3 ທັນວາ 2021 ເປີດຢ່າງເປັນທາງການແລ້ວ ເສັ້ນທາງລົດໄຟລາວ-ຈີນ

907

ໂຄງການລົດໄຟລາວ-ຈີນເປັນໂຄງການຮ່ວມມືທີ່ການນໍາຂັ້ນສູງຂອງສອງພັກສອງລັດ ສປປ ລາວ ແລະ ສປ ຈີນ ຊຸກຍູ້ດ້ວຍຕົນເອງ, ເປັນສັນຍະລັກແຫ່ງມິດຕະພາບລາວ-ຈີນແຫ່ງຍຸກສະໄໝໃໝ່, ເປັນໂຄງການທີ່ເຊື່ອມໂຍງຍຸດທະສາດ “ຫັນຈາກປະເທດທີ່ບໍ່ຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມຈອດ” ຂອງ ສປປ ລາວ ແລະ ຂໍ້ລິເລີ່ມ “ໜຶ່ງແລ້ວ ໜຶ່ງ ເສັ້ນທາງ” ຂອງ ສປ ຈີນ.


ໂຄງການລົດໄຟລາວ-ຈີນ ທິດເໜືອເລີ່ມຕົ້ນຈາກຊາຍແດນ ລາວ-ຈີນ ດ່ານບໍ່ຫານ-ບໍ່ເຕັນ, ຊຶ່ງໄດ້ຜ່ານແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພະບາງ, ແຂວງວຽງຈັນ ແລະ ມາສຸດທີ່ ນະຄອນຫຼວງວຽງຈັນ, ມີຄວາມຍາວທັງໝົດ 422.4 ກມ, ຄວາມໄວອອກແບບ 160 ກມ/ຊມ, ມູນຄ່າການກໍ່ສ້າງທັງໝົດ 37.4 ຕື້ຢວນ, ໄລຍະການກໍ່ສ້າງ 5 ປີ, ໄດ້ເປີດການກໍ່ສ້າງທຸກຊ່ວງທາງໃນ ເດືອນທັນວາປີ 2016 ໄດ້ສຳເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການຢ່າງເປັນທາງການໃນວັນທີ 3 ທັນວາ 2021ນີ້.


ນັບແຕ່ເດືອນທັນວາ 2016 ທີ່ເລີ່ມລົງມືກໍ່ສ້າງເປັນຕົ້ນມາ, ພາຍໃຕ້ການໃຫ້ຄວາມສໍາຄັນ ແລະ ສະໜັບສະໜູນຂອງລັດຖະບານລາວ, ຜູ້ກໍ່ສ້າງ ແລະ ພາກສ່ວນທີ່ເຂົ້າຮ່ວມໃນການກໍ່ສ້າງທັງໝົດ ໄດ້ເຊື່ອມຊຶມ ແລະ ປະຕິບັດນະໂຍບາຍທີ່ພັກລັດທັງສອງປະເທດໄດ້ວາງອອກຢ່າງຈິງຈັງ, ໂດຍໄດ້ປິ່ນອ້ອມເນຶ້ອໃນຫຼັກດ້ານຄວາມປອດໄພ, ຄຸນນະພາບ, ການລົງທຶນ, ໄລຍະການກໍ່ສ້າງ, ການຮັກສາສິ່ງແວດລ້ອມ, ຄວາມໂປ່ງໃສ, ມີຜົນປະໂຫຍດຕໍ່ປະຊາຊົນ, ສາມາດພັດທະນາຢ່າງຍືນຍົງ ແລະ ອື່ນໆ ແລະ ຖືເອົາການກໍ່ສ້າງໂຄງການໃຫ້ເປັນໂຄງການດີເດັ່ນ, ໂຄງການປອດໃສຂາວສະອາດ, ໂຄງການແຫ່ງມິດຕະພາບ, ໂຄງການທີ່ສາມາດພັດທະນາຢ່າງຍືນຍົງ.


ລົດໄຟ EMU ຂະບວນທີ່ນຳມາໃຊ້ບໍລິການຢູ່ນະຄອນຫຼວງວຽງຈັນໃນປະຈຸບັນນີ້ ເເມ່ນຜະລິດຮ່ວມໂດຍ ບໍລິສັດ ຫົວຈັກລົດໄຟ ແລະ ຕູ້ລົດໄຟ ຊິງຕາວ ສື້ຟາງ ຫຸ້ນສ່ວນ ຈຳກັດ ເເລະ ບໍລິສັດ ຫົວລົດຈັກ ແລະ ຕູ້ລົດໄຟ ຕ່າລຽນ ຫຸ້ນສ່ວນ ຈຳກັດ ທັງສອງບໍລິສັດ ເເມ່ນຂຶ້ນກັບ ກຸ່ມ ບໍລິສັດ CRRC ຂອງຈີນ. ເປັນຂະບວນລົດໄຟ EMU ທີ່ມີຕູ້ລົດໄຟທີ່ຂັບເຄືື່ອນໄດ້ເອງ (motor car) ລາກແກ່ຕູ້ລົດໄຟທີ່ບໍ່ມີ ລະບົບຂັບເຄື່ອນ (trailer car) ສາມາດຂັບເຂື່ອນໄດ້ທັງສອງທິດທາງ. ລົດໄຟຂະບວນນີ້ ເເມ່ນນຳໃຊ້ເຕັກນິກອັນສົມບູນແບບຂອງລົດໄຟຂະບວນ ຟູ່ຊິງຮ່າວ ຂອງ ສປ ຈີນ ທີ່ເໝາະກັບສະພາບເເວດລ້ອມການຂົນສົ່ງຂ້າມເເດນ ເເລະ ສະພາບແລວທາງຂອງລົດໄຟລາວ-ຈີນ, ສາມາດຕອບສະໜອງຄວາມຕ້ອງການຂອງຜູ້ໃຊ້ບໍລິການ,ປັບປຸງໃຫ້ມີຄວາມມີແທດເໝາະຕໍ່ ຄວາມຕ້ອງການ, ມີເຕັກນິກກ້າວໜ້າທີ່ໜ້າເຊື່ອຖືໄດ້, ບັນທຸກໂດຍສານໄດ້ຫຼາຍ, ຂັບຂີ່ສະບາຍ, ຕົ້ນທືນບໍລິຫານດຳເນີນການຕໍ່າ.


