ພຸດທະໄຊ ເຊື່ອການມາຂອງ ບິລລີ ເຮັດໃຫ້ ທີມຊາດລາວ ເປັນຊຸດທີ່ດີທີ່ສຸດໃນ SUZUKI CUP

391

ພຸດທະໄຊ ໂຄຈະເລີນ ເຊື່ອການມາຂອງ ບິລລີ ເກດແກ້ວພົມພອນ ນັກເຕະຊາວຝຣັ່ງ ເຊື້ອສາຍລາວ ທີ່ມີປະສົບການໃນລີກຝຣັ່ງ ມາຊ່ວຍທີມຊາດລາວ ເຮັດໃຫ້ຕົວເອງ ແລະ ທີມຊາດລາວ ມີຄວາມຫວັງ ເພາະຊຸດນີ້ອາດເປັນຊຸດທີ່ດີທີ່ສຸດເທົ່າທີ່ເຄີຍມີມາຂອງທີມຊາດລາວ ໃນການແຂ່ງຂັນບານເຕະ AFF SUZUKI CUP 2020 ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ພ້ອມຍົກ ຫວຽດນາມ ແລະ ໄທ ຕົວເຕັງ, ສ່ວນ ມ້າມືດຍົກໃຫ້ ອິນໂດເນເຊຍ.

ເມື່ອຄໍ່າຄືນຂອງວັນທີ 30 ພະຈິກ 2021 ພຸດທະໄຊ ໂຄຈະເລີນ ໄດ້ໃຫ້ສໍາພາດກັບ ສື່ມວນຊົນສາຍກີລາລາວ ຜ່ານແອັບ ZOOM ກ່ອນອອກເດີນທາງໄປສົມທົບທີມຊາດລາວວ່າ: ການທີ່ ທີມຊາດລາວ ໄດ້ ບິລລີ ມາຊ່ວຍທີມຊາດລາວ ນັ້ນເປັນອີກຄວາມໝັ້ນໃຈໃຫ້ກັບທີມຊາດລາວ ແລະ ເຮັດໃຫ້ມີຄວາມຫວັງໃນ AFF SUZUKI CUP 2020 ເພີ່ມຂຶ້ນຫຼາຍ ແນ່ນອນ ບິລລີ ເປັນນັກເຕະທີ່ມີປະສົບການສູງໃນລີກຝຣັ່ງ ໂດຍສະເພາະໃນລີກສູງສຸດທີ່ເຄີຍຫຼິ້ນກັບນັກເຕະລະດັບໂລກມາແລ້ວ ເຊິ່ງການມາຊ່ວຍທີມຊາດລາວ ຄັ້ງນີ້ຈະຊ່ວຍໄດ້ຫຼາຍແນ່ນອນ ແລະ ນ້ອງກໍຕື່ນເຕັ້ນຫຼາຍທີ່ຈະໄດ້ຮ່ວມງານກັບລາວ ໂດຍທີ່ຜ່ານມາຕາມທີ່ນ້ອງເຄີຍຕິດທີມຊາດລາວ ຍອມຮັບວ່າຊຸດນີ້ເປັນຊຸດທີ່ດີທີ່ສຸດເທົ່າທີ່ເຄີຍມີມາ ເພາະມີນັກເຕະຕ່າງຊາດມາຊ່ວຍ ແລະ ນັກເຕະໃນໄທລີກ ລວມເຖິງນັກເຕະໃນລາວຂຶ້ນໃໝ່ຜົນງານດີຫຼາຍຄົນ.

“ ດັ່ງທີ່ຮູ້ກຸ່ມ B ທຸກທີມແມ່ນມີຄວາມແຂງແກ່ນທີ່ສຸດ ໂດຍສະເພາະ ຫວຽດນາມ ເປັນແຊັມເກົ່າ ມີນັກເຕະຄຸນນະພາບ ແລະ ມີຄວາມເຂົ້າໃຈກັນ ກາຍເປັນອີກ 1 ຕົວເຕັງ, ສ່ວນ ອິນໂດເນເຊຍ ກໍເປັນມ້າມືດ ເພາະໄດ້ສະແດງສັກກະພາບໃຫ້ເຫັນໃນນັດອຸ່ນເຄື່ອງເອົາຊະນະ ມຽນມາ ໄປຂາດລອຍ ແລະ ເອົາຊະນະ ສະໂມສອນໃນລີກສູງສຸດຂອງ ຕວັກກີ ມາແລ້ວ. ຂະນະທີ່ ກຸ່ມ A ທີິມຊາດ ໄທ ໂດດເດັ່ນທີ່ສຸດ ເພາະມີນັກເຕະຈາກລີກສູງສຸດຂອງປະເທດຍີ່ປຸ່ນ ຫຼາຍຄົນ ກາຍເປັນຕົວເຕັງລາຍການເຊັ່ນກັນ ” ພຸດທະໄຊ ໃຫ້ທັດສະນະເຖິງຕໍ່ທີມທີ່ແຂງທີ່ສຸດໃນລາຍການນີ້.

