ນໍາສະເໜີປຶ້ມ 60 ປີ​ ການ​ພົວ​ພັນ​ການ​ທູດລາວ-ຈີນ

426

ໃນຕອນເຊົ້າຂອງວັນທີ 1 ທັນວາ 2021, ສະຖາບັັນການຕ່າງປະເທດ ກະຊວງການຕ່າງປະເທດ ໄດ້ຈັັດພິິທີນໍາສະເໜີປຶ້ມ “60 ປີ ການພົວພັນການທູດ ລາວ-ຈີນ” ຢ່າງເປັນທາງການ ພາຍໃຕ້ການເປັນປະ ທານຂອງ ທ່ານ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງການຕ່າງປະເທດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ.


ພິທີນໍາສະເໜີປຶ້ມ “60 ປີ ການພົວພັນການທູດ ລາວ-ຈີນ” ແມ່ນໜຶ່ງໃນກິດຈະກໍາເພື່ອປະກອບສ່ວນເຂົ້າໃນການສ້າງຂະບວນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ- ຈີນ ຄົບຮອບ 60 ປີ (25 ເມສາ 1961- 25 ເມສາ 2021), ປີມິິດຕະພາບ ລາວ- ຈີນ ພ້ອມທັງເປັນການສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 46 ປີ ແລະ ການເປີດນໍາໃຊ້ເສັ້ນທາງລົດໄຟທີ່ທັນສະໄໝຂອງ ລາວ-ຈີນ ທີ່ີມີຄວາມໝາຍທາງດ້ານປະຫວັດສາດ. ປຶ້ມດັ່ງກ່າວ ແມ່ນຜົນງານການຮຽບຮຽງຂອງສະຖາ ບັນການຕ່າງປະເທດ ທີ່ໄດ້ສັງລວມເອົາບັນດາໝາກຜົນ ແລະ ຜົນງານອັນໂດດເດັ່ນຂອງການພົວພັນ ແລະ ຮ່ວມມື ລາວ -ຈີນ ໃນຂະແໜງການຕ່າງໆຂອງທັງສອງພັກ-ສອງລັດ, ສະພາແຫ່ງຊາດ ແລະ ສາມອົງການຈັດຕັ້ງມະຫາຊົນໃນໄລຍະກ່ອນ ແລະ ຫຼັງສະຖາປະນາ ສປປ ລາວ ຊຶ່ງໄດ້ຮັບການຊຸກຍູ້ສົ່ງເສີມໃຫ້ກ້າວເຂົ້າສູ່ລວງເລິກ ແລະ ລວງກວ້າງຢ່າງບໍ່ຢຸດຢັ້ງ ທັງໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ບົນພື້ນຖານມູນເຊື້ອການພົວພັນຮ່ວມມືອັນດີລະຫວ່າງ ລາວ-ຈີນ, ການເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໝັ້ນຄົງຍາວນານຕາມທິດ 4 ດີ ແລະ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ, ຈີນ-ລາວ.


