ສຳນັກຂ່າວລາຍງານໃນວັນທີ 1 ທັນວາ 2021 ວ່າ ປະທານາທິບໍດີຂອງຣັດເຊຍ ອອກມາເຕືອນວ່າ ອົງການທີ່ສົນທິສັນຍາແອັສລັນຕິກເໜືອ (ນາໂຕ) ຍັງເດີນໜ້າເສີມກຳລັງທະຫານຕາມຊາຍແດນທາງທິດຕາເວັນອອກ “ເປັນໄພຄຸກຄາມດ້ານແກນກາງຜົນປະໂຫຍດຂອງຣັດເຊຍ” ຣັດເຊຍມີຄວາມກັງວົນວ່າ ໃນອະນາຄົດ ນາໂຕ ອາດຈະອາໄສອູແກຣນ ເປັນຖານປ່ອຍຂີປະນາວຸດ ທີ່ມີພິໄສ ໄກເຖິງນະຄອນຫຼວງມົດສະກູ ພາຍໃນເວລາບໍ່ພຽງເທົ່າໃດນາທີ.
ຄວາມເຄື່ອນໄຫວດັ່ງກ່າວ ເປັນການກົດດັນໃຫ້ຣັດເຊຍຕ້ອງພັດທະນາ “ສິ່ງທີ່ທັດທຽມກັນ” ເພື່ອໃຫ້ສາມາດຮັບມືກັບໄພຄຸກຄາມຢ່າງທ່ວງທັນ ເຊິ່ງໃນທີ່ສຸດລັດຖະບານຣັດເຊຍກໍປະສົບຜົນສຳເລັດໃນການພັດທະນາຂີປະນາວຸດໄຮເປີໂຊນິກ “ເຊີຄອນ” ທີ່ເຄື່ອນທີ່ດ້ວຍຄວາມໄວເໜືອກວ່າສຽງ 9 ເທົ່າ ມີວິໄສທຳການ 1.000 ກິໂລແມັດ ເຊິ່ງຜ່ານການທົດລອງມາແລ້ວຫຼາຍຄັ້ງ ຈົນພ້ອມທີ່ຈະເຂົ້າປະຈຳການໃນກອງທັບເຮືອຂອງຣັດເຊຍໃນຕົ້ນປີໜ້າ, ຜູ້ນຳຣັດເຊຍ ກ່າວ.
ການເຄື່ອນໄຫວຂອງນາໂຕໃນຂະນະນີ້ ອາດເຂົ້າຂ່າຍເປັນການລ້ຳເສັ້ນ ແລະ ຣັດເຊຍ “ພ້ອມຈະຕອບສະໜອງຢ່າງທັນທ່ວງທີ”, ແນວໃດກໍຕາມ ປະທານາທິບໍດີ ປູຕິນ ກ່າວວ່າ: ສອງຝ່າຍຄວນເຈລະຈາ ເພື່ອຫາຈຸດຢືນຮ່ວມກັນ ເພື່ອປົກປ້ອງຜົນປະໂຫຍດດ້ານຄວາມໝັ້ນຄົງຂອງທຸກຝ່າຍ.