ລັດຖະບານ ສປປ ລາວ ປະດັບຫຼຽນ ໃຫ້ 2 ບໍລິສັດຈີນທີ່ທຸ່ມເທສ້າງເສັ້ນທາງລົດໄຟຈົນສຳເລັດ

987

ໃນວັນທີ 1 ທັນວາ 2021 ໄດ້ມີພິທີ ປະດັບຫຼຽນໄຊ ພັດທະນາຊັ້ນ I ໃຫ້ກຸ່ມລັດວິສາຫະກິດທາງລົດໄຟແຫ່ງຊາດ ສປ ຈີນ ຈຳກັດ ແລະ ມອບຫຼຽນໄຊແຮງງານຊັ້ນ I ໃຫ້ບໍລິສັດທາງລົດໄຟລາວ-ຈີນ ທີ່ 2 ບໍລິສັດມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ແຕ່ບໍ່ເຕ່ນ ຫາ ນະຄອນຫຼວງວຽງຈັນ ທີ່ໃຊ້ໄລຍະເວລາໃນການກໍ່ສ້າງ 5 ປີ (1 ມັງກອນ 2017-31 ທັນວາ 2021) ໄດ້ສຳເລັດເປັນຢ່າງດີ.


ຜົນງານດັ່ງກ່າວໄດ້ປະກອບສ່ວນອັນສຳຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສອງປະເທດ ສປ ປ ລາວ ແລະ ສປ ຈີນ. ໂດຍຕາງໜ້າໃຫ້ລັດຖະບານລາວ ດັບໃຫ້ໂດຍ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ໄດ້ຕາງໜ້າໃຫ້ລັດຖະບານລາວ, ມີ ທ່ານ ຈ່ຽງຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈຳລາວ, ພ້ອມດ້ວຍແຂກຖືກເຊີນຝ່າຍລາວ ແລະ ຈີນ ເຂົ້າຮ່ວມ ທີ່ຫໍປະຊຸມແຫ່ງຊາດ ນະຄອນຫຼວງວຽງຈັນ.

ໃນພິທີທ່ານ ລັນ ແສງອຳພອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ມີມູນຄ່າການລົງທຶນ 37,45 ຕື້ຢວນ (5,9 ລ້ານກວ່າໂດລາສະຫະລັດ ຕາມອັດຕາແລກປ່ຽນປີ 2016) ຊຶ່ງງົບປະມານການລົງທຶນ 40% ຈະເປັນເງິນຕົ້ນທຶນ ແລະ ອີກ 60% ເປັນເງິນກູ້ຢືມ ໂດຍບໍລີສັດທາງລົດໄຟລາວ-ຈີນ ຈຳກັດ.
ໂຄງການທາງລົດໄຟລາວ-ຈີນ ເປັນໂຄງການຮ່ວມມືລະຫວ່າງລັດຖະ ບານແຫ່ງ ສປປ ລາວ ກັບລັດຖະບານແຫ່ງ ສປ ຈີນຊຶ່ງທັງສອງລັດຖະບານ ໄດ້ມອບໃຫ້ລັດວິສາ ຫະກິດລົດໄຟ ແຫ່ງ ຊາດຈີນ ແລະ ລັດວິສາຫະ ກິດລົດ ໄຟແຫ່ງຊາດລາວ ເປັນຜູ້ລົງທຶນ, ໂດຍສ້າງຕັ້ງບໍລິສັດຮ່ວມທືນ ຄື: ບໍລິສັດທາງລົດໄຟລາວ- ຈີນ ຈໍາກັດ, ຊຶ່ງປະກອບດ້ວຍ 4 ຂາຮຸ້ນໃຫຍ່ ຄື: ບໍລິສັດລົງທືນລົດໄຟບໍ່ຫານວຽງຈັນ BVPC (ຈີນ) 40%; ລັດວິສະຫາກິດລົດໄຟແຫ່ງຊາດ ສປປ ລາວ LNRE (ລາວ) ຖືຮຸ້ນ 30%; ກຸ່ມບໍລິສັດລົງທືນແຫ່ງຊາດຈີນ YUKUN (ຈີນ) ຖືຮຸ້ນ 20%; ກຸ່ມບໍລິສັດລົງທືນແຂວງຢູນານ YIHG (ຈີນ) ຖືຮຸ້ນ 10%.


ມາຮອດປັດຈຸບັນ ຄວາມຄືບໜ້າລວມຮອດເດືອນພະຈິກ 2021ແມ່ນປະຕິບັດສຳລັດ 99,5%, ໃນນີ້ໄດ້ແບ່ງເປັນແຕ່ລະໜ້າວຽກ ດັ່ງນີ້: ວຽກກໍ່ສ້າງພື້ນຖານໂຄງລ່າງລວມມີອຸໂມງ, ຂົວ, ພື້ນທາງ ສຳເລັດ 100%;ວຽກການປູລາງ ແຕ່ບໍ່ເຕ່ນ ຫາ ສະຖານີນະຄອນຫລວງວຽງຈັນໃຕ້ ສຳເລັດ 100%; ວຽກໄຟຟ້າ ແລະ ການສື່ສານ (4 ລະບົບ) ສໍາເລັດ 99%; ວຽກການກໍ່ສ້າງສະຖານີລົດໄຟລາວ-ຈີນ 10 ສະຖານີ, ການກໍ່ສ້າງ ສະຖານີບໍ່ເຕັນ, ສະຖານີນາເຕີຍ, ສະຖານີນາໝໍ້, ສະຖານີເມືອງໄຊ, ສະ ຖານີເມືອງງາ, ສະຖານີຫລວງພະບາງ, ສະຖານີກາສີ, ສະຖານີວັງວຽງ, ສະຖານີໂພນໂຮງ ແລະ ສະຖານີນະຄອນຫລວງວຽງຈັນ ມີຄວາມຄືບໜ້າ ປະຕິບັດໄດ້ທັງໝົດ 98,9%.


ສຳລັບວຽກໄກ່ເກັ່ຍ ຂອງໂຄງການກໍ່ສ້າງທາງລົດໄຟລາວ-ຈີນ: ຮອດວັນທີ 25 ຕຸລາ 2021 ໄດ້ສໍາເລັດການມອບ-ຮັບພື້ນທີ່ໃນຂອບເຂດແລວແດງ ແຕ່ບໍ່ເຕັນຫາສະຖານີສິນຄ້າວຽງຈັນໃຕ້ (ທ່ານາແລງ) 100%. ສຳລັບການໄກ່ເກັ່ຍແລວທາງເຂົ້າຫາສະຖານີ(ສະຖານີບໍ່ເຕ່ນ, ສະຖານີນາເຕີຍ, ສະຖານີນາໝໍ້,ສະຖານີເມືອງໄຊ, ສະຖານີເມືອງງາ, ສະຖານີຫລວງພະບາງ, ສະຖານີກາສີ, ສະຖານີວັງວຽງ, ສະຖານີໂພນໂຮງ, ສະຖານີນະຄອນຫລວງວຽງຈັນ ແລະ ສະຖານີສິນຄ້າວຽງຈັນໃຕ້) ແມ່ນກໍາລັງຈັດຕັ້ງປະຕິບັດຢູ່.


ໃນໂອກາດດັ່ງກ່າວ, ທ່ານ ຈູໂກຈ່ຽງ ປະທານສະພາບໍລິຫານ ລັດວິສາຫະກິດລົດໄຟຈີນສາກົນ, ປະທານ ສະພາບໍລິຫານລົດໄຟລາວ-ຈີນ ໄດ້ຕາງ ໜ້າກຸ່ມລັດວິສາຫະກິດທາງລົດໄຟແຫ່ງຊາດ ສປ ຈີນ ຈຳກັດ ກ່າວວ່າ: ລົດໄຟລາວ-ຈີນ ແມ່ນໂຄງ ການສັນຍະລັກທີ່ເຊື່ອມໂຍງຂໍ້ລິເລີ່ມ “ໜຶ່ງເລວໜຶ່ງເສັ້ນທາງ” ຂອງ ສປ ຈີນ ແລະ ຍຸດທະສາດ “ຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດ” ຂອງ ສປປ ລາວ, ນັບແຕ່ໄດ້ເປີດການກໍ່ສ້າງໃນວັນທີ 25 ທັນວາ 2016 ເປັນຕົ້ນມາ, ໂດຍພາຍໃຕ້ຄວາມເອົາໃຈໃສ່, ຄວາມເປັນຫ່ວງເປັນໃຍ ແລະ ການຕັ້ງໜ້າຊຸກຍູ້ດ້ວຍຕົນເອງ ຂອງການນໍາສູງສຸດຂອງທັງສອງພັກສອງລັດລາວ-ຈີນ,ໂດຍມີການສະໜັບ ສະໜູນຢ່າງເຂັ້ມແຂງ ຈາກພາກສ່ວນທີ່ກ່ຽວ ຂ້ອງຂອງສອງລັດຖະບານ, ອໍານາດການປົກຄອງທ້ອງຖິ່ນ ກໍຄື ປະຊາຊົນລາວບັນດາເຜົ່າ, ຜູ້ເຂົ້າຮ່ວມການກໍ່ສ້າງທັງລາວ ແລະ ຈີນ ນັບເປັນຫລາຍສິບພັນຄົນ ໄດ້ຍຶດໝັ້ນແນວຄວາມຄິດ “ຮ່ວມກັນສ້າງສາ, ຮ່ວມກັນຊົມໃຊ້”.


ນັ້ນເປັນແນວຄິດຊີ້ນໍາໃນການຈັດຕັ້ງປະຕິບັດ, ໄດ້ຮ່ວມໄມ້ຮ່ວມມືກັນ, ສູ້ຊົນບາກບັ່ນ, ມຸ່ງໜ້າຜ່ານຜ່າອຸປະສັກຕ່າງໆນາໆດ້ວຍຄວາມກ້າຫານ ເຊັ່ນ: ໄດ້ເອົາຊະນະຄວາມຫຍຸ້ງຍາກທາງດ້ານທໍລະນີ ສາດ ແລະ ອຸປະສັກ ຈາກການແຜ່ລະບາດຂອງພະຍາດໂຄວິດ-19, ຈົນສາມາດຍາດເອົາໄຊຊະນະ ໃນບັ້ນຮົບການກໍ່ສ້າງ ແລະ ມີເງື່ອນໄຂພຽງພ້ອມໃນການເປີດໃຫ້ບໍລິ ການໃນ ວັນທີ 3 ທັນວາ 2021 ທີ່ຈະມາເຖິງນີ້.
(ຮູບ: ຂປລ)