ພົບຜູ້ຕິດເຊື້ອໃໝ່ມື້ນີ້ 1.359 ຄົນ ນະຄອນຫຼວງກວມກວ່າເຄິ່ງ

217

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ  ປະຈໍາວັນທີ 05 ທັນວາ ປີ 2021ໃຫ້ຮູ້ວ່າ ມື້ວັນທີ 4 ທັນວາ ຍັງພົບຜູ້ຕິດເຊື້ອໃໝ່ຕື່ມອິກ 1.359 ຄົນ ຂະນະທີ່ຜູ້ປິ່ນປົວຫາຍດີມີ 551 ຄົນ.

ສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ວັນທີ 04 ທັນວາ 2021, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.423 ຕົວຢ່າງ ໃນຂອບເຂດທົ່ວປະເທດ ແລະ ພົບເຊື້ອ ທັງໝົດ 1.364 ຄົນ (ຕິດເຊື້ອພາຍໃນ ມີ 1.359 ຄົນ ແລະ ຕິດເຊື້ອນໍາເຂົ້າ 05 ຄົນ).


ຜູ້ຕິດເຊືື້ອພາຍໃນໃໝ່ ທັງໝົດ 1.359 ຄົນ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງຈັນ ໃນນັ້ນ ນະຄອນຫຼວງ 658 ຄົນ ໃນ 194 ບ້ານ ແລະ 9 ເມືອງ ຫຼວງນໍ້າທາ ມີ 176 ຄົນ ໃນ 46 ບ້ານ, ຈຳປາສັກ ມີ 79 ຄົນ ໃນ 37 ບ້ານ ບໍ່ແກ້ວ ມີ 77 ຄົນ ໃນ 26 ບ້ານ, ຫຼວງພະບາງ ມີ 72 ຄົນ ໃນ 36 ບ້ານ ໍອຸດົມໄຊ ມີ 53 ຄົນ ໃນ 22 ບ້ານ  ຫົວພັນ ມີ 44 ຄົນ ໃນ 11 ບ້ານ, ໄຊສົມບູນ ມີ 38 ຄົນ ໃນ 4 ບ້ານ ແລະ 3 ເມືອງ.


ສະຫວັນນະເຂດ ມີ 34 ຄົນ ໃນ 31 ບ້ານ, ໄຊຍະບູລີ ມີ 29 ຄົນ ໃນ 6 ບ້ານ, ຊຽງຂວາງ ມີ 20 ຄົນ ໃນ 8 ບ້ານ ແລະ 2 ເມືອງ, ສາລະວັນ ມີ 18 ຄົນ ໃນ 7 ບ້ານ, ແຂວງວຽງຈັນ ມີ 15 ຄົນ ໃນ 12 ບ້ານ,ຄຳມ່ວນ ມີ 13 ຄົນ ໃນ 9 ບ້ານ, ເຊກອງ ມີ 10 ຄົນ ໃນ 6 ບ້ານ,  ອັດຕະປື ມີ 9 ຄົນ ໃນ 6 ບ້ານ ແລະ 2 ເມືອງ, ຜົ້ງສາລີ ມີ 8 ຄົນ ໃນ 2 ບ້ານ, ບໍລິຄຳໄຊ ມີ 6 ຄົນ ໃນ 3 ບ້ານ ແລະ 1 ເມືອງ

ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດແມ່ນມີ 05 ຄົນ ຈາກແຂວງຈຳປາສັກ 4 ຄົນ ແລະ ສະຫວັນນະເຂດ 1 ຄົນ. ມາຮອດວັນທີ 05 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 79.833 ຄົນ, ເສຍຊີວິດສະສົມ 207 ຄົນ (ໃໝ່ 06), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 551 ຄົນ, ກໍາລັງປິ່ນປົວ 11.842 ຄົນ.