ການແຂ່ງຂັນບານເຕະຊີງແຊັມແຫ່ງຊາດອາຊຽນລາຍການ AFF SUZUKI CUP 2020 ກຽມລະເບີດຄວາມມັນລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ທີ່ປະເທດສິງກະໂປ ແນ່ນອນສິ່ງທີ່ໜ້າຈັບຕາສໍາລັບຊາວລາວ ກໍຄື ລາຍການແຂ່ງຂັນທັງ 4 ນັດຂອງກຸ່ມ B ຖືວ່າລຸ້ນເມື່ອຍ ໂດຍສະເພາະນັດທໍາອິດພົບກັບ ທີມຊາດຫວຽດນາມ ໃນວັນຈັນວັນທີ 6 ທັນວາ 2021 ເວລາ 19:30 ໂມງ
ທີມຊາດລາວ ຖືກຈັບໃຫ້ຢູ່ກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ ໂດຍຕາຕະລາງແຂ່ງຂັນທັງ 4 ນັດຖືວ່າພົບງານໜັກທີ່ສຸດ ຈົນເຖິງເບົາທີ່ສຸດຂອງກຸ່ມໄປເລີຍ ເຊິ່ງສະຖິຕິການພົບກັນໃນລາຍການນີ້ທີ່ຜ່ານມາ ທີມຊາດລາວ ກໍເປັນຮອງ ດັ່ງນີ້:
+ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ພົບ ຫວຽດນາມ ໂດຍສະຖິຕິພົບກັນນັບແຕ່ປີ 2004 ເປັນຕົ້ນມາມີຄືຮູບລຸ່ມນີ້:
ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