ບໍ່ທຳມະດາເລີຍຄົນນີ້ ຮອຍຍິ້ມຫວານ ແຖມຄວາມແຂງແກ່ນ”ມວຍລາຍລາວປະຍຸກ” ແຕງໂມ ຄອນສະຫວັນML4

473

ງາມແທ້ເດຕົວແທນສາວງາມຈາກແຂວງພາກເຫນືອຂອງລາວ ທີ່ຈະມາຮ່ວມຊີງມຸງກຸດ ໃນເວທີນາງສາວລາວ 2021 ຫລື Miss Laos 2021 ໃນປີນີ້ ພຽບພ້ອມທັງໃບຫນ້າທີ່ສວຍງາມ, ຄວາມຄິດ ແລະ ກິລິຍາມາລະຍາດທີ່ດີເລີຍ ສໍາລັບສາວງາມຄົນນີ້ ແລະ ທີ່ສຳຄັນຄືຜ່ານເຂົ້າຮອບ 30ຄົນມາເປັນທີ່ຮຽບຮ້ອຍແລ້ວ ສຳລັບ ຄອນສະຫວັນ ແພງທອງ ຊື່ຫລີ້ນ ແຕງໂມ ML4 ປັດຈຸບັນອາຍຸ 24 ປີ ມາຈາກແຂວງ ຫົວພັນ ແລະ ຈົບການສຶກສາຈາກ ວິທະຍາໄລແຫ່ງຊາດ ຄະນະວິສະວະກຳສາດ ສາຂາ ເທັກໂນໂລຢີຂໍ້ມູນຂ່າວສານ.

ນ້ອງແຕງໂມໄດ້ໃຫ້ສຳພາດກັບທີມຂ່າວບັນເທີງວ່າ: ທີ່ຜ່ານມາເຄີຍເຂົ້າຮ່ວມປະກວດເວທີ Miss Universe Laos 2019 ແຕ່ໄປບໍ່ເຖິງຝັນ ຈຶ່ງມາໃນປີນີ້ໄດ້ກຽມພ້ອມມາຢ່າງເຕັມທີ່ ເພື່ອເຮັດຕາມຄວາມຝັນເຂົ້າຮ່ວມຊີງມົງກຸດໃນເວທີ ນາງສາວລາວ.

ສໍາລັບ, ຄວາມໃຝ່ຝັນຂອງນ້ອງກັບເວທີນາງສາວລາວ ນ້ອງວາດຝັນມາຕັ້ງແຕ່ນ້ອຍຢາກເປັນຕົວແທນນາງສາວລາວ ຫລື ຢາກເປັນຕົວແທນໃຫ້ແມ່ຍິງແຂວງຫົວພັນ ທີ່ຈະເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີ ແລະ ເອກອ້າງເອກະລັກທີ່ດີງາມຂອງແມ່ຍິງລາວ ຫລື ຂອງປະຊາຊົນລາວ ໃຫ້ຊາວຕ່າງຊາດໄດ້ຮັບຮູ້ຄວາມເປັນລາວ ແລະ ທີ່ສຳຄັນຢາກເປັນກະບອກສຽງໜຶ່ງທີ່ສາມາດຈະຊ່ວຍສັງຄົມໃນດ້ານທີ່ຂາດເຂີນໄດ້ ບໍ່ວ່າຈະກໍລະນີໃດກໍ່ຕາມ.

ຄຳຄົມຂອງນ້ອງແມ່ນ “ຢ່າມີແຕ່ຄິດ ຈົ່ງລົງມືເຮັດແລ້ວເຮົາຈະໄດ້ຄວາມສຳເລັດນັ້ນກັບມາຢ່າງແນ່ນອນ” ທີ່ນ້ອງເລືອກທີ່ຈະລົງປະກວດໃນເວທີນີ້ ເພາະວ່ານ້ອງຄິດວ່າເວທີນີ້ເປັນເວທີອັນຊົງກຽດ ແລະ ມີຄຸນຄ່າອັນສະຫງ່າງາມສຳລັບແມ່ຍິງລາວຫລາຍໆຢ່າງຈົນນັບບໍ່ຖ້ວນ.