ປຶ້ມ “60 ປີ ການພົວພັນການທູດ ລາວ- ຈີນ” ໄດ້ເລີ່ມລົງມືຄົ້ນຄວ້າຮຽບຮຽງມາແຕ່ທ້າຍປີ 2020, ພາຍໃຕ້ຄວາມເອົາໃຈໃສ່ຊີ້ນໍາຢ່າງໃກ້ຊິດຈາກຄະນະນໍາກະຊວງການຕ່າງປະເທດ ກໍຄື ຄະນະບັນນາ ທິ ການກິດຕິມະສັກ, ນັກການທູດອາວຸໂສ ແລະ ຄະນະບັນນາທິການຂອງສະຖາບັນການຕ່າງປະເທດທີ່ມີປະສົບການ ແລະ ເຄີຍເຮັດວຽກຕົວຈິງໃນການສົ່ງເສີມການພົວພັນຮ່ວມມື ລາວ-ຈີນ ໃນໄລຍະຜ່ານມາ, ໂດຍໄດ້ຮັບການຮ່ວມມືຈາກບັນດາກະຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງໃນການສະໜອງຂໍ້ມູນຕ່າງໆ. ການຈັດພິມປຶ້ມ “60 ປີ ການພົວພັນການທູດ ລາວ- ຈີນ” ໃນຄັ້ງນີ້ ແມ່ນໄດ້ຮັບການສະໜັບ ສະໜູນທາງດ້ານງົບປະມານຈາກສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ໃນຂອບຂອງໂຄງການຄົ້ນຄວ້າຮ່ວມ ລາວ-ຈີນ ທີ່ມີໜ່ວຍງານຕັ້ງຢູ່ສະຖາບັນການຕ່າງ ປະເທດ ສົມທົບກັບງົບປະມານຂອງກະຊວງການຕ່າງປະເທດ ຊຶ່ງເຮັດໃຫ້ການຮຽບຮຽງເນື້ອໃນຂອງປຶ້ມດັ່ງກ່າວ ມີຜົນສຳເລັດຢ່າງຈົບງາມ ແລະ ສາມາດຈັດພິມຄັ້ງທໍາອິດ ຈໍານວນ 1.000 ຫົວ ອອກສູ່ສາຍຕາຜູ້ອ່ານ. ປຶ້ມຫົວດັ່ງກ່າວ ຈະເປັນແຫຼ່ງຂໍ້ມູນທີ່ເປັນປະໂຫຍດສໍາລັບນັກການທູດ, ນັກຄົ້ນຄວ້າ, ນັກຮຽນຮູ້ປັນຍາຊົນ ກໍຄືຜູ້ອ່ານທົ່ວໄປທີ່ມີຄວາມສົນໃຈ ກ່ຽວກັບປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງການພົວພັນ ລາວ-ຈີນ ແນໃສ່ເປັນ ບ່ອນອີງທີ່ສໍາຄັນໃນການສຶກສາ ແລະ ຄົ້ນຄວ້າວິໄຈ ເພື່ອສົ່ງເສີມການພົວ ພັນຮ່ວມມືລາວ-ຈີນ ໃນຕໍ່ໜ້າ.


ໃນໂອກາດ​ດັ່ງ​ກ່າວ​ນີ້, ຍັງໄດ້ມີການເປີດຕົວປຶ້ມ “ການເຊື່ອມໂຍງຂອງສອງຊາດ ໂດຍຜ່ານເສັ້ນທາງລົດໄຟລາວ-ຈີນ” ຢ່າງເປັນທາງການ ຊຶ່ງແມ່ນຜົນງານການຄົ້ນຄວ້າຮຽບຮຽງ ຂອງໜ່ວຍງານຄົ້ນຄວ້າ, ໂຄງການຄົ້ນຄວ້າຮ່ວມລາວ-ຈີນ ທີ່ໄດ້ຄົ້ນຄວ້າ-ວິໄຈ ຜົນປະໂຫຍດດ້ານຕ່າງໆທີ່ຈະໄດ້ຮັບຈາກການນຳໃຊ້ເສັ້ນທາງລົດໄຟ, ພ້ອມດຽວກັນນັ້ນ ຍັງໄດ້ສຶກສາກ່ຽວກັບການກະກຽມຄວາມພ້ອມດ້ານຕ່າງໆຂອງ ສປປ ລາວ ໂດຍສະເພາະແມ່ນບາງແຂວງທີ່ມີເສັ້ນທາງລົດໄຟແລ່ນຜ່ານທັງໃນໄລ ຍະກ່ອນ ແລະ ຫຼັງເປີດນຳໃຊ້ເສັ້ນທາງລົດໄຟ ເພື່ອນຳເອົາຜົນປະໂຫຍດອັນສູງສຸດມາສູ່ ສປປ ລາວ ໃນການເຊື່ອມໂຍງ-ເຊື່ອມຈອດກັບພາກພື້ນ ແລະ ສາກົນ.

ຂ່າວ-ພາບ: ກະ​ຊວງ​ການ​ຕ່າງ​ປະ​ເທດ