ເສັ້ນທາງການເປັນນັກເຕະຂອງ ພຸດທະໄຊ ເລີ່ມຈາກການເປັນນັກເຕະເຍົາວະຊົນ ທີ່ມາຈາກ ສະໂມສອນ ເອັສຣາ ນັບຕັ້ງແຕ່ປີ 2007 ຈົນເຖິງປີ 2014, ປີ 2015 ຫຼິ້ນໃຫ້ກັບ ສະໂມສອນ ຮ່ວາງແອ໋ງ ອັດຕະປື ເອັຟຊີ, ປີ 2016 ຫຼິ້ນໃຫ້ກັບ ສະໂມສອນ ລ້ານຊ້າງ ຢູໄນເຕັດ ພ້ອມພາທີມຄວ້າແຊັມ ລາວພຣີເມຍລີກ ແລະ ຮອງແຊັມ TOYOTA MEKONG CLUB CHAMPIONSHIP 2017 ກ່ອນທີ່ປີ 2018 ຈະຍ້າຍໄປຫຼິ້ນໃຫ້ກັບ ນະຄອນປະຖົມ ຢູໄນເຕັດ ທີມໃນໄທລີກ 2 ຈົນເຖິງປີ 2021 ກ່ອນຍ້າຍໄປຫຼິ້ນໃຫ້ກັບ ສະໝຸດປະການ ຊິຕີ້ ເອັຟຊີ ໄທລີກ 1 ໃນປັດຈຸບັນ.

ແນ່ນອນນັບແຕ່ອະດີດຈົນເຖິງປັດຈຸບັນ ເຫັນວ່າ: ທີມຊາດລາວ ຊຸດນີ້ ອາດເປັນຊຸດທີ່ດີທີ່ສຸດໃນປະຫວັດສາດ AFF SUZUKI CUP ເພາະມີທັງ ບິລລີ ກອງໜ້າຈາກລີກຝຣັ່ງ, ພຸດທະໄຊ ກອງກາງຈາກສະໝຸດປະການ ໃນລີກສູງສຸດຂອງປະເທດໄທ, ສຸກອາພອນ ວົງຈຽງຄໍາ ກອງໜ້າຈາກອຸດອນທານີ ເອັຟຊີ ໃນໄທລີກ 2 ແລະ ມິດສະດາ ສາຍໃຕ້ຟ້າ ຈາກສະຕູນ ໃນໄທລີກ 3, ສ່ວນໃນລາວລີກ ກໍມີ ບຸນພະຈັນ ບຸນກອງ ກອງກາງຟອມໂດດເດັ່ນຈາກຊ້າງນ້ອຍ ເອັຟຊີ ຍິງ 2 ປະຕູໃຫ້ກັບ ຢູ 23 ລາວ ຊະນະ ມົງໂກລີ 3-2 ລວມເຖິງຄົນອື່ນໆກໍໂດດເດັ່ນເຊັ່ນກັນ.

ສໍາລັບ ທີມຊາດລາວ ຢູກຸ່ມ B ຮ່ວມກັບ ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ ແລະ ກໍາປູເຈຍ ເຊິ່ງສະຖິຕິພົບກັບ 4 ຊາດໃນກຸ່ມນີ້ທີ່ຜ່ານມານັບແຕ່ປີ 2004 ແຂ່ງ 17 ນັດ ໃນລາຍການນີ້ປາກົດວ່າ: ທີມຊາດລາວ ຊະນະພຽງ 1 ນັດຄືຊະນະ ກໍາປູເຈຍ 2-1 ໃນປີ 2004 ແລະ ສະເໝີ ອິນໂດນເຊຍ 2-2 ໃນປີ 2012, ສ່ວນອີກ 15 ນັດແມ່ນເສຍທັງໝົດ, ຕ້ອງລຸ້ນເບິ່ງວ່າປີນີ້ ທີມຊາດລາວ ຈະປົດລ໊ອກຊະນະໄດ້ຫຼືບໍ.

ສ່ວນຕາຕະລາງແຂ່ງຂັນຂອງ ທີມຊາດລາວ ໃນ AFF SUZUKI CUP 2020 ມີດັ່ງນີ້:
– ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ
– ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ
– ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ກຳປູເຈຍ
ຂ່າວ: ຫຼ້າ MKP; ຮູບ: ສະຫະພັນບານເຕະແຫ່ງຊາດລາວ ແລະ ພຸດທະໄຊ ໂຄຈະເລີນ