ລະດັບມາດຕະຖານ ເເລະ ຄຸນລັກສະນະຂອງລົດ ສາມາດຕອບສະໜອງໄດ້ຕາມຄວາມຕ້ອງການຂອງການດຳເນີນການເສັ້ນທາງລົດໄຟລາວ-ຈີນ ເຊິ່ງໃນນັ້ນ ເເບບຂອງຂະບວນລົດ ເເມ່ນມອບໃຫ້ ກຸ່ມລັດວິສາຫະກິດລົດໄຟເເຫ່ງຊາດຈີນ ເປັນຜູ້ເເຕ່ງຕັ້ງຄະນະຊ່ຽວຊານໃນການກວດກາຮັບຮອງ, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫ່ຍ ປະທານປະເທດ ເເຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງຄົ້ນຄວ້າກຳນົດ.


ສ່ວນການຕັ້ງຊື່ຂະບວນລົດໄຟ EMU ນີ້ໄດ້ມາຈາກອານາຈັກ “ລ້ານຊ້າງ” ເຊິ່ງເປັນຊື່ປະເທດ ລາວໃນອາດີດ ແລະ ຊື່ຂອງແມ່ນນໍ້ຳຂອງລ້ານຊ້າງ ຊຶ່ງເປັນແມ່ນ້ຳທີ່ໄຫຼ ຜ່ານດິນເເດນຂອງ ສປ ຈີນ ເເລະ ສປປ ລາວສະແດງໃຫ້ເຫັນເຖິງບ້ານໃກ້ເຮືອນຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ, ຄູ່ຮ່ວມມືທີ່ດີ; ເຊິ່ງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ເປັນຜູ້ຈັດຕັ້ງຊີ້ນຳການກຳນົດຊື່ຂະບວນລົດດ້ວຍຕົນເອງ.


ລົດໄຟຂະບວນ “ລ້ານຊ້າງ” ສາມາດແລ່ນດ້ວຍຄວາມໄວສູງສຸດເຖິງ 160 ກມ/ຊມ, ປະກອບມີ 9 ຕູ້ ເຊິ່ງລວມມີ: ຕູ້ລົດໄຟທີ່ຂັບເຄືື່ອນໄດ້ເອງ 1 ຕູ້, ຕູ້ລົດໂດຍສານຊັ້ນ 1 ຫຼືຊັ້ນ VIP ແລະ ຕູ້ຫ້ອງອາຫານ 1 ຕູ້, ຕູ້ລົດໂດຍສານຊັ້ນສອງ 6 ຕູ້ ເຊິ່ງທັງໝົດສາມາດບັນຈຸໄດ້ 720 ຄົນ ແລະ ສາມາດເຊື່ອມຕໍ່ສອງຂະບວນລົດໄຟໄດ້ໃນເວລາທີ່ຕ້ອງການ.


ສຳລັບຈໍສະແດງຂໍ້ມູນ ຂອງຜູ້ໂດຍສານ, ການປະກາດ ແລະ ປ້າຍສັນຍາລັກການໃຫ້ບໍລິການຢູ່ພາຍໃນ ແລະ ພາຍນອກຂະບວນລົດແມ່ນນຳໃຊ້ 3 ພາສາຄື: ພາສາຈີນ, ພາສາລາວ ແລະ ພາສາອັງກິດ. ຕູ້ໝາຍເລກ 4 ຂອງຂະບວນລົດໄຟແມ່ນເຂດປອດສິ່ງກີດຂວາງ ເຊິ່ງມີເບາະນັ່ງ ແລະ ຮາວຈັບສໍາລັບຄົນພິການ, ມີຫ້ອງນໍ້າສໍາລັບຄົນພິການ, ມີປຸ່ມກົດຂໍຄວາມຊ່ວຍເຫຼືອ SOS ແລະ ພາສາສັນຍາລັກນໍາທາງສໍາລັບຄົນພິການ ແລະ ສິ່ງອໍານວຍຄວາມສະດວກອື່ນໆ, ເຮັດໃຫ້ຜູ້ໂດຍສານທີ່ເປັນຄົນພິການສາມາດເດີນທາງໄດ້ຢ່າງສະດວກ.