ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ 55 ຄົນ

291

ກອງປະຊຸມທາງໄກຄະນະຊີ້ນຳໂຄງການກວດກູ້ລະເບີດບໍ່ທັນແຕກ ທີ່ເປັນອຸປະສັກຕໍ່ການພັດທະນາຢູ່ ສປປ ລາວ ແລະ ເພື່ອກ້າວສູ່ການບັນລຸເປົ້າໝາຍພັດທະນາແບບຍືນຍົງທີ 18 ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ອົງການ ສປຊ ເພື່ອການພັດທະນາປະຈໍາ ສປປ ລາວ ມີຂຶ້ນເມື່ອບໍ່ດົນມານີ້.


ກອງປະຊຸມພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານ ຄຊກລ ແລະ ທ່ານ ນາງ ແຄັດທາລິນ ເຟືອງ ຮອງຜູ້ຕາໜ້າງໜ້າ ອົງການ ສປຊ ປະຈໍາ ສປປ ລາວ, ມີຫົວໜ້າຫ້ອງການ ຄຊກລ, ຄກລ, ບັນດາທູຕານຸທູດ, ຕາງໜ້າປະເທດຜູ້ໃຫ້ທຶນ , ຄະນະຊີ້ນໍາໂຄງການກວດກູ້ລະເບີດບໍ່ທັນແຕກ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດ , ພ້ອມແຂກຖືກເຊີນເຂົ້າຮວ່ມ.
ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນຕໍ່ກັບບັນຫາຕໍ່ໄປນີ້:
1. ບົດລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດກິດຈະກໍາໂຄງການຮ່ວມມື ໃນໄລຍະ 1 ປີຜ່ານມາ ( ປີ 2021) ແລະ ທິດທາງແຜນການ ໄລຍະປີ 2022 ຂອງ ຫ້ອງການ ຄະນະກຳມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ ສປປ ລາວ(ຄຊກລ) ແລະ ໂຄງການເກັບກູ້ ລະເບີດແຫ່ງຊາດ;


2. ບົດລາຍງານຄວາມຄືບໜ້າການກະກຽມເອກະສານໂຄງການຮ່ວມມື ສະບັບໃໝ່ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ອົງການ ສປຊ ເພື່ອການພັດທະນາ ປະຈໍາ ສປປ ລາວ ໄລຍະປີ 2022-2026 ພ້ອມທັງ ລາຍງານສະພາບການເງິນ ແລະ ແຜນການ ລະດົມທືນເຂົ້າໃນໂຄງການສະບັບໃໝ່.
3. ແລະ ປືກສາຫາລື ບັນຫາ ອື່ນໆ ທີ່ກ່ຽວຂ້ອງ.

ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ໄດ້ລາຍງານຜົນສຳເລັດການຈັດຕັ້ງປະຕິບັດບັນດາກິດຈະກຳໂຄງການຮວ່ມມື ປີ 2021, ວຽຈຸດສຸມ 3 ເດືອນ ແລະ ບັນຫາສິ່ງທ້າທາຍຫຼາຍດ້ານ ໂດຍສະເພາະການລະບາດພະຍາດໂຄວິດ19ເຮັດໃຫ້ການປະຕິບັດງານພາກສະໜາມຢຸດຊົ່ວຄາວ ບໍ່ສາມາດບັນລຸເປົ້າໝາຍການສຳຫຼວດ ແລະ ກວດກູ້ລະເບີກບໍ່ທັນແຕກ(ລບຕ) ອັນເຮັດໃຫ້ມີຈຳນວນຜູ້ຖືກເຄາະຮ້າຍເພີ່ມຂຶ້ນ ໃນປີ 2021ນີ້ .


ສຳລັບຫ້ອງການ ຄຊກລ ໃນປີ 2021 ໄດ້ຈັດຕັ້ງປະຕິບັດ 7 ກິດຈະກຳ ແຕ່ບາງກິດຈະກຳທີ່ບໍ່ສາມາດຈັດຕັ້ງປະຕິໄດ້ ຍ້ອນມີການລະບາດພະຍາດໂຄວິດ19 ກໍແມ່ນໄດ້ເລື່ອນຍ້າຍໄປເປັນແຜນ ປີ 2022 , ສຶກສາໂຄສະນາຄວາມສ່ຽງຈາກ ລບຕໂດຍເຊື່ອມສານວຽກງານຕ້ານພະຍາດໂຄວິດ19 ຜ່ານສື່ສິງພິມ ແລະ ວິທະຍຸ ຢູ່ 5 ແຂວງ, ເຄື່ອນໄຫວ 526 ບ້ານ, ມີຜູ້ໄດ້ຮັບຜົນປະໂຫຍດຈຳນວນ 155.363ຄົນ , ໃນນີ້ 77.355 ແມ່ນຜູ້ຍິງ, ມີອຸບັດເຫດ 31 ຄັ້ງ ມີຜູ້ຖືກເຄາະຮ້າຍ 55 ຄົນ ໃນນີ້ບາດເຈັບ 44 ຄົນ ແລະ ເສຍຊີວີດ 11 ຄົນ.


ທ່ານ ປະເດີມພອນ ສົນທະນີ ໃນນາມປະທານກອງປະຊຸມ ໄດ້ມີຄຳເຫັນຍ້ອງຍໍຊົມເຊີຍ ຕໍ່ກັບຜົນສຳເລັດ ຫ້ອງການ ຄຊກລ ແລະ ຄກລ ຍາດມາໄດ້ໄລຍະ 1 ປີຜ່ານມາ ເຫັນວ່າໂຄງການຂອງພວກເຮົາໄດ້ເຮັດສຳເລັດວຽກງານຫຼາຍດ້ານ ເປັນຕົ້ນແມ່ນ: ການສ້າງ (ຮ່າງ) ດໍາລັດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ແລະ ການສ້າງ (ຮ່າງ) ແຜນຍຸດທະສາດແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປ ລາວ ໄລຍະປີ 2021-2030 ຊຶ່ງເອກະສານທັງສອງສະບັບນີ້ກໍຈະສາມາດນໍາສະເໜີໃຫ້ລັດຖະບານ ພິຈາລະນຮັບຮອງ ໃນອະນາຄົດອັນໃກ້ນີ້.

ທີ່ມາ: ຂ່າວສານຮສສ