ການຜະລິດເຂົ້າໃນອາຊີ ປີນີ້ ຈະເພີ່ມຂຶ້ນ

167

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ອົງ​ການ​ອາ​ຫານ ແລະ ການ​ກະ​ເສດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (FAO) ຄາດ​ການ​ວ່າ ຜົນ​ຜະ​ລິດ​ເຂົ້າ​ໃນ​ທະ​ວີບ​ອາ​ຊີ​ປີ​ນີ້ ຈ​ະ​ເພີ່ມ​ຂຶ້ນ 1,3% ເມື່ອ​ທຽບ​ກັບ​ປີ​ຜ່ານ​ມາ ໂດຍ​ຜົນ​ຜະ​ລິດ​ເຂົ້າ​ໃນ​ປີ​ນີ້​ຄາດ​ວ່າ​ຈະ​ຢູ່​ປະ​ມານ 691,9 ລ້ານ​ໂຕນ.

ທັງ​ນີ້ ເມື່ອ​ຈຳ​ແນກ​​ປະ​ເທດຜູ້​ຜະ​ລິດ​ ແລະ ສົ່ງ​ອອກ​ເຂົ້າ​ລາຍ​ໃຫຍ່​ແລ້ວ FAO ຄາດ​ການ​ວ່າ ຜົນ​ຜະ​ລິດ​ເຂົ້າ​ຂອງ​ໄທ​ຈະ​ຢູ່​ໃນ​ເກນ​ສະ​ເລ່ຍ (ໃກ້​ຄຽງ​ກັບ​ປີ​ຜ່ານ​ມາ) ເຖິງ​ແມ່ນ​ວ່າ ຊາວ​ກະ​ສິ​ກອນ​ຂອງ​ໄທ ຈະ​ເກັບ​ກ່ຽວ​ເຂົ້າ​ໄດ້​ເປັນ​ຈຳ​ນວນຫຼວງຫຼາຍ​ແຕ່​ເດືອນ​ພຶດ​ສະ​ພາ-ເດືອນ​ສິງ​ຫາ​ຜ່ານ​ມາ ແຕ່​ໃນ​ຊ່ວງ​ເດືອນ​ກັນ​ຍາ-ເດືອນ​ຕຸ​ລາ ພື້ນ​ທີ່​ການ​ຜະ​ລິດ​ຂອງ​ໄທ​ໄດ້​ຮັບ​ຜົນ​ເສຍ​ຫາຍ​ບໍ່​ໜ້ອຍ​ຈາກ​ອຸ​ທົກະ​ໄພ. ໃນ​ຂະ​ນະ​ທີ່​ຜົນ​ຜະ​ລິດ​ເຂົ້າ​ຂອງ​ຫວຽດ​ນາມ​ໃນ​ປີ​ນີ້ ກໍ​ຢູ່​ໃນ​ລະ​ດັບ​ດຽວ​ກັນ​ກັ​ບ​ປີ​ຜ່ານ​ມາ​ເຊັ່ນ​ດຽວ​ກັນ ເນື່ອງ​ຈາກ​ຜົນ​ຜະ​ລິດ​ທີ່​ເພີ່ມ​ຂຶ້ນ​ນັ້ນ ເມື່ອ​ຄຳ​ນວນ​ແລ້ວ​ເປັນ​ການ​ທົດ​ແທນ​ຜົນ​ຜະ​ລິດ​ທີ່​ເສຍ​ໄປ​ຈາກ​ອຸ​ທົກກະ​ໄພ.

ແນວ​ໃດ​ກໍ​ດີ ຜົນ​ຜະ​ລິດ​ເຂົ້າ​ຂອງ​ກຳ​ປູ​ເຈຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ເນ​ປານ, ຈີນ ແລະ ບັງ​ກະ​ລາ​ເທດ ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ປີ​ນີ້ ຈຶ່ງ​ເປັນ​ແຮງ​ຍູ້​ຜົນ​ຜະ​ລິດ​ເຂົ້າ​ໂດຍ​ລວມ​ທົ່ວ​ອາ​ຊີ​ເພີ່ມ​ຂຶ້ນ.