WHO ເຕືອນ ໂຄວິດ ໂອໄມຄຣອນ ສ່ຽງລະບາດໜັກ ຂໍໃຫ້ທຸກປະເທດກຽມຮັບມື

615

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້​ເຜີຍ​ແຜ່​ຖະ​ແຫຼງ​ການ​ເມື່ອ​ວັນ​ທີ 29 ພະ​ຈິກ​ຜ່ານ​ມາ​ວ່າ ​ເຊື້ອ​ໂຄວິດ ກາຍ​ພັນ​ໂອ​ໄມ​ຄ​ຣອນ ເປັນ​ເຊື້ອ​ໄວ​ຣັ​ສ​ກາຍ​ພັນ​ໃນ​ລະ​ດັບ​ສູງ​ຢ່າງ​ບໍ່​ເຄີຍ​ມີ​ມາ​ກ່ອນ ໂດຍ​ການ​ກາຍ​ພັນ​ບາງ​ຕຳ​ແໜ່ງ​ເປັນ​ທີ່​ໜ້າ​ວິ​ຕົກ​ກັງ​ວົນ ເຊິ່ງ​ອາດ​ຈະ​ສົ່ງ​ຜົນ​ຕໍ່​ການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ທົ່ວ​ໂລກ.

ຂະ​ນະ​ນີ້ ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ປະ​ເມີນ​ຄວາມ​ສ່ຽງ​ທົ່ວ​ໂລກ​ຈາກ​ເຊື້ອ​ໄວ​ຣັ​ສ​ໂອ​ໄມ​ຄ​ຣອນ​ໄວ້​ຢູ່​ລະ​ດັບ​ສູງ​ ແລະ ອາດ​ຈະ​ສົ່ງ​ຜົນ​ກະ​ທົບ​ຮຸນ​ແຮງ​ຕໍ່​ພື້ນ​ທີ່​ທີ່​ມີ​ອັດ​ຕາ​ກາ​ນແຜ່​ລະ​ບາດ​ຢູ່​ໃນ​ລະ​ດັບ​ສູງ​ມາ​ກ່ອນ​ແລ້ວ. ຂະ​ນະ​ທີ່​ຜົນ​ການ​ສຶກ​ສາ​ຄົ້ນ​ຄວ້າ​ ລາຍ​ລະ​ອຽດກ່ຽວ​ກັບ​ສັກກ​ະ​ຍະ​ພາບ​ຂອງ​ເຊື້ອ​ໄວ​ຣັ​ສ​ໃນ​ການຫຼົບຫຼີກ​ພູມ​ຄຸ້ມ​ກັນທີ່​ກະ​ຕຸ້ນ​ດ້ວຍ​ວັກ​ຊີນແຕ່​ລະ​ຊະ​ນິດ ແລະ ພູມ​ຄຸ້ມ​ກັນ​ແບບ​ທຳ​ມະ​ຊາດ ທີ່​ຜູ້​ຕິດ​ເຊື້ອ​ປິ່ນ​ປົວ​ຫາຍ​ດີ​ແລ້ວ​ ຈະ​ເຜີຍ​ແຜ່​ໃນ​ໄວໆ​ນີ້.

ອົງ​ການ​ອະ​ນາ​ໄມ​ໂລກ ຍັງ​ຮຽກ​ຮ້ອງ​ໃຫ້​​ທຸກ​ປະ​ເທດ​ ຈົ່ງ​ຮ່ວມກັນ​ປະ​ເມີນ​ຄວາມ​ສ່ຽງ ແລະ ແບ່ງ​ປັນ​ຂໍ້​ມູນ ຫາກ​ພົບ​ຜູ້​ປ່ວຍ ຄວບ​ຄູ່​ກັບ​ການ​​ເດີນ​ໜ້າສັກ​ວັກ​ຊີນໃຫ້​ຄອບ​ຄຸມ​ປະ​ຊາ​ກອນຫຼາຍ​ທີ່​ສຸດ​ໂດຍ​ສະ​ເພາະ​ກຸ່ມ​ສ່ຽງ ພ້ອມ​ທັງ​ກຽມ​ຄວາມ​ພ້ອມ​ດ້ານ​ສາ​ທາ​ລະ​ນະ​ສຸກ ເພື່ອ​ຮັບ​ມື​ກັບ​ສະ​ຖາ​ນະ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ.