ກອງບັນຊາການທະຫານເມືອງເມິງ ໄດ້ປິດຊຸດຝຶກອົບຮົມ ຫັດແອບການທະຫານປະຈໍາປີ 2021

399

ໃນວັນທີ 1 ທັນວາ 2021 ຜ່ານມາ ກອງບັນຊາການທະຫານເມືອງເມິງ ແຂວງບໍ່ແກ້ວ ໄດ້ປິດຊຸດຝຶກອົບຮົມ ຫັດແອບການທະຫານ, ການເມືອງ, ພະລາທິການ, ເຕັກນິກ, ປັບປຸງລະບຽບແບບແຜນ ແລະເຝິກຝົນຫຼໍ່ຫຼອມກໍາລັງແຮງກາຍ ປະຈໍາປີ 2021 ໂດຍການເຂົ້າຮ່ວມ ຂອງທ່ານ ສົມສັກ ປິ່ນແກ້ວ ເຈົ້າເມືອງໆເມິງ, ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂັ້ນເມືອງ; ມີບັນດາສະຫາຍ ນາຍ ແລະພົນທະຫານ – ນາຍ ແລະພົນຕໍາຫຼວດ, ຫົວຫ້າ – ຮອງຫົວຫ້ອງການ ຕະຫຼອດຮອດລັດວິສາຫະກິດພາຍໃນເມືອງເຂົ້າຮ່ວມຮັບຊົມ.


ການຫັດແອບນີ້ ແມ່ນໄດ້ເລີ່ມແຕ່ເດືອນກຸມພາ 2021 ເປັນຕົ້ນມາ ເຊິ່ງໄດ້ຈັດຕັ້ງປະຕິບັດຕາມແຜນການຮຽນ-ການສອນ ຂອງຄູຝຶກ ເປັນຕົ້ນແມ່ນ: ອົບຮົມວິຊາລະບຽບ, ອົບຮົມລະບຽບກິລາ, ອົບຮົມການເມືອງຮັບໃຊ້ສູ້ຮົບ, ອົບຮົມວຽກງານພາລະທິການ, ວຽກງານເຕັກນິກ, ອົບຮົມຄວາມຮູ້ພື້ນຖານ ກ່ຽວກັບເຫຼົ່າລົບວິຊາສະເພາະ, ສິນລະປະຍຸດທະຫານລາບ, ອົບຮົມ ຫັດແອບຍຸດທະວິທີຂັ້ນບຸກຄົນ, ອົບຮົມ ຫັດແອບຍຸດທະວິທີຂັ້ນຈຸ, ອົບຮົມ ຫັດແອບຍຸດທະວິທີຂັ້ນໝູ່, ອົບຮົມ ຫັດແອບຍຸດທະວິທີຂັ້ນໝວດ ລວມໄລຍະເວລາ ຂອງການຮຽນທັງໝົດ 243 ວັນ, ມີຈໍານວນພົນເຂົ້າຮ່ວມທັງໝົດ 52 ສະຫາຍ.


ຕະຫຼອດໄລຍະທີ່ຜ່ານມາ ນາຍ ແລະ ພົນທະຫານ ແມ່ນໄດ້ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງ, ປະຕິບັດຕາມຫຼັກສູດການຮຽນ-ການສອນ ຈາກຄູຝຶກດ້ວຍຄວາມຮັບຜິດຊອບສູງ; ຈາກນັ້ນ ນາຍແລະ ພົນທະຫານ ແມ່ນໄດ້ລົງພາກປະຕິບັດຕົວຈິງ ແລະ ຍິງລູກປືນແທ້ ເຊິ່ງປະກອບມີ 3 ທ່າຄື: ທ່າບຸກຕີກາງເວັນດ້ວຍປືນອາກາ, ທ່າຈັ້ງທ່າກາງເວັນດ້ວຍປືນອາກາ ແລະ ຍິງລູກປືນແທ້.

ທ່ານ ເຈົ້າເມືອງໆເມິງ ໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ ຄະນະບັນຊາ ຕະຫຼອດຮອດນາຍ ແລະ ພົນທະຫານ ທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດຕາມແຜນການອົບຮົມ ຫັດແອບການທະຫານໃນຄັ້ງນີ້ຈົນສໍາເລັດຕາມລະດັບຄາດໝາຍທີ່ກໍານົດໄວ້ ແລະ ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະພັກ ຄະນະບັນຊາ ຈົ່ງສືບຕໍ່ຊີ້ນໍາໆພາຈັດຕັ້ງປະຕິບັດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ ໂດຍສຸມໃສ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປ້ອງກັນເວນຍາມຕະຫຼອດ 24 ຊົ່ວໂມງ, ອອກເຄື່ອນໄຫວສາລະເວນຂອບເຂດຄວາມຮັບຜິດຊອບຂອງຕົນ ແລະ ນໍາເອົາບົດຮຽນທີ່ໄດ້ຮັບການອົບຮົມໄປແລ້ວນັ້ນ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ໃນການຮັບໃຊ້ປະເທດຊາດ ໃຫ້ມີຄວາມສະຫງົບປອດໄພ.
ຂ່າວ: ອຸ່ນຄໍາ ຂັນວາລິດ