ເຜີຍ 14 ແຜນຈຸດສຸມ 2021-2022 ວຽກງານກີລາທົ່ວປະເທດ, ກໍານົດຮູບແບບຈັດ ຊຽງຂວາງ ເກມ 2022

555

ກະຊວງສຶກສາທິການ ແລະ ກີລາ ໄດ້ກໍານົດ 14 ແຜນຈຸດສຸມ 2021-2022 ເຊິ່ງໃນນັ້ນໄດ້ເນັ້ນໃຫ້ສົມທັບ ແຂວງຊຽງຂວາງ ເປັນເຈົ້າພາບຈັດງານມະກາກໍາກີລາແຫ່ງຊາດ ຄັ້ງທີ 11, ປັບປຸງຄະນະຊີ້ນໍາລະດັບຊາດ ແລະ ກໍານົດຮູບແບບການແຂ່ງຂັນ ເພື່ອໃຫ້ການແຂ່ງຂັນເກີດຂຶ້ນໃນປີ 2022.

ອີງຕາມ ກະຊວງສຶກສາທິການ ແລະ ກີລາ ກໍຄືຂະແໜງກີລາ-ກາຍະກໍາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໂດຍມີສະຫະພັນກີລາແຫ່ງຊາດ ແລະ ສະຫະພັນກີລາໃນແຕ່ລະແຂວງ ເຂົ້າຮ່ວມກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາວຽກງານກີລາ-ກາຍຍະກໍາທົ່ວປະເທດປະຈໍາສົກປີ 2016-2020 ແລະ ແຜນພັດທະນາ 5 ປີ ( 2021-2025 ), ແຜນຈຸດສຸມ ປະຈໍາສົກປີ 2021-2022 ລະຫວ່າງວັນທີ 29-30 ພະຈິກ 2021 (ແບບທາງໄກ) ທີ່ຊັ້ນ 4 ຕຶກໄອຊີທີ ກະຊວງສຶກສາທິການ ແລະ ກິລາ.

ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກີລາ ຂຶ້ນກ່າວລາຍງານກ່ຽວກັບ 14 ແຜນຈຸດສຸມ 2021-2022 ດັ່ງນີ້:
1. ສ້າງແຜນຍຸດທະສາດພັດທະນາກິລາ-ກາຍຍະກຳ ແຕ່ນີ້ຮອດປີ 2030.
2. ສົມທົບ ແຂວງຊຽງຂວາງ ເຈົ້າພາບກະກຽມຈັດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະການ ປັບປຸງຄະນະຊີ້ນຳລະດັບຊາດຈັດງານມະຫະກຳກີລາແຫ່ງຊາດ ຄັ້ງທີ XI ແລະ ການກຳນົດຮູບແບບການຈັດງານແຂ່ງຂັນດັ່ງກ່າວ ເນື່ອງຈາກການແຂ່ງຂັນແມ່ນໄດ້ເລື່ອນມາຫຼາຍຄັ້ງ ເຮັດໃຫ້ຄະນະຊີ້ນໍາລະດັບຊາດໃນຊຸດກ່ອນແມ່ນໄດ້ບໍານານ. ດັ່ງນັ້ນ ຈິ່ງສະເໜີໃຫ້ມີການປັບປຸງແຕ່ຕັ້ງຄະນະຮັບຜິດຊອບຄືນໃໝ່.
3. ສືບຕໍ່ສ້າງ ແລະ ປັບປຸງບັນດານິຕິກຳເພື່ອຄຸ້ມຄອງ-ສົ່ງເສີມວຽກງານກິລາລະດັບສູງ ຄື: ປັບປຸງ ກົດລະບຽບ ຂອງສະຫະພັນກິລາແຫ່ງຊາດ ສະບັບເລກທີ 09/ກສກ, ລົງວັນທີ 29/5/2013 ແລະ ສ້າງ ຮ່າງຂໍ້ຕົກລົງ ຂອງລັດຖະມົນຕີວ່າດ້ວຍເຄື່ອງແບບກິລາ-ກາຍຍະກຳ, ຮ່າງຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງ ແລະ ນຳໃຊ້ສະໜາມກິລາ-ກາຍຍະກຳ, ຮ່າງຂໍ້ຕົກລົງຂອງລັດຖະມົນຕີວ່າດ້ວຍການຄຸ້ມຄອງການ ຈັດການແຂ່ງຂັນກິລາລະດັບສູງ, ຮ່າງຂໍ້ກຳນົດວ່າດ້ວຍການວ່າດ້ວຍການຄຸ້ມຄອງ ການຈັດຕັ້ງກິລາກາຍຍະກໍາທາງສັງຄົມ;
4. ພັດທະນາບຸກຄະລາກອນການກິລາລະດັບສູງ (ຄູຝຶກ ແລະ ກຳມະການຕັດສິນ) ໃນໄລຍະສັ້ນ ແລະ ໄລຍະຍາວ ທັງຢູ່ພາຍໃນ ແລະ ຕ່າງປະເທດ

