ບິລລີ ເລືອກເສື້ອເບີ 21 ຂອງທີມຊາດລາວ ຕາມວັນເກີດລູກຊາຍ

672

ບິລລີ ເກດແກ້ວພົມພອນ ນັກເຕະຊາວຝຣັ່ງເຊື້ອສາຍລາວ ບອກເຫດຜົນທີ່ເລືອກເບີ 21 ຂອງທີມຊາດລາວ ຊຸດໃຫຍ່ ລຸຍການແຂ່ງຂັນບານເຕະ AFF SUZUKI CUP 2020 ທີ່ປະເທດສິງກະໂປ ລະຫວ່າງວັນທີ 5 ທັນວາ 2021 – 1 ມັງກອນ 2022 ຕາມວັນເກີດຂອງລູກຊາຍ.

ບິລລີ ໃຫ້ສໍາພາດກັບສື່ມວນຊົນລາວ ຜ່ານແອບ ZOOM ເມື່ອຄໍ່າຄືນຂອງວັນທີ 28 ພະຈິກ 2021 ວ່າ: ການມາໄດ້ຮັບມາໃຊ້ທີມຊາດລາວ ຊຸດນີ້ເປັນຄວາມພາກພູມໃຈຫຼາຍ ເພາະຫຼາຍປີກ່ອນຄວາມຝັນໃນການມາຮັບໃຊ້ທີມຊາດຂອງແມ່ນເປັນໄປບໍ່ໄດ້ ຈົນເຖິງປີນີ້ຄວາມຝັນຂອງຂ້ອຍໄດ້ເປັນຈິງ ແນ່ນອນການມາຮ່ວມທີມຊາດລາວ ລຸຍການແຂ່ງຂັນບານເຕະ AFF SUZUKI CUP ໃຫ້ໄດ້.

ບິລລີ ເປີດຕົວກັບທີມຊາດລາວ ໃນເບີ 21 ໂດຍລາວບອກເຖິງເຫດຜົນທີ່ເລືອກເບີນີ້ວ່າ: ສຳລັບເບີເສື້ອຂອງທີມຊາດລາວ ຊຸດນີ້ ແມ່ນທໍາອິດຄິດວ່າຈະໃສ່ເບີ 17 ຕາມວັນເກີດຂອງພັນລະຍາ ແຕ່ເບີດັ່ງກ່າວມີເຈົ້າຂອງແລ້ວ ກໍ່ເລີຍເລືອກເບີ 21 ຕາມວັນເກີດລູກຊາຍ.

ເບິ່ງຄໍາຕອບອື່ນໆຂອງ ບິລລີ ທີ່ສື່ມວນຊົນລາວຖາມໃນວີດີໂອລຸ່ມນີ້:

ສໍາລັບ ບິລລີ ເປັນນັກເຕະທີມຊາດລາວ ຄົນທໍາອິດໃນປະຫວັດສາດທີ່ເຄີຍມີປະສົບການໃນລີກເອິງຝຣັ່ງ ໃນລີກເອີຣົບ ມາຊ່ວຍທີມຊາດລາວ ກຽມລົງແຂ່ງຂັນ AFF SUZUKI CUP 2020 ໃນກຸ່ມ B ປະກອບມີ: ຫວຽດນາມ, ມາເລເຊຍ, ອິນໂດເນເຊຍ, ກໍາປູເຈຍ ແລະ ລາວ, ສ່ວນຕາຕະລາງແຂ່ງຂັນຂອງ ທີມຊາດລາວ ມີດັ່ງນີ້:
– ວັນທີ 6 ທັນວາ 2021 ເວລາ 19:30 ໂມງ ທີມຊາດລາວ ພົບ ຫວຽດນາມ
– ວັນທີ 9 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ມາເລເຊຍ

– ວັນທີ 12 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ອິນໂດເນເຊຍ
– ວັນທີ 15 ທັນວາ 2021 ເວລາ 16:30 ໂມງ ທີມຊາດລາວ ພົບ ກຳປູເຈຍ
ຂ່າວ: ຫຼ້າ MKP; ຮູບຈາກ: ສະຫະພັນບານເຕະແຫ່ງຊາດລາວ