ອີກມື້ທຳລາຍສະຖິຕິສູງສູງຂອງຜູ້ເສຍຊີວິດຈາກໂຄວິດ-19

379

ເປັນສິ່ງໜຶ່ງທີ່ບໍ່ເພິ່ງປາຖະໜາຂອງທຸກຄົນເລີຍ ບໍ່ວ່າສະມາຊິກໃນຄອບຄົວຈະຢູ່ໃນໄວໃດກໍ່ຢາກຈະຍື້ຊີວິດໃຫ້ຢູ່ນຳກັນຢ່າງຍາວນານທີ່ສຸດເທົ່າທີ່ຈະເຮັດໄດ້ ແຕ່ຫຼາຍໆກໍລະນີຜ່ານມາ ຫຼາຍຄອບຄົວຕ້ອງສູນເສຍຄົນທີ່ຮັກໄປຍ້ອນພະຍາດລະບາດໂຄວິດ-19 ທີ່ໜ້າເສົ້າຄືການເສຍຊີວິດສ່ວນໃຫຍ່ເປັນຜູ້ສູງອາຍຸ ແລະພວກເພິ່ນເຫຼົ່ານັ້ນຕ້ອງໂຊກຮ້າຍເພາະຄົນໜູ່ມຄົນສາວໄປຕິດເຊື້ອມາແຜ່ໃສ່.

ຕາມລາຍງານຂອງຄະນະສະເພາະກິດ ມາຮອດວັນທີ 04 ທັນວາ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 78.469 ຄົນ, ເສຍຊີວິດສະສົມ 201 ຄົນ (ໃໝ່ 10).


ເຊິ່ງວັນທີ 4 ທັນວາເປັນມື້ທີ່ທຳລາຍສະຖິຕິສູງສຸດການເສຍດສຍຊີວິດນັບແຕ່ເກີດການລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາເປັນຕົ້ນມາ ເຊິ່ງມີເຖິງ 10 ກໍລະນີ ລາຍລະອຽດຜູ້ເສຍຊີວິດໃໝ່ 10 ຄົນ ມີດັ່ງນີ້:

ຜູ້ທີ 1). ເພດຍິງ, ອາຍຸ 74 ປີ, ບ້ານທົ່ງຈ່ອງ, ເມືອງຊໍາເໜືອ, ແຂວງຫົວພັນ ພະຍາດປະຈໍາຕົວ: ຄວາມດັນເລືອດສູງ ແລະ ພະຍາດຫົວໃຈຜິ່ວ, ບໍ່ທັນໄດ້ຮັບການສັກຢາວັກຊີນ ວັນທີ 01 ທັນວາ 2021 ໄດ້ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ມາຮອດເວລາ 8:41 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 2). ເພດຍິງ, ອາຍຸ 92 ປີ, ບ້ານໂພນສະຫວາດ, ເມືອງໂພນໂຮງ, ແຂວງວຽງຈັນ ພະຍາດປະຈຳຕົວ: ເບົາຫວານ ແລະ ຄວາມດັນເລືອດສູງ, ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ  ວັນທີ 30 ພະຈິກ 2021: ຜູ້ກ່ຽວ ໄດ້ໄປກວດເກັບຕົວຢ່າງຢູ່ໂຮງໝໍແຂວງ ເນື່ອງຈາກຄອບຄົວຕິດໂຄວິດຫຼາຍຄົນແລະ ຜົນກວດພົບເຊື້ອ ມາຮອດເວລາ 19:30 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 3). ເພດຍິງ, ອາຍຸ 17 ປີ, ບ້ານສຸກສາລາ, ເມືອງທຸລະຄົມ, ແຂວງ ວຽງຈັນ ພະຍາດປະຈໍາຕົວ: ພະຍາດເລືອດ ໄດ້ສັກວັກຊີນປ້ອງກັນໂຄວິດຄົບ ວັນທີ 1 ທັນວາ 2021 ຜົນກວດພົບເຊື້ອໂຄວິດ-19 ແລະ ຖືກນຳສົ່ງມາສູນປີ່ນປົວໂຄວິດໂພນໂຮງ ມາຮອດເວລາ 16:40 ນາທີ ຂອງວັນທີ 02 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 4) ເພດຍິງ, ອາຍຸ 74 ປີ, ບ້ານ ພະທາວ, ເມືອງ ທຸລະຄົມ, ແຂວງ ວຽງຈັນ ພະຍາດປະຈໍາຕົວ ໄຂມັນໃນເລືອດສູງ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ ສະມາຊິກໃນຄອບຄົວມີຜູ້ຕິດເຊື້ອຫຼາຍຄົນ ວັນທີ 21 ພະຈິກ 2021: ຜົນກວດພົບເຊື້ອໂຄວິດ-19 ຈຶ່ງໄດ້ຖືກນຳສົ່ງມາສູນປີ່ນປົວໂຄວິດ  ມາຮອດເວລາ 11:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 5) ເພດຍີງ, ອາຍຸ 60 ປີ, ບ້ານ ປາກຈັນ, ເມືອງ ໝື່ນ, ແຂວງ ວຽງຈັນພະຍາດປະຈຳຕົວ: ພະຍາດເລືອດ ບໍ່ໄດ້ສັກວັກຊີນປ້ອງກັນໂຄວິດ ວັນທີ 1 ທັນວ 21: ຜົນກວດພົບເຊື້ອໂຄວິດ-19 ແລະ ນຳສົ່ງມາສູນປີ່ນປົວໂຄວິດ ມາຮອດເວລາ 13:00 ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 6) ເພດຍິງ, ອາຍຸ 43 ປີ, ບ້ານດອນກອຍ, ເມືອງໄຊເສດຖາ, ນະຄອນຫລວງ ພະຍາດປະຈໍາຕົວ: ພະຍາດພູມຄຸ້ມກັນບົກຜ່ອງ ແລະ ອັກເສບປອດຊໍ້າເຮື້ອບໍ່ໄດ້ສັກຢາວັກຊີນປ້ອງກັນໂຄວິດ-19 ວັນທີ 29 ພະຈິກ 2021: ຜົນກວດເປັນບວກ ໄດ້ເຂົ້ານອນປີ່ນປົວຢູ່ສູນມາຮອດເວລາ 20:00 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ

