ຣັດເຊຍ ເຕືອນ ນາໂຕ ຢ່າຫຼິ້ນກັບໄຟ

243

ສຳນັກຂ່າວຕ່າງປະເທດລາຍງານວ່າ ໃນກອງປະຊຸມອົງການຄວາມໝັ້ນຄົງ ແລະ ຄວາມຮ່ວມມືໃນເອີຣົບ (OSCE) ທ່ານ ແອນໂທນີ ບລິງເຄນ ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດອາເມຣິກາ ໄດ້ພົບປະນອກຮອບກັບ ທ່ານ ເຊີເກ ລາຟຣອຟ ລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ກ່າວວ່າ: ສະຫະລັດ ແລະ ພັນທະມິດ ມີ ຄວາມວິຕົກກັງວົນຕໍ່ຣັດເຊຍ ທີ່ເຄື່ອນໄຫວທາງທະຫານຕໍ່ອູແກຣນ, ພ້ອມທັງຮຽກຮ້ອງໃຫ້ຣັດເຊຍຖອນທະຫານ ແລະ ອາວຸດຍຸດໂທປະກອນທັງໝົດອອກຈາກຊາຍແດນທີ່ຕິດກັບອູ ແກຣນ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງລົງ, ໃນຂະນະທີ່ລັດຖະມົນຕີຕ່າງປະເທດຣັດເຊຍ ກ່າວວ່າ: ປະທານາທິບໍດີ ປູຕິນ ຂອງຣັດເຊຍ ມີຈຸດຢືນທີ່ຊັດເຈນມາຕັ້ງແຕ່ຕົ້ນວ່າ ບໍ່ຕ້ອງການຄວາມຂັດແຍ່ງທາງທະຫານໃນບໍລິເວນນີ້ ແລະ ຣັດເຊຍພ້ອມປຶກສາຫາລືກັບອູແກຣນ. ແນວໃດກໍຕາມ ການທີ່ບາງກຸ່ມອາໄສປະເທດເພື່ອນບ້ານຂອງຣັດເຊຍ ເພື່ອເປັນຂົວທີ່ໃຊ້ໂຈມຕີຣັດເຊຍ ດັ່ງທີ່ນາໂຕ ກຳລັງດຳເນີນການໃນຂະນະນີ້ ໄດ້ສົ່ງຜົນກະທົບໂດຍກົງຕໍ່ຄວາມໝັ້ນຄົງຂອງຣັດເຊຍ ເຊິ່ງເປັນສະຖານະການທີ່ຣັດເຊຍບໍ່ສາມາດຍອມຮັບໄດ້ ແລະ ຂໍເຕືອນປະເທດຕາເວັນຕົກວ່າ “ຢ່າຫຼິ້ນກັບໄຟ”.

ລັດຖະມົນຕີຕ່າງປະເທດຂອງຣັດເຊຍ ຍັງກ່າວອີກວ່າ: ຣັດເຊຍຕ້ອງການ “ຫຼັກປະກັນຢ່າງເປັນທາງການ” ຈາກນາໂຕ ໃນການບໍ່ຮັບອູແກຣນ ເຂົ້າເປັນສະມາຊິກ ແລະ ຫ້າມບໍ່ໃຫ້ນາໂຕນຳເອົາຂີປະນາວຸດເຂົ້າປະຈຳການໃນອູແກຣນ, ຫາກນາໂຕ ບໍ່ປະຕິບັດຕາມເງື່ອນໄຂທີ່ກ່າວມານັ້ນ, ຣັດເຊຍຈະເດີນໜ້ານະໂຍບາຍທີ່ກ່ຽວຂ້ອງຕໍ່ໄປ ເພື່ອປົກປ້ອງສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດ.