ເຕືອນເຝົ້າລະວັງຢ່າງໃກ້ຊິດ ໂຄວິດສາຍພັນໃໝ່ Omicron, ລາວເຮົາຕ້ອງເລັ່ງສັກວັກຊີນ ເພື່ອສ້າງພູມຄຸ້ມກັນ

197

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ປັດຈຸບັນ ອົງການອະນາໄມໂລກ ໄດ້ຕິດຕາມເຝົ້າລະວັງຢ່າງໃກ້ຊິດ ໂດຍສະເພາະ ໂຄວິດສາຍພັນໃໝ່ Omicron ນີ້ ເນື່ອງຈາກ ປັດຈຸບັນ ມີຫຼາຍກວ່າ 10 ປະເທດ ທີ່ມີລາຍງານພົບຜູ້ຕິດເຊື້ອສາຍພັນນີ້.

ສະເພາະ ສປປລາວ ເຮົາ ກະຊວງສາທາລະນະສຸກ ກໍ່ໄດ້ມີມາດຕະການ ເກັບຕົວຢ່າງຂອງຜູ້ເດີນທາງເຂົ້າປະເທດທຸກຄົນ ເພື່ອຄົ້ນຫາຜູ້ຕິດເຊື້ອໃໝ່ ແລະ ກວດຊອກຫາສາຍພັນດັ່ງກ່າວ ເພື່ອຕິດຕາມເຝົ້າລະວັງ ການປະກົດຕົວຂອງສາຍພັນນີ້ ໃນປະເທດຂອງພວກເຮົາ.

ນອກຈາກນັ້ນ ກໍ່ໃຫ້ເລື່ອນການເດີນທາງເຂົ້າມາ ສປປ ລາວ ຂອງຄົນຕ່າງປະເທດ ທີ່ມາຈາກ 9 ປະເທດທີ່ມີຄວາມສ່ຽງ South Africa, Namibia, Zimbabwe, Botswana, Lesotho, Eswatini, The Seychelles, Malawi ແລະ Mozambique (ຖ້າມີປະເທດຕິດເຊື້ອເພິ່ມ ກໍ່ຈະອັບເດດ ເປັນແຕ່ລະໄລຍະ) ເພື່ອສະກັດກັ້ນ ບໍ່ໃຫ້ນຳເອົາເຊື້ອພະຍາດ ເຂົ້າມາແຜ່ລະບາດຢູ່ໃນບ້ານເຮົາ.

ພ້ອມນີ້, ທ່ານຍັງຝາກມາຍັງມີຜູ້ສູງອາຍຸ ແລະ ຜູ້ທີ່ມີພະຍາດປະຈໍາຕົວບາງທ່ານ ບໍ່ກ້າໄປສັກວັກຊິນ ສະນັ້ນ ທ່ານມີໂອກາດສູງທີ່ສຸດ ທີ່ຈະຕິດເຊື້ອ ແລະ ມີອາການຮ້າຍແຮງກວ່າຄົນອື່ນ ເຖິງຂັ້້ນເສຍຊີວິດໄດ້. ເຖິງວ່າຈະຢູ່ເຮືອນ ບໍ່ໄດ້ອອກໄປໃສກໍ່ຕາມ ກໍ່ບໍ່ໄດ້ໝາຍຄວາມວ່າ ບໍ່ສ່ຽງເພາະລູກຫຼານທີ່ອອກນອກເຮືອນໄປເຮັດວຽກ ຫຼື ເດີນທາງໄປສະຖານທີ່ຕ່າງໆນັ້ນ ອາດຈະນໍາເຊື້ອມາສູ່ຄອບຄົວໄດ້.

ສະນັ້ນ, ວິທີດຽວທີ່ຈະຫຼີກລ້ຽງໄດ້ ກໍ່ຄືການສັກວັກຊິນເທົ່ານັ້ນ ຂໍໃຫ້ລູກຫຼານພາເພີ່ນໄປສັກໃຫ້ຄົບ ເພື່ອປອດໄພຈາກຄວາມຮຸນແຮງຂອງພະຍາດໂຄວິດ-19 ນີິ້.