ຜູ້ທີ 7)ເພດຍິງ, ອາຍຸ 38 ປີ, ບ້ານດອນຝ້າຍ, ເມືອງຫາດຊາຍຟອງ, ນະຄອນຫລວງ ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ ວັນທີ 03 ທັນວາ 2021: ຄົນເຈັບໄດ້ມາກວດຢູ່ໂຮງໝໍເສດຖາທິລາດ ດ້ວຍອາການບໍ່ຮູ້ສະຕິຫາຍໃຈຝຶດ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດເປັນບວກ ມາຮອດເວລາ 17:30 ນາທີ ໂມງຂອງວັນທີ 03 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 8). ເພດຊາຍ, ອາຍຸ 40 ປີ, ບ້ານຫັດສະດີ, ເມືອງຈັນທະບູລິ, ນະຄອນຫລວງ ວັນທີ 03 ທັນວາ 2021: ຖືກພາມາກວດຢູ່ສຸກເສີນຂອງໂຮງໝໍມະໂຫສົດ ດ້ວຍອາການບໍ່ຮູ້ສະຕິ, ກໍາມະຈອນເອົາບໍ່ໄດ້ ແລະ ອົກຊີໃນເລືອດບໍ່ຂື້ນ ພ້ອມທັງເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19ແລະ ຜົນກວດເປັນບວກ ວັນທີ 03 ທັນວາ 2021: ຄົນເຈັບເສຍຊີວິດ ກ່ອນມາຮອດໂຮງໝໍ

ຜູ້ທີ 9). ເພດຍິງ, ອາຍຸ 77 ປີ, ບ້ານ ດົງໂດກ, ເມືອງໄຊທານີ, ນະຄອນຫລວງ ພະຍາດປະຈຳຕົວ: ພະຍາດໄຂ່ຫຼັງຊຸດໂຊມ ແລະ ຄວາມດັນເລືອດສູງ ສັກຢາວັກຊີນປ້ອງກັນພະຍາດໂຄວິດ-19 ບໍ່ຄົບເຂັມແນະນຳເທື່ອ ວັນທີ 02 ທັນວາ 2021 ເກັບຕົວຢ່າງກວດຊອກຫາພະຍາດໂຄວິດ-19 ແລະ ຜົນກວດພົບເຊື້ອ ຮອດເວລາ 04:30 ນາທີຂອງວັນທີ 03 ທັນວາ 2021 ຄົນເຈັບ ໄດ້ເສຍຊີວິດ.

ຜູ້ທີ 10). ເພດຊາຍ, ອາຍຸ 90 ປີ, ບ້ານຂອນແກ່ນ, ເມືອງຫີນເຫີບ, ແຂວງວຽງຈັນ ພະຍາດປະຈຳຕົວ: ປະດົງຂໍ່ ໄດ້ສັກວັກຊີນປ້ອງກັນພະຍາດໂຄວິດ-19 ຄົບ ສະມາຊິກຄົນໃນຄອບຄົວ ມີ 04 ຄົນ ແມ່ນຕິດເຊື້ອໂຄວິດ-19 ທັງໝົດ ວັນທີ 30 ພະຈິກ 2021: ຜົນກວດເປັນບວກ ຮອດເວລາ 03:00 ໂມງເຊົ້າຂອງວັນທີ 04 ທັນວາ 2021: ຄົນເຈັບ ໄດ້ເສຍຊີວິດ