ເນມາ ພັກເຖິງ 6 ອາທິດ ຈາກກໍລະນີຖືກສະກັດຈົນຂໍ້ບິດ

582

ເປັນທີ່ແນ່ນອນແລ້ວວ່າ ແນມາ ກອງໜ້າຂອງ ປາຣີສ ແຊງແຊກແມງ ຈະຕ້ອງພັກຮັກສາອາການບາດເຈັບຂໍ້ແຄ່ງເຖິງ 6 ອາທິດ ທີ່ເກີດຂຶ້ນໃນນັດທີ່ທີມເອົາຊະນະ ແຊງ ເອຕຽນ 3-1 ໃນການແຂ່ງຂັນບານເຕະລີກເອິງ ຝຣັ່ງ ເມື່ອທ້າຍອາທິດ ທີ່ຜ່ານມາ.

ເຊິ່ງຈັງຫວະດັ່ງກ່າວ ເນມາ ຖືກຄູ່ແຂ່ງສະກັດເຂົ້າທີ່ຂໍ້ແຄ່ງຂ້າງຊ້າຍເຖິງກັບບິດ ຈົນຕ້ອງຮ້ອງໃນສະໜາມຢ່າງແຮງ ກ່ອນເຈົ້າໜ້າທີ່ຕ້ອງຫາມອອກຈາກສະໜາມ ຈົນຫຼ້າສຸດ ແພດປະເມີນອາການ ເນມາ ຈະຕ້ອງພັກປະມານ 6 ອາທິດ ເພື່ອຟື້ນຟູຮັກສາຮ່າງກາຍ ໝາຍຄວາມວ່າແຟນບານຈະບໍ່ໄດ້ເຫັນເນມາ ລົງສະໜາມອີກແລ້ວໃນປີ 2021.

ທັງນີ້ມີການຄາດການວ່າ: ເນມາ ຈະກັບມາໄດ້ໄວສຸດປະມານວັນທີ 9 ມັງກອນ 2022