ສະຫະລັດຊີ້ ໂອໄມຄຣອນ ບໍ່ອັນຕະລາຍເທົ່າເດວຕາ

253

ສຳ​ນັກ​ຂ່າວ​ຕ່າງ​ປະ​ເ​ທດ​ລາຍ​ງານໃນ​ວັນ​ທີ 6 ທັນ​ວາ 2021 ວ່າ ເຈົ້າ​ໜ້າ​ທີ່​ສາ​ທາ​ລະ​ນະ​ສຸກ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ເຖິງ​ແມ່ນ​ວ່າ ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ ຈະ​ແຜ່​ລະ​ບາດ​ຢ່າງ​ໄວ​ວາ​ໃນ​ສະ​ຫະ​ລັດ ແຕ່​ຜົນ​ການ​ສຶກ​ສາ​ເບື້ອງ​ຕົ້ນ ບົ່ງ​ຊີ້​ວ່າ ອາດ​ມີ​ຄວາມ​ອັນ​ຕະ​ລາຍ​ໜ້ອຍກວ່າ​ສາຍ​ພັນ​ເດວ​ຕາ ເຊິ່ງ​ຍັງ​ເປັນ​ສາ​ເຫດຫຼັກ​ທີ່​ມີ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ເຂົ້າ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ເພີ່ມ​ຂຶ້ນ.

ທ່ານ ດ​ຣ. ​ແອນໂທ​ນີ ເຟົາ​ຊີ ຜູ້​ຊ່ຽວ​ຊານ​ດ້ານ​ພະ​ຍາດ​ຕິດ​ເຊື້ອທັງ​ເປັນ​ຫົວ​ໜ້າ​ທີມ​ທີ່​ປຶກ​ສາ​ດ້ານ​ສາ​ທ​າລະ​ນະ​ສຸກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ​ຂອງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ນັກ​ວິ​ທະ​ຍາ​ສາດ​ຈຳ​ເປັນ​ຕ້ອງ​ມີ​ຂໍ້​ມູນຫຼາຍກວ່າ​ນີ້ ກ່ອນ​ທີ່​ຈະ​ສະຫຼຸບ​ເຖິງ​ຄວາມ​ຮຸນ​ແຮງ​ຂອງ​ໄວ​ຣັ​ສ​ກາຍ​ພັນ​ໂອ​ໄມ​ຄ​ຣອນ. “ຈົນ​ເຖິງ​ຂະ​ນະ​ນີ້ ເບິ່ງ​ຄື​ວ່າ ໂອ​ໄມ​ຄ​ຣອນ ບໍ່​ໄດ້​ມີ​ຄວາມ​ຮຸນ​ແຮງ ແຕ່​ພວກ​ເຮົາ​ກໍ​ຕ້ອງ​ມີ​ຄວາມ​ລະ​ມັດ​ລະ​ວັງ ກ່ອນ​ທີ່​ຈະ​ສະຫຼຸບ​ວ່າ ມັນ​ບໍ່​ມີ​ຄວາມ​ຮຸນ​ແຮງຫຼື​ບໍ່? ມັນ​ບໍ່​ເຮັດ​ໃຫ້​ມີ​ອາ​ການ​ຮຸນ​ແຮງ​ເໝືອນ​ກັບ​ເດວ​ຕາ ຫຼື ບໍ່?” ທີ່​ປຶກ​ສາ​ທຳ​ນຽບ​ຂາວ ກ່າວ.

ມາ​ຮອດ​ວັນ​ທີ 5 ທັນ​ວາ​ຜ່ານ​ມາ, ສະ​ຫະ​ລັດ​ກວດ​ພົບ​ຜູ້​ຕິດ​ເຊື້ອ​ກາຍ​ພັນ​ໂອ​ໄມ​ຄ​ຣອນເກືອບ 1/3 ຂອງ​ຜູ້​ຕິດ​ເຊື້ອ​ທັງ​ໝົດ ແຕ່​ຜູ້​ຕິດ​ເຊື້ອ​ສ່ວນຫຼາຍ​ທີ່​ໄປ​ຮັບ​ການ​ປິ່ນ​ປົວ​ຢູ່​ໂຮງ​ໝໍ​ແມ່ນ​ຜູ້​ຕິດ​ເຊື້ອ​ສາຍ​ພັນ​ເດວ​ຕາ​ກວມ​ເຖິງ 99%.