ບໍລິສັດຂາຍອາວຸດ ມີລາຍໄດ້ເພີ່ມ ສວນທາງກັບເສດຖະກິດໂລກ

188

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 6 ທັນ​ວາ2021 ວ່າ ສະ​ຖາ​ບັນ​ວິ​ໄຈ​ສັນ​ຕິ​ພາບ​ນາ​ນາ​ຊາດ​ສະ​ຕ໊ອກ​ໂຮມ ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ອາ​ວຸດ​ປະ​ຈຳ​ປີ 2021 ວ່າ ເຖິງ​ແມ່ນ​ວ່າ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຈະ​ຍັງ​ສືບ​ຕໍ່​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຂະ​ຫຍາຍ​ຕົວ​ຂອງ​ເສດ​ຖະ​ກິດ​ໂລກ ເປັນ​ປີ​ທີ 2 ຕິດ​ຕໍ່​ກັນ ແຕ່​ບໍ​ລິ​ສັດ​ຜູ້​ຜະ​ລິດ ແລະ ຂາຍ​ອາ​ວຸດ​ຂະ​ໜາດ​ໃຫຍ່ 100 ແຫ່ງ​ຂອງ​ໂລກ ຍັງ​ມີ​ຜົນ​ກຳ​ໄລ​ເພີ່ມ​ຂຶ້ນ​ເກືອບ 1,3% ເມື່ອ​ທຽບ​ໃສ່​ປີ 2019 ໂດຍ​ລາຍ​ໄດ້​ໃນ​ປີ 2021 ຢູ​ທີ່​ລະ​ດັບ 531.000 ລ້ານ​ໂດ​ລາ​ສະ​ຫະ​ລັດ ເຊິ່ງ​ສວນ​ທາງ​ກັບ​​ເສດ​ຖະ​ກິດ​ໂລກ ທີ່​ກຳ​ລັງ​ຟື້ນ​ຕົວ​ຢ່າງ​ຊ້າ​ໆ ເນື່ອງ​ຈາກ​ລັດ​ຖະ​ບານ​ຂອງຫຼາຍ​ປະ​ເທດ ຍັງ​ຕ້ອງ​ການ​ອາ​ວຸດ​ຍຸດ​ໂທ​ປະ​ກອນ ແລະ ບໍ​ລິ​ການ​ກ່ຽວ​ຂ້ອງ.

ສຳ​ລັບ​ບໍ​ລິ​ສັດ​ຜະ​ລິດ ແລະ ຂາຍ​ອາ​ວຸດ​ຂະ​ໜາດ​ໃຫຍ່​ທີ່​ສຸດ 5 ອັນ​ດັບ​ທຳ​ອິດ​ຂອງ​ໂລກ ຍັງ​ເປັນ​ບໍ​ລິ​ສັດ​ຈາກ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ນຳ​ໂດຍ​ບໍ​ລິ​ສັດ ຣິກ​ຮີດ ມາ​ຣ໌​ຕິນ ດ້ວຍຍອດ​ຂາຍ ແລະ ບໍ​ລິ​ການ​ກ່ຽວ​ຂ້ອງ 58.200 ​ລ້ານ​ໂດ​ລາ, ຂະ​ນະ​ທີ່​ບໍ​ລິ​ສັດ ບີເອ​ເອີ ຊິ​ສ​ເຕັມ ຂອງ​ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ​ເປັນ​ອັນ​ດັບ 6 ແລະ ເປັນ​ອັນ​ດັບ​ສູງ​ສຸດ​ຂອງ​ຜູ​ຜະ​ລິດ​ອາ​ວຸດ​ໃນ​ທະ​ວີບ​ເອີ​ຣົບ. ແຕ່​ທີ່​ໜ້າ​ຕິດ​ຕາມ​ກໍ​ຄື​ບໍ​ລິ​ສັດ​ຜູ້​ຜະ​ລິດ​ອາ​ວຸດ​ຈາກ ຈີນ ທີ່​ຕິດ 100 ອັນ​ດັບ​ທຳ​ອິດ​ຂອງ​ໂລກ​ເຖິງ 5 ແຫ່ງ ໂດຍ​ມີ​ຍອດ​ຂາຍ​ລວ​ມ​ກັນ​ຢູ່​ທີ່ 66.800 ລ້ານ​ໂດ​ລາ​ ເພີ່ມ​ຂຶ້ນ 1,5% ເມື່ອ​ທຽບ​ໃສ່​ປີ 2019.

ສ່ວນ​ບໍ​ລິ​ສັດ​ຈາກ​ຣັດ​ເຊຍ ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ຊື່​ສຽງ​ດ້ານ​ການ​ພັດ​ທະ​ນາ​ອາ​ວຸດ ມີ​ບໍ​ລິ​ສັດ 9 ແຫ່ງ​ທີ່​ຕິດ 100 ອັນ​ດັບ​ທຳ​ອິດ ໂດຍ​ມີ​ຍອດ​ຂາຍ​ລວ​ມ​ກັນ​ປະ​ມານ 26.400 ລ້ານ​ໂດ​ລາ, ຫຼຸດ​ລົງ 6,5% ເມື່ອ​ທຽບ​ກັບ​ປີ​ຜ່ານ​ມາ.