ເປີດໂຕ ແອັບບພຼີເຄຊັນເທິງມືຖື Policy Watch ຢ່າງເປັນທາງການ ເພື່ອໃຫ້ຂໍ້ມູນອັບເດດ ກ່ຽວກັບ ການປະຕິຮູບສະພາບແວດລ້ອມຂອງການດໍາເນີນທຸລະກິດຂອງ SME ລາວ.

719

ໃນວັນທີ 30 ພະຈິກ 2021ນີ້ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ຮ່ວມກັບ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຈັດງານເປີດໂຕ ແອັບພິເຄຊັນ Policy Watch ຍ່າງເປັນທາງການ ເຊິ່ງເປັນແອັບເທິງມືຖື ທີ່ຖືກອອກແບບ ແລະ ພັດທະນາເພື່ອໃຫ້ຂໍ້ມູນຂ່າວສານອັບເດດ ກ່ຽວກັບການປະຕິຮູບນະໂຍບາຍຕິດພັນກັບສະພາບແວດລ້ອມການດຳເນີນທຸລະກິດ ສຳລັບ SMEs.

ເຂົ້າຮ່ວມຂອງທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີທ່ານ ຄູເລິນ ຫິວ (Cullen Hughes), ຫົວໜ້າ ຝ່າຍເສດຖະກິດ, ການສຶກສາ ແລະ ພະລັງງານ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ປະຈໍາລາວ ພ້ອມດ້ວຍຕາງໜ້າຈາກກົມແຜນການ ແລະ ການຮ່ວມມື, ກະຊວງອຸດສາຫະກຳ ແລະ ການຄ້າ, ຄະນະບໍລິຫານງານຂັ້ນສູງ ຂອງ LNCCI ແລະ ສະມາຊິກ ແລະ ສະມາຄົມນັກທຸລະກິດເຂົ້າຮ່ວມ.

ໃນພິທີດັ່ງກ່າວ ທ່ານ ນາງ ວາລີ ເວດສະພັງໄດ້ກ່າວ ຂອບໃຈມາຍັງ ອົງການ USAID ທີ່ໃຫ້ການຊ່ວຍເຫລືອໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍທຸລະກິດ ໃນການພັດທະນາ ແອັບພິເຄຊັນນີ້ ເຊິ່ງແອັບພິເຄຊັນນີ້ຈະເປັນເຄື່ອງມືໃນການສະໜັບສະໜຸນວຽກງານຂອງ ກອງປະຊຸມທຸລະກິດລາວ (LBF) ແລະ ກົນໄກປຶກສາຫາລື ພາກລັດ-ທຸລະກິດ (LPPD) ເພື່ອຊ່ວຍສົ່ງເສີມສະພາບແວດລ້ອມການດຳເນີນທຸລະກິດໃຫ້ເຂັ້ມແຂງ ແລະ ຍົກສູງຄວາມສາມາດໃນການແຂ່ງຂັນທາງທຸລະກິດ ແລະ ບັນດານະໂຍບາຍໃໝ່ໆຂອງພາກລັດ.

 

ທ່ານຍັງກ່າວຕື່ມວ່າ: Policy Watch ພັດທະນາ ໂດຍການໃຫ້ທຶນຈາກອົງການ USAID ເພື່ອເປັນເຄື່ອງມືໃນການສົ່ງເສີມ ກິດຈະກໍາທີ່ປິ່ນອອມວຽກງານການປະຕິຮູບນະໂຍບາຍໃນ ສປປ ລາວ ເປັນຕົ້ນ ກອງປະຊຸມທຸລະກິດລາວ (LBF), ກົນໄກປຶກສາຫາລື ພາກລັດ-ທຸລະກິດຂັ້ນແຂວງ ຢູ່ແຂວງພາກເໜືອ ທີ່ສະໜັບສະໜຸນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າຂອງສປປ ລາວ (LCT), ແລະ ກົນໄກປຶກສາຫາລືພາກລັດ-ທຸລະກິດຂັ້ນແຂວງ ແຂວງຈຳປາສັກ ທີ່ສະໜັບສະໜູນໂດຍ ໂຄງການສ້າງສະພາບເເວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ (USAID LBE) ແລະ Policy Watch ແລະ ຍັງເປັນເຄື່ອງມືໃນ ການກະຈາຍຂໍ້ມູນຂ່າວສານ ອັບເດດກ່ຽວກັບຄວາມຄືບໜ້າຂອງການປະຮູບລະບຽບ ແລະ ນະໂຍບາຍຕ່າງໆດ້ວຍ.

ພ້ອມນີ້, ທ່ານ ຄູເລິນ ຫິວ Cullen Hughes ກ່າວວ່າ: USAID ໂດຍຜ່ານໂຄງການສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍທຸລະກິດລາວ ມີຄວາມພູມໃຈທີ່ໄດ້ສະໜັບສະໜູນ ການພັດທະນາແອັບພິເຄເຊິນນີ້ ເພື່ອເປັນເຄື່ອງມືໃນການຍົກສູງບົດບາດ ແລະ ວຽກງານອັນສໍາຄັນ ທີ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ກຳລັງຈັດຕັ້ງປະຕິບັດ ໃນຂົງເຂັດວຽກງານການໂຄສະນາ ການປະຕິຮູບນະໂຍບາຍ ແລະ ການປັບປຸງກົນໄກການປຶກສາຫາລືພາກລັດ-ທຸລະກິດ ເພື່ອສ້າງສະພາບເວດລ້ອມການດໍາເນີນທຸລະກິດໃນ ສປປ ລາວໃຫ້ດີຂຶ້ນ.

.

ສໍາລັບ ລັກສະນະ ແລະ ໜ້າທີ່ຂອງແອັບພລິເຄຊັນ Policy Watch ລວມມີ: ການອັບເດດນະໂຍບາຍ, ການໂອລົມກ່ຽວກັບນະໂຍບາຍ, ການອັບເດດຂ່າວກົນໄກປຶກສາຫາລືພາກລັດ-ທຸລະກິດ (LPPD), ການເຊື່ອມໂຍງ (Link) ແລະ ກ່ຽວກັບແອັບ Policy Watch ແອັບພິເຄຊັນ ແມ່ນສາມາດຮັບຮອງ ໄດ້ທັງພາສາລາວ ແລະ ອັງກິດ ແລະ ສາມາດນຳໃຊ້ໄດ້ໃນມືຖື ທັງລະບົບ iOS ແລະ Android ທີ່ສຳຄັນແອັບພິເຄຊັນນີ້ຈະເຮັດໃຫ້ການເຂົ້າເຖິງຂໍ້ມູນຂ່າວສານທີ່ຕິດພັນກັບນະໂຍບາຍ ຂອງ SMEs ງ່າຍຂຶ້ນ ແລະ ຍັງເປັນການໂຄສະນາສົ່ງເສີມ ຄວາມພະຍາມຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນວຽກງານດັ່ງກ່າວ, ເປົ້າໝາຍຫລັກຂອງ ແອັບພິເຄເຊິນນີ້ ແມ່ນສ້າງໃຫ້ Policy Watch ເປັນແອັບທີ່ທຸລະກິດນຳໃຊ້ຫລາຍທີ່ສຸດແອັບໜຶ່ງ ໃນການເຂົ້າເຖິງຂໍ້ມູນຂ່າວສານ, ກິດຈະກຳ ແລະ ງານຕ່າງໆທີ່ຈະເກີດຂຶ້ນ.

.


ຂ່າວ: ຈັນນະພາ, ຮູບ: ສອນໄຊ