ໂຮງງານຜະລິດຢາເລກ3 ກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໃຊ້ປິ່ນປົວຜູ້ຕິດເຊື້ອໂຄວິດ-19

1644

ສປປລາວ ເປັນ 1 ໃນ 105 ປະເທດ ທີ່ໄດ້ຮັບການຍົກເວັ້ນລິຂະສິດ ໃນການຜະລິດຢາປິ່ນປົວພະຍາດໂຄວິດ-19 ສຸກເສີນ ທີ່ມີຊື່ວິທິຍາສາດ ວ່າໂມລນູພິຣາເວຍ (Molnupiravir). ຫຼ້າສຸດຜູ້ອຳນວຍການ ໂຮງງານຜະລິດຢາດເລກ 3 ເຜີຍກຽມຜະລິດຢາຕົວຢ່າງໂມລນູພິຣາເວຍ ໂດຍໃສ່ຊື່ວ່າໂມລາໂຄເວຍ ເພື່ອການກວດສອບດ້ານມາດຕະຖານ, ຄຸນນະພາບ ແລະ ປະສິດທິພາບ; ຫາກຜ່ານການຮັບຮອງ ຈິ່ງຈະຜະລິດເພື່ອໃຊ້ໃນກໍລະນີສຸກເສີນໃນການປິ່ວປົວຜູ້ຕິດເຊື້ອພະຍາດໂຄວິດ-19

ທ່ານ ລາຫຸນ ຈັນທະບຸດ ຜູ້ອຳນວຍການໃຫຍ່ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ໄດ້ໃຫ້ສຳພາດຕໍ່ທີມຂ່າວເສດຖະກິດ-ການຄ້າ ວ່າ: ຢາ ໂມລນູພິຣາເວຍ (Molnupiravir) ເປັນລິຂະສິດຂອງບໍລິສັດ Merck ທີ່ເປັນບໍລິສັດໃຫຍ່ຢູ່ອາເມລິກາ ແລະ ບໍລິສັດດ່ັງກ່າວໄດ້ຜະລິດຢາໂຕນີ້ອອກມາ ເຊິ່ງພວກເຮົາກໍໄດ້ຕິດຕາມມາຕະຫຼອດ ແລະ ໃນ 3-4 ເດືອນຜ່ານມາ ຜູ້ພັດທະນາຢາຕົວນີ້ ໄດ້ສະເໜີຂໍຈົດທະບຽນຂໍນຳໃຊ້ຢາໂຕນີ້ ນຳອົງການອາຫານ ແລະ ຢາ ຢູ່ອາເມລິກາ ໂດຍຂໍນຳໃຊ້ເປັນຢາສຸກສີນ.


ຕໍ່ມາອົງການອະນາໄມໂລກເຫັນວ່າຕົວຢານີ້ຫາກຜະລິດ ແລະ ຈຳໜ່າຍອອກໄປ ແມ່ນມີມູນຄ່າສູງ ສະເພາະຢູ່ອາເມລິກາ ລາຄາກ່ອງໜຶ່ງ ທີ່ບັນຈຸ 40 ເມັດ ບັນຈຸ 200 ມິນລິກຣາມ ລາຄາປະມານ 700 ໂດລາ ເຊິ່ງເປັນມູນຄ່າທີ່ສູງ ແລະ ບັນດາປະຊາຊົນໃນບັນດາປະເທດທຸກຍາກບໍ່ສາມາດເຂົ້າເຖິງໄດ້. ດັ່ງນັ້ນອົງການອະນາໄມໂລກ ຈຶ່ງເຈລະຈາກັບບໍລິສັດ Merck ໃຫ້ຍົກເວັ້ນລິຂະສິດ ຕໍ່ປະເທດທີ່ມີລາຍໄດ້ຕໍ່າ ຫຼື ປະເທດທຸກຍາກ-ທຸກປານກາງ ແລະ ປະເທດລາວກໍນອນຢູ່ 1 ໃນ 105 ປະເທດທີ່ໄດ້ຮັບການຍົກເວັ້ນລິຂະສິດ.


