ເປີດສະຖິຕິ 2 ນັດທໍາອິດ SUZUKI CUP, ສິງກະໂປ-ໄທ ສ້າງໂອກາດຍິງເປັນກອບເປັນກໍາ

314

ການແຂ່ງຂັນບານເຕະ AFF SUZUKI CUP 2020 ເປີດສາກຂຶ້ນຢ່າງເປັນທາງການເມື່ອວັນທີ 5 ທັນວາ 2021 ທີ່ປະເທດສິງກະໂປ ເຊິ່ງຜົນການແຂ່ງຂັນປາກົດວ່າ: ເປັນໄປຕາມຄາດເມື່ອ 2 ຕົວເຕັງຢ່າງ ເຈົ້າພາບ ສິງກະໂປ ເຈົ້າຂອງແຊັມລາຍການນີ້ 4 ສະໄໝ ( 1998, 2004, 2007 ແລະ 2012 ) ແລະ ໄທ ເຈົ້າຂອງແຊັມລາຍການນີ້ 5 ສະໄໝ (1996, 2000, 2002, 2014 ແລະ 2016) ເກັບໄຊຊະນະໄດ້ໄປຕາມຄາດ.

ນັດທໍາອິດ ເປັນການພົບກັນລະຫວ່າງ ທີມຊາດ ຕີມໍ ເລັສເຕ ພົບກັບ ທີມຊາດໄທ ເຊິ່ງນັດນີ້ ຕີມໍ ແມ່ນຄົບທີມ, ສ່ວນ ໄທ ຍັງຂາດ 2 ນັກເຕະຕົວຫຼັກຢ່າງ ຊະນາທິບ ສົງກະສິນ ກອງກາງຫົວໜ້າທີມ ແລະ ທີຣາທອນ ບຸນມາທັນ ກອງຫຼັງ ທີ່ຕິດພາລະກິດຮັບໃຊ້ສະໂມສອນໃນເຈລີກ ນັດສຸດທ້າຍຂອງລະດູການ ຜ່ານການແຂ່ງຂັນປາກົດວ່າ: ທີມຊາດໄທ ເອົາຊະນະໄປ 2-0 ຈາກການຍິງຂອງ PATHOMPOL CHAROENRATTANAPIROM ນາທີໆ 51 ແລະ SUPACHOK SARACHART ນາທີໆ 81 ເຊິ່ງນັດນັດນີ້ ທີມຊາດໄທ ຄອງເກມໄດ້ເໜືອກວ່າຊັດເຈນຄອງບານໄປເຖິງ 75,3% ແລະ ສ້າງໂອກາດຍິງໄປເຖິງ 21 ຄັ້ງ ໃນນັ້ນຍິງເຂົ້າເປົ້າ 10 ຄັ້ງ ແລະ ເປັນ 2 ປະຕູ, ສ່ວນ ຕິມໍ ຄອງເກມໄດ້ພຽງ 24,7%, ສ້າງໂອກາດຍິງພຽງ 2 ຄັ້ງ ເຂົ້າເປົ້າໝົດ, ແຕບໍ່ເປັນປະຕູ.

ຂະນະທີ່ ຄູ່ທີ 2 ເຈົ້າພາບ ສິງກະໂປ ພົບກັບ ມຽນມາ ໂດຍນັກເຕະຂອງທັງສອງທີມແມ່ນມາຄົບທີມ, ເຊິ່ງການແຂ່ງຂັນດໍາເນີນໄປຢ່າງດຸເດືອດ ແລະ ປ່ຽນກັນສ້າງໂອກາດຍິງ, ແຕ່ເປັນ ສິງກະໂປ ທີ່ຍິງຄົມກວ່າໄດ້ 3 ປະຕູລວດໃນທ້າຍເຄິ່ງເວລາທໍາອິດຈາກການຍິງຂອງ SAFUWAN BAHARUDIN ນາທີໆ 34 ແລະ IKHSAN FANDI ນາທີໆ 39 ແລະ 46 ເອົາຊະນະ ມຽນມາ ໄປ 3-0 ເຊິ່ງນັດນີ້ ສິງກະໂປ ຄອງເກມໄດ້ 46,1%, ສ້າງໂອກາດຍິງໄປ 14 ຄັ້ງ ໃນນັ້ນຍິງເຂົ້າເປົ້າ 9 ຄັ້ງ ເປັນປະຕູ 3 ໜ່ວຍ, ສ່ວນ ມຽນມາ ຄອງເກມໄດ້ 53,9%, ສ້າງໂອກາດຍິງໄປ 8 ຄັ້ງ ໃນນັ້ນຍິງເຂົ້າເປົ້າ 2 ຄັ້ງ ແລະ ບໍ່ເປັນປະຕູ.

ຈາກຜົນດັ່ງກ່າວເຮັດໃຫ້ ສິງກະໂປ ມີ 3 ຄະແນນຢຶດທີມນໍາ ໂດຍມີຄະແນນເທົ່າກັບ ໄທ, ສ່ວນ ຟິລິບປິນ ຍັງບໍ່ທັນໄດ້ລົງແຂ່ງຂັນ ຢູ່ອັນດັບ 3 ຂອງຕາຕະລາງຄະແນນ, ອັນດັບ 4 ຕີມໍ ເລັສເຕ ແລະ ອັນດັບ 5 ມຽນມາ ບໍ່ມີຈັກຄະແນນ.

ສ່ວນນັດທີ 2 ກຸ່ມ A ຈະກັບມາແຂງຂັນໃນວັນທີ 8 ທັນວາ 2021 ທີ່ສະໜາມ National Stadium ປະເທດສິງກະໂປ ມີດັ່ງນີ້:
-ເວລາ 16:30 ໂມງ ມຽນມາ ພົບ ຕີມໍ ເລັສເຕ
-ເວລາ 19:30 ໂມງ ຟິລິບປິນ ພົບ ສິງກະໂປ