ຄະນະສະເພາະກິດແນະນໍາ ຜູ້ທີ່ມີແຜນໄປສັກວັກຊິນ ໃຫ້ກຽມຮ່າງກາຍໃຫ້ພ້ອມຕາມນີ້

538

ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ກ່າວວ່າ
ພາຍໃນອາທິດນີ້ ປະເທດຂອງພວກເຮົາໄດ້ຮັບວັກຊີນ Astra Zeneca ເພີ່ມ ຈາກໂຄງການໂຄແວ໊ກ ແລະ ການປະກອບສ່ວນຂອງປະເທດເພື່ອນມິດເຖິງ 631,200 ໂດສ, ຄະນະດຽວກັນ ສປ.ຈີນ ກໍ່ໄດ້ໃຫ້ການຊ່ວຍເຫຼືອວັກຊິນ ຊີໂນຟາມເພີ່ມອີກ ຈໍານວນ 700,000 ໂດສ ເພື່ອສະໜອງໃຫ້ແກ່ 5 ແຂວງພາກເໜືອ. ວັກຊິນຈໍານວນນີ້ ຈະໄດ້ຖືກແຈກຢາຍໃຫ້ບັນດາແຂວງ ເພື່ອກະຈາຍສູ່ຊຸມຊົນ ບໍ່ວ່າຈະເປັນເຂດເມືອງ ແລະ ເຂດຊົນນະບົດ ແມ່ນຈະໄດ້ຮັບການສັກວັກຊິນ ຢ່າງທົ່ວເຖິງ.


ຂະບວນການສັກວັກຊິນ ໃຫ້ປະຊາຊົນ ກຸ່ມອາຍຸ 12-17 ປີ ກໍ່ໄດ້ເລີ່ມຂື້ນໃນຫຼາຍແຂວງແລ້ວ. ມາຮອດມື້ວານນີ້ ການສັກເຂັມທີ 1 ບັນລຸ 9.3% ຂອງກຸ່ມເປົ້າໝາຍ ເທົ່າກັບ 80,332 ຄົນ. ສໍາລັບ ນະຄອນຫຼວງວຽງຈັນ ຈະມີທິມແພດລົງເຄື່ອນທີ່ສັກຕາມໂຮງຮຽນ ເພື່ອອໍານວຍຄວາມສະດວກໃຫ້ນັກຮຽນບໍ່ຕ້ອງເດີນທາງໄປຈຸດບໍລິການ. ຖ້າຄອບຄົວໃດ ມີລູກຫຼານ ຍັງບໍ່ໄດ້ໄປໂຮງຮຽນ ເພາະຍັງປິດຢູ່ນັ້ນ ສາມາດມາຈຸດບໍລິການໄດ້ ໂດຍຖືເອົາສໍາມະໂນຄົວມາພ້ອມ ເພື່ອຢັ້ງຢືນອາຍຸຂອງເຂົາເຈົ້າ.


ການສັກວັກຊິນໃຫ້ກຸ່ມເປົ້າໝາຍບຸລິມະສິດ ກໍ່ມີຄວາມຄືບໜ້າຫຼາຍທຽບໃສ່ອາທິດຜ່ານມາ. ປະຈຸບັນ ເກືອບວ່າ ທຸກແຂວງໃນຂອງເຂດທົ່ວປະເທດ ໃກ້ເປົ້າໝາຍບັນລຸສັກວັກຊິນ 50% ຕາມທີ່ໄດ້ວາງໄວ້ ຍົກເວັ້ນ ແຂວງໄຊສົມບູນທີ່ກໍາລັງຕະລຸມບອນ ບໍລິການສັກວັກຊິນໃນຊຸມຊົນຢ່າງຂຸ້ນຂ້ຽວ.


ສໍາລັບຜູ້ທີ່ມີແຜນໄປສັກວັກຊິນ ຂໍໃຫ້ທຸກຄົນກຽມຮ່າງກາຍໃຫ້ພ້ອມກ່ອນໄປສັກວັກຊິນ ໂດຍສະເພາະ ພັກຜ່ອນບໍ່ນອນເດິກ, ກິນອາຫານມີປະໂຫຍດ, ດື່ມນໍ້າໃຫ້ພຽງພໍ, ກຽມໂຫຼດແອ໊ບເພື່ອລົງທະບຽນສັກວັກຊິນ ສໍາລັບຜູ້ທີ່ມີເງື່ອນໄຂ. ພິເສດ ກຽມຜ້າປິດປາກດັງ, ນໍ້າຢາລ້າງມືສໍາລັບຕົນເອງ ຮັກສາໄລຍະຫ່າງ ແລະ ຢູ່ສະຖານທີ່ເປີດ ຈະເຮັດໃຫ້ທ່ານສ່ຽງໜ້ອຍລົງ.