“ເປັນຍິງຂໍເປັນຍິງແທ້ ບໍ່ແກມແຮ່ແກມຊາຍ  ໃຫ້ເປັນຍິງແທ້ໆ ແນ່ແລ້ວຈິງຄ່ອຍຍິງ” ຜ່ານຄຳ ເງື່ອມດາເຣີນ ML18

274

ທໍາຄວາມຮູ້ຈັກກັບສາວງາມອີກຫນຶ່ງຄົນຕົວແທນຈາກແຂວງເຊກອງ ທີ່ສາມາດຜ່ານເຂົ້າຮອບ 30ຄົນມາເປັນທີ່ຮຽບຮ້ອຍແລ້ວ ສາວງາມຄົນນີ້ມີຄວາມໃຝ່ຝັນທີ່ຢາກຈະຢືນເທີງເວທີອັນຊົງກຽດ  ໃນ Miss Laos 2021 ຫລື ນາງສາວລາວ ມື້ນີ້ເຮົາມາທໍາຄວາມຮູ້ຈັກກັບສາວຄົນນີ້ ສໍາລັບ ຜ່ານຄໍາ ເງື່ອມດາເຣີນ ຫລື ຜ່ານ ປັດຈຸບັນອາຍຸ21 ມາຈາກແຂວງເຊກອງ ແລະ ກຳລັງສຶກສາຢູ່ມະຫາວິທະຍາໄລຈໍາປາສັກປີທີ4.

ສາວຄົນນີ້ດີກີບໍ່ທໍາມະດາ ທີ່ຜ່ານມາເຄີຍປະກວດນາງສາວເຊກອງປີ2018 ມາແລ້ວ ແລະ ທີ່ສໍາຄຳຄັນໄດ້ຕຳແຫນ່ງຮອງອັນດັບ 3 ມາຄອບຄອງ ນີ້ແລຄືຈຸດເລີ່ມຕົ້ນທີ່ເຮັດໃຫ້ນ້ອງຜ່ານ ມີຄວາມໃຝ່ຝັນ ແລະ ຢາກເຂົ້າປະກວດໃນເວທີນາງງາມເລື້ອຍມາ.

ນ້ອງຜ່ານໄດ້ໃຫ້ສໍາພາດກັບທີມຂ່າວບັນເທີງວ່າ: ສໍາລັບ ຄວາມໃຝ່ຝັນຂອງນ້ອງແມ່ນຢາກປະກວດໃນເວທີນາງສາວລາວ ນັບຕັ້ງແຕ່ນ້ອງໄດ້ຮັບຕໍາແຫນ່ງຮອງອັນດັບ3ນາງສາວເຊກອງ2018. ມາມື້ນີ້ນ້ອງພູມໃຈທີ່ໄດ້ມາຢືນຢູ່ເທິງເວທີອັນຊົງກຽດຂອງນາງສາວລາວ(ກໍ່ຄືແມ່ຍິງລາວ)ນີ້ຄືຄວາມໃຝ່ຝັນຂອງນ້ອງທີ່ຢາກມາຢືນຢູ່ຈຸດໆນີ້ຕາມຄວາມມຸ້ງຫວັງ.

ນອກຈາກນີ້ໃນວົງການບັນເທີງ ນ້ອງຍັງຢາກຈະເປັນພິທີກອນຢູ່ເທິງເວທີ, ຢາກເປັນນາງແບບໂຄສະນາສິນຄ້າ, ຢາກເປັນນັກສະແດງມິວສິກ ຫລືລະຄອນຕ່າງໆດ້ວຍ.

ສໍາລັບ ຄໍາຄົມຫລືຄະຕິເຕືອນໃຈນ້ອງແມ່ນ “ເປັນຍິງຂໍເປັນຍິງແທ້ ບໍ່ແກມແຮ່ແກມຊາຍ  ໃຫ້ເປັນຍິງແທ້ໆ ແນ່ແລ້ວຈິງຄ່ອຍຍິງ” ແລະ ຄະຕິເຕືອນໃຈກໍຄື (ບໍ່ຝາກຊີວິດ ແລະ ໂຊກສະຕາໃຫ້ກັບຄົນອື່ນເຮົາຕ້ອງຢືນດ້ວຍລໍາແຂ່ງ ແລະ ຕີນມືໂຕເອງ).

ສໍາລັບການສະແດງຄວາມສາມາດ ສິ່ງທີ່ນ້ອງຈະໃຊ້ໂຊໃນຮອບນີ້ກໍ່ຄື: ການໂຊການຟ້ອນດ່ຽວ ແລະ ແອັດມິນກໍ່ໄດ້ຊົມແລ້ວສໍາລັບຮອບສະແດງຄວາມສາມາດຂອງນ້ອງ ເຊິ່ງນ້ອງຄົນນີ້ກໍໄດ້ໂຊການຟ້ອນທີ່ໄດ້ສື່ເຖິງວິຖີວິດຂອງສາວຊາວນາ ທີ່ເບິ່ງແລ້ວງົດງາມ ແລະ ອ່ອນຊ້ອຍທີ່ສຸດເລີຍ.

