ທີມຊາດລາວ ສຸດຕ້ານ ກ່ອນເສຍໃຫ້ ຫວຽດນາມ 0-2, ບິລລີ ຫຼຸດດ່ຽວໜຶ່ງຄັ້ງແຕ່ບໍ່ດີພໍຈະເປັນປະຕູ

380

ທີມຊາດລາວ ຊຸດໃຫຍ່ ຕ້ານທານຄວາມແຂງແກ່ນຂອງ ແຊັມເກົ່າ ຫວຽດນາມ ບໍ່ໄດ້ກ່ອນເສຍໄປ 0-2 ໃນນັດທໍາອິດຂອງການແຂ່ງຂັນບານເຕະ AFF SUZUKI CUP 2020 ປະຈໍາວັນທີ 6 ທັນວາ 2021 ທີ່ປະເທດສິງກະໂປ.

ນັດດັ່ງກ່າວ ທີມຊາດລາວ ຈັດເຕັມນໍາໂດຍ 4 ນັກເຕະຈາກລີກຕ່າງປະເທດຄື ບິລລີ ເກດແກ້ວພົມພອນ ກອງໜ້າຊາວຝຣັ່ງເຊື້ອສາຍລາວ ໃນລີກຝຣັ່ງ ແລະ ອີກ 3 ນັກເຕະຈາກໄທລີກ ພຸດທະໄຊ ໂຄຈະເລີນ, ສຸກອາພອນ ວົງຈຽງຄໍາ ແລະ ມິດສະດາ ສາຍໃຕ້ຟ້າ ຮ່ວມກັບຮຸ່ນນ້ອງດາວເດັ່ນຫຼາຍຄົນ, ສ່ວນ ຫວຽດນາມ NGUYEN CONG PHUONG ເຈົ້າຂອງສາຍາ ເມສຊີ ຫວຽດນາມ ລົງປະສານງານກັບ PHAN VAN DUC ໃນແດນໜ້າ ພ້ອມກັບນັກເຕະຄຸນນະພາບທີ່ມີປະສົບການໃນບານໂລກ 2022 ຮອບຄັດເລືອກຮອບ 12 ທີມ ຫຼາຍຄົນ.
ປາກົດວ່າ: ເປັນຫວຽດນາມ ທີ່ຄອງເກມໄດ້ເໜືອກວ່າຫຼາຍ ໄດ້ໂອກາດຍິງຢ່າງຕໍ່ເນື່ອງກ່ອນມາໄດ້ປະຕູຂຶ້ນນໍາ 1-0 ໃນນາທີໆ 26 ຈາກການຍິງຂອງ NGUYEN CONG PHUONG, ສ່ວນທີມຊາດລາວ ຕັ້ງແຜນຕັ້ງຮັບໃຊ້ກອງຫຼັງ 5 ຄົນ ອາໄສໂອກາດສວນກັບ ແລະ ມີໂອກາດຍິງ 2 ຄັ້ງແຕ່ເຮັດຫຍັງບໍ່ໄດ້ ໂດຍສະເພາະ ຈັງຫວະຍິງລູກໄໝໜ້າເຂດໂທດຂອງ ບິລລີ ຍິງລອດກໍາແພງແຕ່ບານບໍ່ຊື່ປະຕູອອກໄປ ກ່ອນຈົບເຄິ່ງເວລາທໍາອິດ ຫວຽດນາມ ນໍາ 1-0.

ສ່ວນເຄິ່ງເວລາທີ 2 ຫວຽດນາມ ຮັກສາມາດຕະຖານຄອງເກມໄວ້ໄດ້ຢ່າງໜ້ຽວແໜ້ນ ກ່ອນມາໄດ້ປະຕູທີ 2 ໃນນາທີໆ 55 ຈາກການຍິງຂອງ PHAN VAN DUC ຂຶ້ນນໍາເປັນ 2-0. ຕໍ່ມາບໍ່ດົນທີມຊາດລາວ ໄດ້ລູກຟຣີຄິກ ແລະ ເປັນ ບຸນພະຈັນ ເປີດໃຫ້ ບິລລີ ໂໝ່ງແຕ່ບານຊື່ຜູ້ຮັກສາປະຕູຫວຽດນາມຮັບໄວ້ສະບາຍໆຖືເປັນໂອກາດທີ່ໃຫ້ຄຽງທີ່ສຸດຂອງທີມຊາດລາວ.
ນາທີໆ 72 ທີມຊາດລາວ ໄດ້ໂອກາດໂຕ້ກັບ ບຸນພະຈັນ ສົ່ງບານທະລຸໃຫ້ກັບ ບິລລີ ຫຼຸດດ່ຽວກ່ອນຍິງ ແຕ່ໄປຕິດຂາຂອງຜູ້ຮັກສາປະຕູ ຫວຽດນາມ ສະກັດໄວ້ໄດ້ເຮັດໃຫ້ທີມຊາດລາວ ອົດໄດ້ປະຕູຢ່າງໜ້າເສຍດາຍ, ແຕ່ອີກ 1 ນາທີຖັດມາ ທີມຊາດລາວ ມາເສຍຈຸດໂທດ ເນື່ອງຈາກນັກເຕະຫວຽດນາມ ເຕະບານຕິດແຂນຂອງ ຈິດປະສົງ ແລະ ເປັນ Vu Van Thanh ຮັບໜ້າທີ່ຍິງ ແຕ່ຜູ້ຮັກສາປະຕູທີມຊາດລາວ ປ້ອງກັນໄວ້ໄດ້.

ສ່ວນໄລຍະເວລາທີ່ເຫຼືອ ຫວຽດນາມ ກໍມີໂອກາດຕໍ່ເນື່ອງ ແຕ່ບໍ່ສາມາດເຈາະກອງຫຼັງທີມຊາດລາວ ທີ່ຊ່ວຍກັນໄດ້ດີ ໂດຍສະເພາະ ແກ້ວອຸດອນ ຜູ້ຮັກສາປະຕູໄດ້ຊູບເປີເຊັບສໍາຄັນໜຶ່ງ ກ່ອນຈົບການແຂ່ງຂັນ ຫວຽດນາມ ເອົາຊະນະໄປ 2-0.

ສ່ວນຜົນອີກຄູ່ໜຶ່ງຂອງກຸ່ມ B ມາເລເຊຍ ຊະນະ ກໍາປູເຈຍ 3-1 ເຮັດໃຫ້ຕາຕະລາງຄະແນນລວມກຸ່ມນີ້ ມາເລເຊຍ ຂຶ້ນນໍາຈາກການມີ 3 ຄະແນນເທົ່າກັບ ຫວຽດນາມ, ສ່ວນທີມຊາດລາວ ແລະ ກໍາປູເຈຍ ບໍ່ມີຈັກຄະແນນເຊັ່ນດຽວກັບ ອິນໂດເນເຊຍ ທີ່ຍັງບໍ່ທັນໄດ້ລົງແຂ່ງຂັນຈັກນັດ.