ພົບຜູ້ຕິດເຊື້ອໂຄວິດໃໝ່ 889 ຄົນ, ນະຄອນຫຼວງວຽງຈັນ 263 ຄົນ ແລະ ກໍາລັງປິ່ນປົວ 12.088 ຄົນ

283

ມື້ນີ້ 6 ທັນວາ 2021 ສະຖານະການໂຄວິດ 19, ໃນສ ປປລາວ ພົບຜູ້ຕິດເຊື້ອໃໝ່ 889 ຄົນ ເປັນຜູ້ຕິດເຊື້ອພາຍໃນທັງໝົດດ ເສຍຊີວິດເພີ່ມ 3 ຄົນ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະລາຍງານ ກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ວ່າ ມາຮອດວັນທີ 05 ທັນວາ 2021,

ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 3.867 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 889 ຄົນ (ຕິດເຊື້ອພາຍໃນ ມີ 889 ຄົນ ແລະ ຕິດເຊື້ອນໍາເຂົ້າ 0 ຄົນ).

ການຕິດເຊືື້ອພາຍໃນໃໝ່ ທັງໝົດ 889 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ເຊິ່ງມີລາຍລະອຽດ ດັ່ງນີ້ ນະຄອນຫຼວງ 263 ຄົນ ໃນ 120 ບ້ານ ແລະ 9 ເມືອງ ຈາກ ເມືອງຈັນທະບູລີ ມີ 18 ບ້ານ (33 ຄົນ); ເມືອງສີໂຄດຕະບອງ ມີ 23 ບ້ານ (48 ຄົນ); ເມືອງໄຊເສດຖາ ມີ 28 ບ້ານ (59 ຄົນ),

ເມືອງສີສັດຕະນາກ ມີ 10 ບ້ານ (46 ຄົນ), ເມືອງ ນາຊາຍທອງ ມີ 9 ບ້ານ (15 ຄົນ), ເມືອງໄຊທານີ ມີ 19 ບ້ານ (31 ຄົນ) ເມືອງຫາດຊາຍຟອງ ມີ 10 ບ້ານ (19 ຄົນ), ເມືອງ ປາກງື່ມ ມີ 03 ບ້ານ (03 ຄົນ), ເມືອງ ສັງທອງ ມີ 02 ບ້ານ (06 ຄົນ) ແລະ ເຫຼືອນັ້ນແມ່ນຍັງສືບຕໍ່ເອົາຂໍ້ມູນ

ສໍາລັບຕ່າງແຂວງ ແຂວງຫຼວງພະບາງ ມີ 87 ຄົນ ໃນ 35 ບ້ານ ແລະ 5 ເມືອງ, ອຸດົມໄຊ ມີ 82 ຄົນ ໃນ 29 ບ້ານ ແລະ 4 ເມືອງ, ແຂວງວຽງຈັນ ມີ 66 ຄົນ ໃນ 27 ບ້ານ ແລະ 8 ເມືອງ, ໄຊຍະບູລີ ມີ 66 ຄົນ ໃນ 15 ບ້ານ ແລະ 2 ເມືອງ, ຫົວພັນ ມີ 54 ຄົນ ໃນ 12 ບ້ານ ແລະ 3 ເມືອງ, ບໍ່ແກ້ວ ມີ 51 ຄົນ ໃນ 26 ບ້ານ ແລະ 2 ເມືອງ, ສະຫວັນນະເຂດ ມີ 43 ຄົນ ໃນ 25 ບ້ານ ແລະ 8 ເມືອງ

ຫຼວງນໍ້າທາ ມີ 32 ຄົນ ໃນ 17 ບ້ານ ແລະ 3 ເມືອງ, ເຊກອງ ມີ 28 ຄົນ ໃນ 9 ບ້ານ ແລະ 2 ເມືອງ, ຈຳປາສັກ ມີ 25 ຄົນ ໃນ 10 ບ້ານ ແລະ 2 ເມືອງ, ຊຽງຂວາງ ມີ 21 ຄົນ ໃນ 11 ບ້ານ ແລະ 3 ເມືອງ, ໄຊສົມບູນ ມີ 19 ຄົນ ໃນ 4 ບ້ານ ແລະ 3 ເມືອງ, ສາລະວັນ ມີ 18 ຄົນ ໃນ 7 ບ້ານ ແລະ 4 ເມືອງ,

ຄຳມ່ວນ ມີ 10 ຄົນ ໃນ 6 ບ້ານ ແລະ 4 ເມືອງ, ອັດຕະປື ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ບໍລິຄຳໄຊ ມີ 9 ຄົນ ໃນ 5 ບ້ານ ແລະ 4 ເມືອງ ແລະ ຜົ້ງສາລີ ມີ 6 ຄົນ ໃນ 4 ບ້ານ ແລະ 3 ເມືອງ

ມາຮອດວັນທີ 06 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 80.722 ຄົນ, ເສຍຊີວິດສະສົມ 210 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 839 ຄົນ, ກໍາລັງປິ່ນປົວ 12.088 ຄົນ.