ໂກຕ້າວຽງຈັນ ມອບເຄື່ອງຊ່ວຍເຫຼືອ ໃຫ້ສະຖາບັນພັດທະນາສີມືແຮງງານລາວ-ເກົາຫຼີ

416

ໜ່ວຍງານເສດຖະກິດສົ່ງເສີມການຄ້າ-ການລົງທຶນ ສະຖານທູດ ສ.ເກົາຫຼີ ປະຈໍາລາວ ຫລື ອົງການ ໂກຕ້າວຽງຈັນ (KOTRA ວຽງຈັນ) ໄດ້ຕາງໜ້າໃຫ້ບໍລິສັດ ເຄື່ອງສໍາອາງ ຈາກສ.ເກົາຫຼີ The Blessed Moon ໄດ້ມອບອຸປະກອນການເຝີກອົບຮົມ ຫຼັກສູດຄວາມງາມ ໃຫ້ຂະແໜງການເສີມສວຍ ສະຖາບັນພັດທະນາສີມືແຮງງານ ລາວ-ເກົາຫຼີ ເມື່ອວັນທີຈັນ 29 ພະຈິກ 2021 ຢູ່ສະຖາບັນດັ່ງກ່າວ ຕາງໜ້າມອບໂດຍທ່ານ Kim Pil Seong ຜູ້ອຳນວຍການອົງການ KOTRA ວຽງຈັນ ແລະ ຮັບໂດຍ ທ່ານ ດຣ. ບຸນມາ ສິດທິໂສມ ຫົວໜ້າສະຖາບັນພັດທະນາສີມືແຮງງານ ລາວ-ສ.ເກົາຫຼີ ມີພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.


ການມອບເຄື່ອງຄັ້ງນີ້ກໍເພື່ອສະໜັບສະໜູນ ການສຶກສາຂະແໜງການເສີມສວຍ ໃຫ້ແກ່ນັກຮຽນ-ນັກສຶກສາໄດ້ນໍາໃຊ້ເຂົ້າໃນການເຝິກຜົນ ເສີມທັກສະຄວາມຮູ້ ແລະ ປະຕິບັດເຕັກນິກ ໃນການປະຕິບັດຕົວຈິງແບບມືອາຊີບ ດ້ວຍການນໍາໃຊ້ອຸປະກອນແຕ່ງໜ້າທີ່ມີຊື່ສຽງທີ່ຄົນເກົາຫຼີນໍາໃຊ້ ແລະຍອມຮັບໃນວົງການຄວາມງາມມາມອບໃຫ້ໃນຄັ້ງນີ້ລວມມີມູນຄ່າທັງໝົດ 13.000 ໂດລາສະຫະລັດ ຫຼືປະມານ 140 ລ້ານກີບ ພ້ອມນີ້ ອົງການ KOTRA ວຽງຈັນ ຍັງໄດ້ມອບອຸປະກອນປ້ອງກັນພະຍາດໂຄວິດ-19 ເຊັ່ນ: ເຈວລ້າງມື ແລະ ສະເປ Alcohol ມູນຄ່າ 400 ໂດລາສະຫະລັດໃຫ້ ສະຖາບັນ ພັດທະນາສີມືແຮງງານ ລາວ-ສ.ເກົາຫຼີ ເພື່ອໃຫ້ຄູ-ອາຈານ ແລະ ນັກສຶກສາ ນໍາໄປໃຊ້ເຂົ້າໃນການປະຕິບັດມາດຕະການປ້ອງກັນການແຜ່ລະບາດພະຍາດໂຄວິດ-19 ທີ່ລັດຖະບານວາງອອກຢ່າງເຂັ້ມງວດ.


ປັດຈຸບັນປະເທດ ສ.ເກົາຫຼີ ມີຕະຫຼາດຄວາມງາມທີ່ໃຫຍ່ເປັນອັນດັບ 10 ຂອງໂລກ ຫຼື ປະມານ 2,9% ຂອງຕະຫຼາດຄວາມງາມ ທັງໝົດໃນທົ່ວໂລກ ໂດຍປະເທດສ.ເກົາຫຼີ ມີອັດຕາການເຕີບໂຕດ້ານການສົ່ງອອກທີ່ສູງທີ່ສຸດ ໃນນັ້ນກໍມີ ເຄື່ອງສໍາອາງ ຫຼາຍຍີ່ຫໍ້ ໄດ້ປະສົບຜົນສໍາເລັດ ໃນການເຂົ້າສູ່ຕະຫຼາດ ຂອງຫຼາຍປະເທດ ໂດຍສະເພາະໃນລາວ. ປັດຈຸບັນ ຄວາມງາມຂອງເກົາຫຼີ ໄດ້ຄອງໃຈຜູ້ບໍລິໂພກໃນປະເທດລາວກໍຄື ກະແສເກົາຫຼີ (Korean Wave) ລວມທັງຊື່ສຽງຂອງຜະລິດຕະພັນບຳລຸງຜິວ ແລະ ເຄື່ອງສໍາອາງເກົາຫຼີ ໄດ້ຮັບການຍອມຮັບຈາກຜູ້ຊົມໃຊ້ຈາກທົ່ວໂລກ.