແຖມຄວາມເຜັດ ແລະ ເຣິດທີ່ສຸດບໍ່ວ່າຈະໃສ່ຊຸດໃດກໍ່ປັງ ສ້າງຕໍານານໃຫ້ຄົນໄດ້ຮູ້ຈັກປະເທດລາວ ແລະ ສາວລາວຄົນນີ້ໄດ້ເຮັດດີທີ່ສຸດແລ້ວໃນເວທີສາກົນ ສໍາລັບ ດາວມີໄຊ ພະຈັນສິດທິ Miss Grand Laos 2021 ຄົນລ່າສຸດ.

ໃນຄໍ່າຄືນທີ່ຜ່ານມາ ກັບການປະກວດໃນເວທີ Miss Grand International ທີ່ປະເທດໄທ ດາວມີໄຊກໍ່ເຮັດຢ່າງເຕັມທີ່ແລ້ວ ເຖິງຈະໄປບໍ່ເຖິງຝັນສູງສຸດທີ່ຕັ້ງໄວ້ກໍຕາມ ແຕ່ສາວຄົນນີ້ກໍສາມາດສ້າງຜົນງານໄດ້ດີອັນເປັນທີຈົດຈໍາກັບເພື່ອນນາງງາມ ແລະ ແຟນໆນາງງາມໄດ້ເປັນຢ່າງດີເລີຍ ພ້ອມນີ້ຊາວລາວກໍ່ພ້ອມກັນສົ່ງພະລັງບວກໃຫ້ນ້ອງຢູ່ສະເຫມີ ວ່າສິ່ງທີ່ນ້ອງເຮັດແມ່ນເຮັດດີທີ່ສຸດແລ້ວ.

ໃນການປະກວດຄັ້ງນີ້ມີແຟນໆນາງງາມສົ່ງກຳລັງໃຈເຊຍນ້ອງເປັນຈໍານວນຫລາຍ ບໍ່ວ່າຈະເປັນການກົດໄລ້,ແຊ ແລະ ຄອມເມັ້ນໃຫ້ກໍາລັງໃຈນ້ອງ ຜ່ານທາງ Social media ຕ່າງໆ ບໍ່ວ່າຈະເປັນ Facebook ຫລື ໃນ TikTok ແລະ ພ້ອມນີ້ ແຟນໆນາງງາມຍັງບອກວ່າບໍ່ເສຍໃຈເລີຍທີ່ເຊຍສາວຄົນເກັ່ງຄົນນີ້ ແລະ ເຖິງຈະບໍ່ໄດ້ຮັບໄຊຊະນະ ແຕ່ກໍຊະນະໃຈຄົນທັງປະເທດເລີຍ ເພາະນ້ອງໄດ້ເຮັດດີທີ່ສຸດແລ້ວໃນແຕ່ລະຮອບ.

ໃນປີນີ້ກໍຖືໄດ້ວ່າຕົວແທນຂອງລາວເຮັດຜົນງານທີ່ຫນ້າພູມໃຈ ແລະ ໄດ້ຊີນໄປຫລາຍເລີຍ ເພາະຈາກຄວາມສົດໃສ ປົນດື້ໆຂອງນ້ອງ ດາວມີໄຊ ພະຈັນສິດທິ ຕົວແທນສາວລາວສາຍສະພາຍລາວໃນເວທີສາກົນ Miss Grand International 2021 ນີ້, ຖືໄດ້ເລີຍວ່າຖືກຈັບຈ້ອງ ແລະ ແຟນໆເຊຍຫນັກແຮງເປັນພິເສດເລີຍ ບໍ່ວ່າໃນຮອບໃດ ຜູ້ລໍຖ້າເຊຍຢູ່ທາງບ້ານກໍ່ຕ່າງຕື່ນຕາ ແລະ ປະທັບໃຈກັບການສະແດງອອກ ແລະ ຄວາມຫມັ້ນໃຈທີ່ນ້ອງມີ ເປັນອີກຫນຶ່ງສາວງາມທີ່ເປັນຕົວແທນຂອງລາວທີ່ມີຄວາມສາມາດຄົບເຄື່ອງ ບໍ່ວ່າຈະເປັນຮູບຮ່າງ, ຫນ້າຕາ, ການຍ່າງ, ການຕອບຄໍາຖາມ ແລະ ຄວາມຫມັ້ນໃຈ ມີຄວາມເປັນແກຣນທີ່ສຸດຄືມາເຕັມສໍາລັບຄົນນີ້.

ດາວມີໄຊ ພະຈັນສິດທິ Miss Grand Laos 2021 ຄົນລ່າສຸດ ປັດຈຸບັນ ອາຍຸ 22ປີ ເຊິ່ງຈົບການສຶກສາລະດັບປະລິນຍາຕີ ຈາກຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດ ເປັນສາວງາມຈາກແຂວງສະຫວັນນະເຂດຂອງເຮົານີ້ເອງ.

ບໍ່ໄດ້ຕໍາແຫນ່ງແຕ່ກໍໄດ້ໃຈແຟນໆ ທັງປະເທດໄປແບບເຕັມໆ ສົ່ງກຳລັງໃຈໃຫ້ນ້ອງ ແລະ ຕິດຕາມຜົນງານຂອງນ້ອງຕໍ່ໄປໄດ້ ຜ່ານທາງ Facebook: Daomixay Pcst.

ຮູບ: MISS GRAND LAOS