ແຕ່ພວກເຮົາຈະເຮັດແນວໃດໃຫ້ພວກເຮົາສາມາດຜະລິດຢາຕົວນີ້ໄດ້ ແລະ ສາມາດຈຳໜ່າຍໃນລາຄາຖືກລົງ ເພື່ອໃຫ້ປະຊາຊົນສາມາດຊື້ກິນໄດ້, ດັ່ງນັ້ນມາເດືອນພະຈິກ 2021 ນີ້ ພວກເຮົາກໍໄດ້ເຮັດໜັງສືສະເໜີຫາກະຊວງສາທາ ເພື່ອຂໍອະນຸຍາດນຳເຂົ້າວັດຖຸດິບ ແລະ ຂໍຂຶ້ນທະບຽນສູດຕຳລາການຜະລິດ (ໂດຍການນຳວັດຖຸດິບມາປະສົມປຸງແຕ່ງເຂົ້າໃນແຄັບຊູນ) ເຊິ່ງຈະເຮັດໃຫ້ລາຄາຖືກລົງ. ຜ່ານການເຮັດໜັງສືສະເໜີໄປ ທາງກະຊວງສາທາກໍໄດ້ ແຈ້ງຕອບໃຫ້ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3 ສາມາດນຳເຂົ້າວັດຖຸດິບມາຄົ້ນຄວ້າວິໄຈ ແລະ ປຸງແຕ່ງທົດລອງ.


ໃຫ້ເຂົ້າໃຈນຳກັນວ່າ ຢາໂຕນີ້ເປັນຢານຳໃຊ້ສຸກເສີນ ເນື່ອງຈາການຜະລິດຢາມີ 4 ຂັ້ນຕອນ ເຊັ່ນ: ຂັ້ນຕອນ 1-2 ແມ່ນຍັງຢູ່ຫ້ອງທົດລອງ, ຂັ້ນຕອນທີ 3 ແມ່ນການທົດລອງກັບຄົນ ແລະ ຂັ້ນຕອນທີ 4 ຈຶ່ງສາມາດຜະລິດຈຳໜ່າຍໄດ້, ທ່ານ ລາຫຸນ ຈັນທະບຸດ
ທ່ານກ່າວຕື່ມວ່າ: ດັ່ງນັ້ນເບື້ອງຕົ້ນພວກເຮົາຈະສັ່ງຊື້ວັດຖຸດິບໜ້ອຍໜຶ່ງມາສຶກສາຕາມຫຼັກວິຊາການກ່ອນ ພາຍຫຼັງທົດລອງ ແລະ ໄດ້ຂໍ້ມູນແລ້ວ, ຜ່ານການກວດສອບດ້ານມາດຕະຖານ, ຄຸນນະພາບ ແລະ ປະສິດທິພາບຈາກໜ່ວຍງານກວດສອບແລ້ວ ກະຊວງສາມາດລະນະສຸກຈຶ່ງຈະອອກໃບອະນຸຍາດທະບຽນຢາສົມບູນໃຫ້ ຈຶ່ງຈະສາມາດນຳເຂົ້າມາຜະລິດເປັນສິນຄ້າໄດ້.


ຢານີ້ເປັນບໍລິສັດອື່ນຄົ້ນຄວ້າຂຶ້ນມາແລ້ວເຮົາພຽງມາຕໍ່ຍອດ ດັ່ງນັ້ນພວກເຮົາຈະສືບຕໍ່ສຶກສາການນຳໃຊ້ ແລະ ອື່ນໆອີກ, ຄາດວ່າໃນເດືອນທັນວາ 2021 ນີ້ ພວກເຮົາຈະກະກຽມຜະລິດຢາຕົວຢ່າງ ເພື່ອໄປກວດສອບກ່ອນ ແລະ ຢາຕົວໃໝ່ທີ່ຈະຜະລິດນີ້ແມ່ນຈະໃຊ້ປະລິມານຕາມນໍ້າໜັກ ໃນເອກະສານແມ່ນ 7 ມິນລີກຣາມຢາ ຕໍ່ນໍ້າໜັກຄົນ 1 ກິໂລກຣາມ, ເຊິ່ງກິນປະມານ 5-7 ມື້ ແລະ ຢານີ້ແມ່ນໃຊ້ກັບຜູ້ທີ່ກວດພົບເຊື້ອໂຄວິດແລ້ວເທົ່ານັ້ນ (ຜູ້ຕິດເຊື້ອໄດ້ 1-2 ມື້ແມ່ນໃຫ້ເລີ່ມກິນໄດ້ເລີຍ) ສ່ວນວ່າຈະໃຊ້ໄດ້ກັບກຸ່ມອາຍຸຄົນໃດແນ່ນັ້ນຕ້ອງປຶກສາແພດອີກຄັ້ງ ແລະ ຕົວຢາທີ່ໂຮງງານພວກເຮົາຈະທົດລອງຜະລິດອອກມານີ້ ແມ່ນພວກເຮົາຈະໃສ່ຊື່ວ່າ: ໂມລາໂຄເວຍ (MOLACOVIR).