ປະມວນພາບ ພິທີທາງສາສະໜາ ເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟ ລາວ-ຈີນ ວັນທີ 2 ທັນວາ 2021

1328

ໃນຕອນເຊົ້າຂອງ ວັນທີ 2 ທັນວາ 2021, ທີ່ສະຖານີລົດໄຟນະຄອນຫລວງວຽງຈັນ, ບ້ານໄຊ ເມືອງໄຊທານີ ໄດ້ມີພິທີເບີກໂຊກໄຊຍະມຸງຄຸນ ເສັ້ນທາງລົດໄຟລາວ-ຈີນ  ນຳໂດຍ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ການນຳພັກຫຼັດພ້ອມດ້ວຍພຸດທະ ສາສະນິກກະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໃນພິທີ ພາຍຫຼັງເຕົ້າໂຮມພົນແລ້ວ ທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນໄຕ້ທູບທຽນບູຊາພຣະຣັດຕະນະໄຕ ຈາກນັ້ນກໍລັ່ນຄ້ອງ 9 ບາດ ເພື່ອເປັນສິຣິມຸງຄຸນ. ກ່ອນຈະເຂົ້າສູ່ມິພິທີໄຫວ້ພຣະຣັດຕະນະໄຕ ຮັບສິນ, ສູດປະລິຕະມະຫາມຸງຄຸນໄຊຫລວງ (ສູດມະຫາໄຊຍະມຸງຄຸນຫລວງ), ຟັງທຳມະເທດສະໜາບັນຍາຍ 1 ກັນ, ກ່າວຄຳຖວາຍສັງຂະທານ, ເຄນກັນບູຊາທຳມະເທດສະໜາ, ເຄນບ້າງປັດໄຈບູຊາທຳ, ຄາລະ ວະ-ຮັບພອນ-ຢາດນ້ຳ ແລະ ຕາງໜ້າຄະນະພະສົງພົມນ້ຳມົນສະຖານີ ແລະ ລົດໄຟ ເພື່ອເປັນສິຣິມຸງຄົນ ເອົາໂຊກເອົາໄຊ.

.

ພິທີເບີກໂຊກໄຊຍະມຸງຄຸນ ແມ່ນພິທີ ທີ່ມີຄວາມສຳຄັນທາງສາສະໜາ, ໃນພິທີຈະມີການສູດ ປະລິຕະມະຫາມຸງຄຸນໄຊຫລວງ ການສູດດັ່ງກ່າວ, ເພື່ອກຳກັດປັດເພີກສິ່ງບໍ່ດີທີ່ ຢູ່ໃນສະຖານີທີ່ວັດຖຸ, ບຸກຄົນນັ້ນໆໃຫ້ອອກໄປ ເພື່ອເປັນສິຣິມຸງຄຸນໃນການດຳເນີນໄປໄດ້ຢ່າງລາບລື້ນ ແລະ ສັນຕິສຸກ ເພື່ອເສີມສ້າງບຸນຍາປາຣະມີ ໃຫ້ແກ່ຜູ້ທີ່ເຂົ້າຮ່ວມໃນພິທີດັ່ງກ່າວ.

.

ໃນປະກາດແຈ້ງການຂົນສົ່ງຜູ້ໂດຍສານທາງລົດໄຟລາວ-ຈີນໃນວັນທີ 30 ພະຈິກ 2021 ລະບຸວ່າ: ແຜນເວລາເດີນລົດ ແລະ ຕາຕະລາງເວລາເດີນລົດ ໃນຊ່ວງມີການລະບາດຂອງພະຍາດໂຄວິດ-19 ຍັງຈະບໍ່ເປີດໂດຍສານລະຫວ່າງປະເທດເທື່ອ, ໃນແຕ່ລະມື້ຈະເປີດແລ່ນຂະບວນລົດໄຟສາຍພາຍໃນ 2 ຄູ່/ມື້, ໃນນັ້ນແມ່ນແລ່ນຈາກ ນະຄອນຫຼວງວຽງຈັນ ໄປ ບໍ່ເຕ່ນ 1 ຄູ່ ( ກຳນົດເວລາລົດອອກເບື້ອງຕົ້ນແມ່ນ 8:00 ໂມງ ເຖິງສະຖານີ ບໍ່ເຕ່ນ 11:20 ໂມງ)

.

ຂາກັບ ອອກຈາກສະຖານີບໍ່ເຕ່ນ 12:15 ໂມງ ເຖິງສະຖານີນະຄອນຫຼວງ 15:19 ໂມງ); ນະຄອນຫຼວງ ໄປ ຫຼວງພະບາງ 1 ຄູ່ ( ກຳນົດເວລາລົດອອກເບື້ອງຕົ້ນແມ່ນ ຈາກສະຖານີ, ນະຄອນຫຼວງວຽງຈັນ 16:10 ໂມງລົດໄຟອອກ ເຖິງ ສະຖານີຫຼວງພະບາງ 18:02 ໂມງ, ຂາກັບ ຈາກສະຖານີຫຼວງພະບາງ 18:50 ໂມງ ເຖິງ ສະຖານີນະຄອນຫຼວງ 20:46 ໂມງ).

.

.

.

.

.

ລາຄາປີ້ລົດໄຟລາວ-ຈີນ ຕາມປະກາດແຈ້ງ ຂອງບໍລິສັດທາງລົດໄຟລາວ-ຈີນ ໃນວັນທີ30 ພະຈິກ 2021