ອ່ານໄວ້ໃຫ້ເຂົ້າໃຈ! ໄຂຂໍ້ສົງໄສກ່ຽວກັບການປິ່ນປົວ COVID-19.

589

ເຊື່ອວ່າຫຼາຍຄົນຕ້ອງໃຫ້ຄວາມສົນໃຈກ່ຽວກັບເລື່ອງ ພະຍາດໂຄວິດ19 ແລະ ຕັ້ງຄຳຖາມຂຶ້ນມາເຊັ່ນວ່າ: ເປັນ COVID-19 ໃຊ້ເວລາປິ່ນປົວຈັກວັນ?, ປິ່ນປົວຫາຍດີແລ້ວ, ຕ້ອງກັກຕົວຈັກວັນ? ຈຳເປັນຈະຕ້ອງກວດ RT-PCR ຄືນອີກບໍ? ແລະ ຫຼັງຈາກກັກຕົວຄົບຕາມກໍານົດແລ້ວເຊື້ອສາມາດແຜ່ໄດ້ບໍ?.

ເຊິ່ງນີ້ຖືວ່າເປັນຄໍາຖາມທີ່ເກີດຂຶ້ນຫຼາຍໃນກຸ່ມຜູ້ຕິດເຊື້ອ ແລະສັງຄົມທີ່ສ່ຽງໃນທຸກໆວັນ ເນື່ອງຈາກເປັນການຊອກຫາຄວາມຈິງ ແລະ ເປັນການກຽມການໄວ້ໃຫ້ທ່ວງໃຫ້ທັນ ເມື່ອຕົກຢູ່ໃນສະພາບນັ້ນ ສະນັ້ນມື້ນີ້ມີຄຳຕອບຈາກໝໍມາຝາກແຟນຂ່າວທຸກທ່ານ.

ສຳລັບຄົນເຈັບທີ່ຖືເຊື້ອ COVID-19 ໄລຍະການຮັກສາປິ່ນປົວແມ່ນ 14ວັນ ຫຼື ຫຼາຍໄປກວ່ານັ້ນ. (ຂຶ້ນກັບການປະເມີນຂອງໝໍຕາມຄວາມໜັກ ຫຼື ເບົາຂອງອາການ), ຫຼັງຈາກປິ່ນປົວຫາຍດີຈາກ COVID-19 ແມ່ນໃຫ້ສືບຕໍ່ກັກຕົວອີກ 7-14ວັນ. (ຕາມອາການໜັກ ຫຼື ເບົາ, ຂອງແຕ່ລະຄົນ). ຈິ່ງສາມາດກັບໄປໃຊ້ຊີວິດປະຈຳວັນ, ໄດ້ຕາມປົກກະຕິ ແລະ ສຳລັບໃຜຕ້ອງການກວດ RT-PCR ເພື່ອຢ້ຳຄືນ, ແມ່ນບໍ່ແນະນຳໃຫ້ກວດຄືນ, ຖ້າກວດຄືນເຊື້ອກໍ່ຈະເຫັນຄືເກົ່າ, ເພາະເປັນ DNA ເສດຊາກຂອງເຊື້ອ, ທີ່ຝັງໄວ້ໃນຮ່າງກາຍເຮົາ, ແຕ່ບໍ່ມີຜົນຕໍ່ການກະຈາຍເຊື້ອ.

ອັນສຳຄັນເມື່ອປິ່ນປົວຫາຍດີ ແລະກັກຕົວຄົບຕາມກຳນົດ 21 ວັນຂຶ້ນໄປ, ເຊື້ອຈະບໍ່ສາມາດແຜ່ສູ່ຄົນອື່ນໄດ້ ແຕ່ເຖິງຢ່າງໃດກໍ່ຕາມ ຂໍໃຫ້ທຸກຄົນຈົ່ງມີສະຕິໃນການໃຊ້ຊີວິດໃນທຸກໆວັນ, ປ້ອງກັນຕົວເອງທຸກຄັ້ງເມື່ອທ່ານອອກຈາກບ້ານໄປເຮັດວຽກ ດູແລເອົາໃຈໃສ່, ເບິ່ງແຍງຄົນທີ່ທ່ານຮັກດ້ວຍການໃຊ້ຊີວິດປົກກະຕິແບບໃໝ່ໃຫ້ເປັນປະເພນີ.
ຈາກ: Nitisack SYSANA..