ຖ້າເວົ້າເຖິງຈຸດເດັ່ນຂອງນ້ອງທີ່ຈະເອົາຊະນະໃຈຄະນະກຳມະການ ເພື່ອທີ່ຈະຄ້ວາເອົາຕໍາແຫນ່ງ  ກໍຄືນ້ອງຄິດວ່າຈະເປັນທັກສະຂອງການຍ່າງ ແລະ ຮອຍຍິ້ມອັນຫວານໆຂອງນ້ອງ ແລະ ອີກຢ່າງຫນຶ່ງກໍຄືທັກສະໃນການແນະນໍາໂຕ, ຄວາມກ້າຫານໃນການສະແດງອອກເທິງເວທີ ແລະ ສິ່ງນີ້ແລະ ທີ່ນ້ອງຕິດວ່າຈະເອົາຊະນະໃຈຄະນະກຳມະການໄດ້.

ກ່ອນເຂົ້າປະກວດນ້ອງໄດ້ມີການກຽມໂຕຄື: ນ້ອງໄດ້ສຶກສາຂໍ້ມູນຂອງກອງປະກວດນາງສາວລາວ ໃນການຊອກຮູ້, ເບິ່ງການປະກວດນາງສາວທີ່ຜ່ານມາ, ການຮຽນຮູ້ຈາກການຕອບຄໍາຖາມຂອງນາງສາວປີກາຍ ,ຮຽນຮູ້ການແຕ່ງກາຍ, ການຍ່າງ ແລະ ສິ່ງສໍາຄັນທີ່ນ້ອງກຽມກໍ່ຄືຄວາມຫມັ້ນໃຈຂອງນ້ອງເຕັມ100ເລີຍ.

ສິ່ງສໍາຄັນຖ້ານ້ອງໄດ້ຕຳແຫນ່ງນາງສາວລາວ ນ້ອງຢາກປະກອບສ່ວນຊ່ວຍສັງຄົມຄື: ໃນປັດຈຸບັນປະເທດລາວເຮົາກຳລັງປະເຊີນກັບພະຍາດໂຄວິດ19 ອັນຫນັກຫນ່ວງ ກ່ອນອື່ນນ້ອງຢາກໂຄສະນາປະຊາສໍາພັນໃຫ້ຄວາມຮູ້ ແລະ ວິທີປ້ອງກັນຂອງພະຍາດໂຄວິດ-19 ໃນທົ່ວສັງຄົມໄດ້ຮັບຮູ້ຢ່າງກ້ວາງຂວາງ ແລະ ອີກດ້ານຫນຶ່ງນ້ອງຢາກຈະຊ່ວຍສົ່ງເສີມການມີເຮັດວຽກງານທໍາໃຫ້ແກ່ແມ່ຍິງພິການ, ແມ່ຍິງທີ່ດ້ອຍໂອກາດ ຢູ່ເຂດຊົນນະບົດຫ່າງໄກຊອກຫລີກ ເພື່ອໃຫ້ເຂົາເຈົ້າມີອາຊີບເສີມສ້າງລາຍໄດ້ໃຫ້ແກ່ເຂົາເຈົ້າໃນສິ່ງທີ່ເຂົາເຈົ້າເຮັດໄດ້ ເປັນຕົ້ນການຕໍາຫູກ, ແຜ່ນແພພື້ນເມືອງ  ແລະ ຢາກພັດທະນາໃຫ້ແມ່ຍິງພິການ ແລະ ດ້ອຍໂອກາດໃຫ້ຫລຸດພົ້ນອອກຈາກຄວາມທຸກຍາກ, ຢາກໂຄສະນາເຜີຍແຜ່ໃຫ້ຄວາມຮູ້ທົ່ວສັງຄົມວ່າຄົນພິການກໍ່ມີສິດໄດ້ຮັບການສຶກສາ, ມີສິດຢູ່ຮ່ວມກັນກັບສັງຄົມ, ມີສິດປະກອບອາຊີບວຽກງານທີ່ຫມັ້ນຄົງຢູ່ໃນສົງຄົມເຮົາໄດ້ເທົ່າທຽມກັບຄົນປົກກະຕິໄດ້ເຊັ່ນກັນ.

ຜ່ານມານ້ອງເຄີຍມີຜົນງານໃນວົງການບັນເທີງຄື ເປັນຮອງອັນດັບສາມນາງສາວເຊກອງ2018 ເຄີຍຮັບໃຊ້ແຂວງ ເຊກອງ, ເຄີຍເປັນນັກສະແດງສີລະປະຂອງໂຮງຮຽນ, ເປັນອາສາຢູ່ສູນວັດທະນະທໍາແຂວງ ແລະ ອາສາຊາວຫນຸ່ມແຂວງ ສຸດທ້າຍນີ້ ຜ່ານ ຂໍຝາກຜົນງານປັດຈຸບັນແມ່ນ ເປັນນາງສາວປະຖິທິນຂອງບໍລິສັດຂົ່ນສົ່ງອະນຸສິດປີ2022 ນີ້ ແລະ ການປະກວດນາງສາວລາວປີນີ້ດ້ວຍ ຊ່ອງທາງຕິດຕາມ ເຟສບຸກ:Phan Kham Ngermdaren.

 

ຂ່າວ: ຈັນນະພາ

ຮູບ: :Phan Kham Ngermdaren