ຊຸດ“ຜືນແຜ່ນດິນຄຳ ສຽງແຄນແຫ່ງແດນຈຳປາ” ງົດງາມສົມກັບເວທີຈັກກະວານທີ່ສຸດ

600

ເຫັນແລ້ວບອກເລີຍງົດງາມທີ່ສຸດ ສໍາລັບຊຸດປະຈໍາຊາດລາວທີ່ຈະໃຊ້ສວມໃສ່ປະກວດເທິງເວທີ Miss Universe 2021 ເຮົາມາຮ່ວມໃຫ້ກໍາລັງໃຈ ຊຸດປະຈໍາຊາດລາວ ໃນເວທີນາງງາມຈັກກະວານ 2021 ໂດຍຊຸດທີ່ຈະສວມໃສ່ໃນຄັ້ງນີ້ມີຊື່ວ່າ “ຜືນແຜ່ນດິນຄຳ ສຽງແຄນ ແຫ່ງແດນຈຳປາ” ທີ່ນຳສະເຫນີເອກະລັກສະເພາະຂອງຊາດ ແລະ ປະສົມປະສານຄວາມຄິດສ້າງສັນ ທີ່ນຳສະເຫນີໃຫ້ເກີດຄວາມໂດດເດັ່ນ ໃນເວທີ ນາງງາມ ຈັກກະວານ ປີ 2021 ໂດຍ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ Miss Universe 2021

ສໍາລັບຜູ້ສະຫນັບສະຫນູນການຜະລິດຊຸດໃນຄັ້ງນີ້ໂດຍ ຮ້ານ ເພັດພະໄທ ຈີວເວີລີ້, ຕັດຫຍິບໂດຍ ທ່ານ ນາງ ທິບພາພອນ ເວດສະພົງ (Cat Design Silk) ແລະ ອອກແບບໂດຍ ນາງ ນົບສະພອນ ຈັນທະວົງ ,ຖ່າຍພາບງາມໆ ເລີບ ຢູ ສະຕູດິໂອ , ແຕ່ງຫນ້າ ແລະ ເຮັດຜົມໂດຍ ມອນລີ້ ເມກອັກ ແລະ ອອກແບບອາດໂດຍໂດ່ໂດ້ ລາດສະວົງ (ບໍລິສັດ ກ້າວຫນ້າ ອໍການາຍເຊີ້) ແລະ ທັງຫມົດນີ້ຄືຜູ້ທີ່ຢູ່ເບື້ອງຫລັງຊຸດປະຈໍາຊາດທີ່ສວຍງາມອອກມາໃຫ້ປະຈັກຕາສາກົນໃນຄັ້ງນີ້.

ຊຸດ”ຜືນແຜ່ນດິນຄໍາ ສຽງແຄນແຫ່ງແດນຈຳປາ” ລາຍລະອຽດຂອງໂຕຊຸດແມ່ນນຳເອົາ ຜ້າໄຫມລາວສີແດງສົດ ທອງຄຳປີວແທ້ແຕ້ມລວດລາຍເອກະລັກສະເພາະຂອງລາວເຊັ່ນ: ພະທາດຫລວງວຽງຈັນ, ລາຍພະຍານາກຕາມວັດວາອາຮາມ, ລາຍສະເພາະທີ່ມີຢູ່ວັດຊຽງທອງ ແຂວງຫລວງພະບາງ ພ້ອມດ້ວຍແຄນລາວ ເຊິ່ງໄດ້ຖືກຈັດໃຫ້ເປັນມໍລະດົກໂລກ ແລະ ເປັນຄວາມພາກພູມໃຈຂອງຄົນລາວ ໃນນັ້ນຍັງປະກອບມີ ດອກຈຳປາດອກໄມ້ປະຈຳຊາດ ແມ່ນປະດັບໂດຍເມັດຄຣີສຕໍ ບົ່ງບອກເຖິງຄວາມສີວິໄລຂອງເມືອງລາວແລະ ກະໂຈມຫົວແມ່ນຮູບຊົງຂອງພະທາດຫລວງ ເຊີ່ງເປັນມິ່ງຂວັນຂອງຊາວລາວ ເປັນສ່ວນປະກອບທີ່ງົດງາມ ແລະ ລົງຕົວທີ່ສຸດທີ່ປະກອບຢູ່ໃນຊຸດນີ້.

