ປະທານເຟດ ກັງວົນ ໂອໄມຄຣອນ ອາດເຮັດໃຫ້ເສດຖະກິດສະຫະລັດສ່ຽງປະເຊີນກັບຂາລົງ

363

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ​ລາຍ​ງານ​ວ່າ ທ່ານ ​ເຈີ​ໂຣມ ພາວ​ເວ​ລ ປະ​ທານ​ທະ​ນາ​ຄານ​ກາງ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ (ເຟດ) ເປີດ​ເຜີຍ​ວ່າ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ-19 ທີ່​ເພີ່ມ​ຂຶ້ນ​ຂະ​ນະ​ນີ້ ບວກ​ກັບ​ການກວດ​ພົບ​ຜູ້​ຕິດ​ເຊື້ອ​ສາຍ​ພັນ​ໂອ​ໄມ​ຄ​ຣອນ ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ການ​ຈ້າງ​ງານ ແລະ ກິດ​ຈະ​ກຳ​ທາງ​ເສດ​ຖະ​ກິດ​ຂອງ​ສະ​ຫະ​ລັດ ອາເມຣິກາ ສ່ຽງ​ຕໍ່​ສະ​ພາ​ວະ​ຂາ​ລົງ ແລະ ເພີ່ມ​ຄວາມ​ບໍ່​ແນ່ນອນ​ຕໍ່​ສະ​ຖາ​ນະ​ການ​ເງິນ​ເຟີ້​ໃນ​ສະ​ຫະ​ລັດ.

ປະ​ທານ​ເຟດ ກ່າວ​ອີກວ່າ: ໃນ​ສະ​ພາ​ວະ​ບໍ່​ມີ​ຄວາມ​ສົມ​ດູນ​ລະ​ຫວ່າງ​ອຸ​ປະ​ສົງ ແລະ ອຸ​ປະ​ທານ ເຊິ່ງ​ມີ​ສາ​ເຫດ​ມາ​ຈາກ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ນັ້ນ ເຮັດ​ໃຫ້​ລາ​ຄາ​ສິນ​ຄ້າ​ເພີ່ມ​ຂຶ້ນ ໂດຍ​ດັດ​ສະ​ນີ​ລາ​ຄາ​ໃຊ້​ຈ່າຍ​ເພື່ອ​ການ​ບໍ​ລິ​ໂພກ​ສ່ວນ​ບຸກ​ຄົນ (PCE) ເພີ່ມ​ຂຶ້ນ 5% ເມື່ອ​ເດືອນ​ຕຸ​ລາ​ຜ່ານ​ມາ.

ເປັນ​ເລື່ອງ​ຍາກ​ທີ່​ຈະ​ຄາດ​ການ​ວ່າ ສະ​ຖາ​ນະ​ການ​ເງິນ​ເຟີ້ ແລະ ຜົນ​ກະ​ທົບ​ດ້ານ​ອຸ​ປະ​ທານ​ຈະ​ຍືດ​ເຍື້ອ​ພຽງ​ໃດ ແຕ່​ສິ່ງ​ທີ່​ປາ​ກົດ​ໃຫ້​ເຫັນ​ໃນ​ຂະ​ນະ​ນີ້​ຄື​ປັດ​ໄຈ​ຕ່າງໆ​ທີ່​ກຳ​ລັງ​ຍູ້ດັນ​ເງິນ​ເຟີ້​ໃຫ້​ສູງ​ຂຶ້ນ ແລະ ມີ​ທ່າ​ອ່ຽງ​ຈະ​ແກ່​ຍາວ​ເຖິງ​ປີ​ໜ້າ, ນອກ​ຈາກ​ນີ້ ຕະຫຼາດ​ແຮງ​ງານ​ທີ່​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ໄວ​ວາ ບວກ​ກັບ​ຄ່າ​ແຮງ​ງານ​ທີ່​ເພີ່ມ​ຂຶ້ນ​ ນັ້ນ​ກໍ​ເປັນ​ປັດ​ໄຈ​ທີ່​ສະ​ໜັບ​ສະ​ໜູ​ນອດ​ຕາ​ເງິນ​ເຟີ້ສູງ​ຂຶ້ນ, ປະ​ທານ​ເຟດ ກ່າວ.