ການນຳພັກ-ລັດ ແຂວງໄຊສົມບູນ ວາງກະຕ່າດອກໄມ້ ທີ່ອະນຸສາວະລີຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ແລະ ອະນຸສອນສະຖານ ປະທານໄກສອນ ພົມວິຫານ

525

ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 46 ປີ ທີ່ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ; ສະນັ້ນ ການນຳພັກ-ລັດ ແຂວງໄຊສົມບູນ ຈຶ່ງໄດ້ເຂົ້າວາງກະຕ່າດອກໄມ້ ທີ່ອະນຸສາວະລີຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ແລະ ອະນຸສອນສະຖານປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ຄົບຮອບ 101 ປີ ໃນຕອນເຊົ້າຂອງວັນທີ 1 ທັນວາ 2021 ນີ້ ໂດຍການນຳພາຂອງສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍຄະນະພັກ-ຄະນະນຳ ແຂວງ ເຂົ້າຮ່ວມ.


ການວາງກະຕ່າດອກໄມ້ ທີ່ອະນຸສາວະລີຮ່ວມສຳພັນສູ້ຮົບລາວ-ຫວຽດນາມ ຄັ້ງນີ້ກໍເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດສອງຊາດລາວ-ຫວຽດນາມ ທີ່ໄດ້ຕໍ່ສູ້ຄຽງບ່າຄຽງໄລ່ຕ້ານສັດຕູຕົວດຽວກັນ ຢ່າງລະອິດລະອ້ຽວ, ຍືດເຍື້ອຍາວນານ ພ້ອມທັງເສຍສະຫຼະຊີວິດ ແລະ ເລືອດເນື້ອ ເພື່ອພາລະກິດປະຕິວັດຢ່າງອົງອາດກ້າຫານ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ ສະຖາປະນາເປັນປະເທດສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.


ສຳລັບການວາງກະຕ່າດອກໄມ້ ທີ່ອະນຸສອນສະຖານປະທານ ໄກສອນ ພົມວິຫານ ອະດີດຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ກໍເພື່ອສະແດງຄວາມກະຕັນຍູຮູ້ບຸນຄຸນ ທີ່ເພິ່ນໄດ້ສຸມສະຕິປັນຍາເຂົ້າໃນການນຳພາ ຂະບວນການຕໍ່ສູ້ຕ້ານການຮຸກຮາກ ຂອງພວກຈັກກະພັດຕ່າງດ້າວ ຈົນສາມາດຍາດໄດ້ໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາສູ່ປະຊາຊົນລາວບັນດາເຜົ່າ ຈົນເຖິງທຸກວັນນີ້ ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ແມ່ນໄດ້ຈາລຶກໃນຄວາມຊົງຈຳ ຂອງປະຊາຊົນລາວບັນດາເຜົ່າ ຕະຫຼອດໄປ.