ສໍາລັບ ເຈນນີ້ ຕົ້ນຄໍາ ພົນຈັນເຮືອງ ຜູ້ເປັນເຈົ້າຂອງມົງກຸດຄົນທີ 5 ຂອງເວທີນາງງາມຈັກກະວານລາວ ມີດີກຣີກໍບໍ່ທໍາມະດາເລີຍ ເຄີຍເປັນເຈົ້າຂອງມົງກຸດອັນຊົງຄຸນຄ່າ ຈາກເວທີ Miss World Laos 2017ມາແລ້ວ ແລະ ໃນຕອນນັ້ນທີ່ເຈນນີ້ໄດ້ເປັນຕົວແທນຂອງລາວໃນເວທີສາກົນກໍ່ເຮັດຜົນງານໄດ້ດີສົມຄວນ ແລະ ນີ້ຄືມົງທີ 2 ຂອງສາວຄົນນີ້ ເປັນອີກຫນຶ່ງຄົນທີ່ແຟນໆເຊຍມາໂດຍຕະຫລອດ ເພາະເປັນຜູ້ທີ່ມີໄຫວພິບ ແລະ ຕອບຄຳຖາມດີ, ຄ່ອງແຄ້ວ, ຄວາມສາມາດຮອບດ້ານ ສົມແລ້ວທີ່ຈະກ້າວໄປຈັກກະວານໃນເວທີສາກົນ.

ປັດຈຸບັນ ເຈນນີ້ ຕົ້ນຄຳ ພົນຈັນເຮືອງ ອາຍຸ 26ປີ, ສ່ວນສູງ 176cm, ນ້ຳຫນັກ 55kg, ສັດສ່ວນ 33-26-35 ,ລະດັບການສຶກສາ ປະລິນຍາຕີ ທີ່ວິທະຍາໄລນາໆຊາດ ທີ່ສຳຄັນ ສາວງາມຄົນນີ້ບໍ່ໄດ້ມີດີງາມທີ່ໜ້າຕາເທົ່ານັ້ນ ແຕ່ພຽບພ້ອມດ້ວຍຄວາມສາມາດ ແລະ ຍັງເປັນ CEO Of Tonkham Modeling Agency ແລະ 2017 The 1st Miss Word Laos.

ມີຜົນງານໃນວົງການບັນເທີງຫລາຍຢ່າງເລີຍບໍ່ວ່າຈະເປັນນາງແບບ, MC, ພຣີເຊັນເຕີ, ຖ່າຍແບບ, ຖ່າຍໂຄສະນາ ແລະ ເປັນຜູ້ຫນຶ່ງທີ່ພັກດັນນ້ອງໆໃນສັງກັດໃຫ້ກ້າວເຂົ້າສູ່ວົງການບັນເທີງຢ່າງມີປະສິດທິພາບ.

ສຸດທ້າຍນີ້ ຂໍຝາກທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ການສະຫນັບສະຫນູນ ຕົວແທນຂອງສາວງາມລາວຄົນນີ້ໃນເວທີແຫ່ງຈັກກະວານຕໍ່ໄປດ້ວຍ ເພື່ອໃຫ້ຕົວແທນນາງງາມສາຍສະພາຍລາວໄດ້ປະສົບຄວາມສຳເລັດ ແລພ ນໍາຄວາມພາກພູມໃຈມາໃຫ້ຄົນລາວ ຕິດຕາມຜົນງານ ແລະ ການເຄື່ອນໄຫວໄດ້ທີ່ ເຟສບຸກສ່ວນຕົວ Tonkham Phonchanheuang ແລະ ເພຈ Miss Universe Laos 2021.

 

ຮູບ: Miss Universe Laos