5. ສ້າງໂຮງຮຽນພອນສະຫວັນກິລາ-ກາຍຍະກຳ ຫຼື ສູນຝຶກກິລາພອນສະຫວັນຢູ່ຂັ້ນທ້ອງຖິ່ນ ໂດຍສະເພາະ ແຂວງທີ່ມີສະໜາມກິລາລະດັບຊາດແລ້ວ ແລະ ມີຄວາມພ້ອມໃນການສ້າງຕັ້ງ ໃຫ້ໄດ້ຢ່າງໜ້ອຍ 02 ແຫ່ງ ໃນທົ່ວປະເທດ;
6. ສົມທົບກັບກົມຈັດຕັ້ງ ແລະ ພະນັກງານ, ກົມນິຕິກຳ ແລະ ປະກັນຄຸນນະພາບ, ພະແນກສຶກສາທິການ ແລະ ກິລາແຂວງ, ນະຄອນຫຼວງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ສ້າງຕັ້ງໜ່ວຍງານຄຸ້ມຄອງສະໜາມກິລາ ລະດັບຊາດ ຮັບຜິດຊອບສະເພາະ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍກິລາ-ກາຍຍະກຳ ສະບັບປັບປຸງ 2019 ແລະ ມະຕິຕົກລົງຂອງກອງປະຊຸມຜູ້ບໍລິຫານການສຶກສາ-ກິລາ ປະຈຳປີ 2020 ເພື່ອບູລະນະ, ປົກປັກ ຮັກສາ ແລະ ນຳໃຊ້ສະໜາມກິລາທີ່ມີແລ້ວໃຫ້ເກີດປະໂຫຍດສູງສຸດ
7. ສືບຕໍ່ປັບປຸງກົງຈັກການຈັດຕັ້ງຄະນະບໍລິຫານງານຂອງບັນດາສະຫະພັນກິລາແຫ່ງຊາດທີ່ຄົບຕາມວາລະ, ສະມາຄົມກິລາ-ກາຍຍະກຳ, ບັນດາສະຫະພັນກິລາແຂວງ ແລະ ນະຄອນຫຼວງ ທີ່ມີຄວາມຈໍາເປັນປັບປຸງ
8. ສະໜັບສະໜູນງົບປະມານບໍລິຫານ ແລະ ອຸປະກອນກິລາທີ່ຈຳເປັນໃຫ້ກັບສະຫະພັນກິລາແຫ່ງຊາດ
9. ກະກຽມ ແລະ ເຂົ້າຮ່ວມການແຂ່ງຂັນງານມະຫະກຳກີລາອະນຸພາກພື້ນ, ພາກພື້ນ ແລະ ສາກົນ ປະກອບມີ:

-ງານມະຫາກຳກິລາຊີເກມ ຄັ້ງທີ XXXI ປີ 2021 ທີ່ຮ່າໂນ້ຍ, ປະເທດ ສ.ສ ຫວຽດນາມ ທີ່ຖືກເລື່ອມາຈັດການແຂ່ງຂັນໃນກາງເດືອນພຶດສະພາ ປີ 2022
-ກະກຽມ ແລະ ເຂົ້າຮ່ວມການແຂ່ງຂັນງານມະຫາກຳກີລາເອຊຽນເກມ ຄັ້ງທີ XIX ທີ່ເມືອງ ຫາງໂຈວປະເທດ ສປ ຈີນ ໃນວັນທີ 10 25 ກັນຍາ ປີ 2022
-ກະກຽມ ແລະ ເຂົ້າຮ່ວມການແຂ່ງຂັນງານມະຫາກໍາກິລາເຍົາວະຊົນເອຊຽນເກມ ຄັ້ງທີ V ທີ່ເມືອງສັນຕູ ປະເທດ ສປ ຈີນ ໃນວັນທີ 20-28 ທັນວາ ປີ 2022.
10. ເພີ່ມທະວີການພົວພັນຮ່ວມມືກັບປະເທດເພື່ອນມິດສາກົນ, ອົງການຈັດຕັ້ງກິລາສາກົນ ເພື່ອຍາດແຍ່ງການ ຊ່ວຍເຫຼືອ

11. ຊຸກຍູ້ ແລະ ສົມທົບກັບສະຫະພັນກີລາແຫ່ງຊາດ ຈັດການແຂ່ງຂັນກິລາພາຍໃນປະຈໍາປີ ຊີງຂັນທ່ານຜູ້ນຳພັກ-ລັດ, ວັນສຳຄັນຕ່າງໆຂອງຊາດ ແລະ ເປັນເຈົ້າພາບຈັດການແຂ່ງຂັນລະດັບນານາຊາດ ໃຫ້ເປັນລະບົບແລະ ໄດ້ມາດຕະຖານທຽບເທົ່າສາກົນ; 12. ສ້າງຄູ່ມືການປະສານງານວຽກງານກິລາລະດັບສູງ ໃຫ້ກັບອົງການຄຸ້ມຄອງ ແລະ ອົງການຈັດຕັ້ງທີ່ກ່ຽວຂ້ອງ ໃນການປະຕິບັດວຽກງານກີລາລະດັບສູງ
13. ສ້າງລະບົບຖານຂໍ້ມູນ ແລະ ເວບໄຊທ໌ກິລາລະດັບສູງ
14. ລົງຕິດຕາມ, ກວດກາ, ປະເມີນຜົນ ແລະ ການຈັດຕັ້ງປະຕິບັດວຽກງານກິລາລະດັບສູງ ໃນຂັ້ນແຂວງ ແລະ ນະຄອນຫຼວງ.
ຂ່າວ: ຫຼ້າ MKP