ແຂວງຊຽງຂວາງ ວາງພວງມາລາ ແລະ ກະຕ່າດອກໄມ້ ເນື່ອງໃນວັນຊາດທີ 2 ທັນວາ ຄົບຮອບ46ປີ

404

ໃນໂອກາດວັນຊາດທີ 2ທັນວາ ຄົບຮອບ 46 ປີ (2 ທັນວາ 1975-2 ທັນວາ 2021) ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປວງຊົນລາວທັງຊາດ ຄົບ ຮອບ 101 ປີ (13 ທັນວາ 1920-13 ທັນວາ 2021), ບັນດາການນຳແຂວງຊຽງຂວາງ ເຊິ່ງນຳໂດຍ ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ໄດ້ເຂົ້າວາງພວງມາລາ ຢູ່ຕໍ່ໜ້າອານຸສາວະລີນັກຮົບນິລະນາມ ແລະ ວາງກະຕ່າດອກໄມ້ ຢູ່ຕໍ່ໜ້າອານຸສາວະລີປະ ໄກສອນ ພົມວິຫານ ໃນຕອນເຊົ້າວັນທີ 1 ທັນວາ 2021.


ທັງນີ້, ກໍເພື່ອເປັນການໄຫວ້ອາໄລເຖິງດວງວິນຍານ ຂອງນັກຮົບປະຕິວັດ ວິລະ ຊົນທີ່ໄດ້ເສຍສະຫລະຊີວິດ ເພື່ອພາລະ ກິດປົດປ່ອຍຊາດ ເພື່ອຄວາມເປັນເອກະ ລາດຂອງຊາດ ເພື່ອເສລີພາບຂອງປວງຊົນລາວບັນດາເຜົ່າ ຕະຫລອດໄລຍະຂອງສົງຄາມຮຸກຮານ ບັນດາສະຫາຍໄດ້ສູ້ຮົບຢ່າງພິລະອາດຫານ ໃນທົ່ວຜືນແຜ່ນດິນລາວ ໂດຍສະເພາະແມ່ນແຂວງຊຽງຂວາງວິລະຊົນແຫ່ງນີ້ ພວກສະຫາຍໄດ້ເຮັດສຳເລັດພາລະກິດປະຕິວັດອັນໜັກໜ່ວງ, ມີກຽດທີ່ສຸດຂອງປະເທດຊາດ ເຊິ່ງເປັນຜົນງານອັນໃຫຍ່ຫລວງ.


ທ່ານນາງ ອຸໄທ ມາສີຊົນໄຊ ຮອງຄະນະຮັບຜິດຊອບອານຸສາວະລີແຂວງ ໄດ້ກ່າວວ່າ: ພັກ-ລັດຖະບານແຫ່ງ ສປປ ລາວ ໄດ້ຈົດຈຳບຸນຄຸນຂອງບັນດາສະຫາຍຢ່າງບໍ່ມີວັນຫລົງລືມໄດ້ ຂໍໃຫ້ດວງວິນຍານບັນດາສະຫາຍຈົ່ງເປັນສຸກເຖີດ ພວກເຮົາຈະສືບທອດພາລະກິດອັນສູງສົ່ງຂອງບັນດາສະ ຫາຍ ພ້ອມກັນຮັກສາຄວາມສາມັກຄີປອງດອງໃຫ້ເປັນອັນໜຶ່ງອັນດຽວ ພ້ອມ ກັນເດີນຕາມອຸດົມການອັນຍິ່ງໃຫຍ່ຂອງພັກ ແລະ ສານຕໍ່ອຸດົມການອັນໃຫຍ່ ຫລວງຂອງບັນດາສະຫາຍທີ່ໄດ້ສ້າງໄວ້ ເພື່ອສະແດງເຖິງຄວາມເຄົາລົບຮັກ ກະ ຕັນຍູ ຮູ້ບຸນຄຸນ ລະນຶກເຖິງຜົນງານອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມ ວິຫານ ວິລະບູລຸດແຫ່ງຊາດລາວ ເປັນຜູ້ນຳທີ່ມີຄຸນສົມບັດ ສິນທຳປະຕິວັດສູງສົ່ງ ມີທັດສະນະມະຊົນກວ້າງຂວາງ, ທ່ານໄດ້ອຸດທິດຕະຫລອດຊີວິດຂອງຕົນ ເພື່ອຜົນປະໂຫຍດລວມຂອງຊາດ ເພື່ອອະນາຄົດຂອງລູກຫລານບັນດາເຜົ່າ, ທ່ານໄດ້ເປັນແບບຢ່າງອັນປະເສີດໃຫ້ແກ່ພະນັກງານ ສະມາຊິກພັກ.

ໃນໂອກາດດວຽດກັນ, ທ່ານເຈົ້າແຂວງໆຊຽງຂວາງ ໄດ້ມອບໃບຍ້ອງຍໍໃຫ້ແກ່ບໍ ລິສັດ ລັກກີສະໂຕນ ຈຳກັດ ທີ່ໄດ້ປະກອບສ່ວນຫີນກລານິດ ແລະ ສ້ອມແປງອານຸສາວະລີ ປະນໄກສອນ ພົມວິຫານ ມູນຄ່າ 81 ລ້ານກວ່າກີບ, ບໍລິສັດ ດຶກຊ່ອງຖັງພັດ ທະນາກະສິກຳ ແລະ ອຸດສາຫະກຳປຸງແຕ່ງ ໄດ້ປະກອບສ່ວນໄມ້ດູ່ ມູນຄ່າ 15 ລ້ານກີບ, ວິທະຍາໄລເຕັກນິກ- ວິຊາ ຊີບແບບປະສົມ ແຂວງຊຽງຂວາງ ທີ່ໄດ້ປະກອບສ່ວນປັບປຸງ ສ້ອມແປງອານຸສາວະລີ ປະທານ ໄກສອນ ພົມວິຫານ ມູນຄ່າ 10 ລ້ານກວ່າກີບ, ເຊິ່ງເປັນຜົນງານ ແລະ ຂໍ່ານັບຮັບຕ້ອນວັນຊາດທີ 2 ທັນວາ ແລະ ວັນຄ້າຍວັນເກີດຂອງ ປະທານ ໄກ ສອນ ພົມວິຫານ.

ຂ່າວ: ບຸນມີ ແສງທຸມມີ