ສໍາລັບຄວາມສາມາດທີ່ນ້ອງຈະໂຊໃນເວທີນາງສາວລາວໃນປີນີ້ ແມ່ນ “ມວຍລາຍລາວປະຍຸກ” ເຊີ່ງເປັນກິລາ 1 ທີ່ນ້ອງມັກ ແລະສາມາດປ້ອງກັນຕົວເອງໄດ້. ຖ້າເວົ້າເຖິງເລື່ອງຂອງຈຸດເດັ່ນທີ່ນ້ອງມີຄິດວ່າເປັນຮອຍຍິ້ມທີ່ສົດໃສ ແລະ ຈິງໃຈ, ມີຄວາມອ່ອນຫວານແຕ່ບໍ່ອ່ອນແອ ແລະ ທີ່ສຳຄັນນ້ອງເປັນຄົນມີຄວາມມຸ້ງຫມັ້ນຕັ້ງໃຈ ແນ່ນອນວ່ານ້ອງຕ້ອງເອົາຊະນະໃຈຄະນະກຳມະການໄດ້ຢ່າງແນ່ນອນ.

ການກຽມຕົວຂອງນ້ອງແມ່ນ ການຝຶກຊ້ອມເພີ່ມທັກສະທາງດ້ານບຸກຄະລິກຄະພາບໃຫ້ມີຄວາມໝັ້ນໃຈຫຼາຍຂຶ້ນ ແລະ ກຽມພ້ອມກັບການສະແດງທີ່ຈະໂຊໃຫ້ອອກມາໂດດເດັ່ນ ແລະ ຫນ້າສົນໃຈທີ່ສຸດ ຈາກຄວາມສາມາດທີ່ມີ.

ຫາກຄວາມຝັນຂອງນ້ອງເປັນຈິງ ຖ້າຫາກວ່ານ້ອງໄດ້ຕຳແໜ່ງຫຼັກໆເລີຍສິ່ງທີ່ຢາກຈະເຮັດເພື່ອຊ່ວຍເຫລືອສັງຄົມ ນ້ອງຈະປະກອບສ່ວນເປັນກະບອກສຽງ ແລະ ນຳພາລົງມືຊ່ວຍໃຫ້ສັງຄົມມີຄວາມຢູ່ເຢັນເປັນສຸກຫລາຍຂຶ້ນ ບໍ່ວ່າຈະຫລາຍ ຫລື ຫນ້ອຍກໍຕາມ ທາງດ້ານໃດກໍດີ.

ສ່ວນຜົນງານທີ່ຜ່ານມາ ຂອງແຕງໂມເອງ ກໍແມ່ນການປະກວດ Miss Universe Laos 2019 (Top 10), ຖ່າຍແບບຕ່າງໆ, ເດີນແບບໃນງານ, ຣີວິວສິນຄ້າຕ່າງໆ ສຳລັບກິດຈະກຳຍາມວ່າງຂອງນ້ອງບາງຄັ້ງກໍເຂົ້າ Fitness, ບາງຄັ້ງກໍໄປຊ້ອມມວຍຫລິ້ນ ເພາະກິລາມວຍສາມາດເອົາມານຳໃຊ້ຊີວິດປະຈຳວັນໄດ້ ຄືການປ້ອງກັນໂຕ

ສຸດທ້າຍນີ້ນ້ອງຢາກຝາກຕິດຕາມຜົນງານຕ່າງໆ ແລະ ຝາກຊ່ວຍເຊຍເປັນກຳລັງໃຈໃຫ້ໂມແນ່ເດີ ໂມຈະເຮັດໃຫ້ດີທີ່ສຸດ ແລະ ຈະບໍ່ເຮັດໃຫ້ຜິດຫວັງ ຂອບເຈີເອະໆເນີ້ ຊ່ອງທາງການຕິດຕາມນ້ອງແມ່ນ Facebook: TaengMo Ksv.

ຮູບ: TaengMo Ksv.